ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສ້າງຮູບເງົາ ຈາກຮໍລີວູດ ແບ່ງປັນ ຄວາມຮູ້ດ້ານ ການສ້າງ​ຮູບ​ເງົາ ແບບແອນນິເມຊັນ ຢູ່ທີ່ ຫລວງພະບາງ


​ການ​ຝຶກ​ອົບ​ຮົມ​ເລື້ອງ​ສ້າງ​ຮູບ​ເງົາ​ແບບ​ແອນ​ນິ​ເມ​ຊັນ ທີ່​ ຫລວງ​ພະບາງ​ ໃນ​ວັນ​ທີ 7 ຫາ 12 ທັນ​ວາ 2018
​ການ​ຝຶກ​ອົບ​ຮົມ​ເລື້ອງ​ສ້າງ​ຮູບ​ເງົາ​ແບບ​ແອນ​ນິ​ເມ​ຊັນ ທີ່​ ຫລວງ​ພະບາງ​ ໃນ​ວັນ​ທີ 7 ຫາ 12 ທັນ​ວາ 2018

ໃນລະຫວ່າງວັນທີ 7-12 ທັນວາ 2018 ຜ່ານ​ມານີ້, ພວກສ້າງຮູບເງົາຄົນອາເມຣິກັນ
ທີ່ມີຊື່ສຽງ ໄດ້ນໍາພາການຈັດຝຶກອົບຮົມດ້ານການເຮັດພາບກະຕຸນເຄື່ອນໄຫວ​ໄດ້ ຫລື
Animation ຢູ່ທີ່ນະຄອນຫຼວງພະບາງໃຫ້ແກ່ຜູ້ສ້າງ ແລະ ນັກຂຽນບົດຮູບເງົາຈາກ 8
ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້. ໂດຍໄດ້​ຮັບການສະໜັບສະໜູນຈາກ
ສະຖານທູດສະຫະລັດ ອາເມລິກາ ທີ່ນະຄອນຫຼວງວຽງຈັນ ແລະສຳນັກງານຜູ້ຕາງຫນ້າ
ສະຫະລັດ ປະຈຳອາຊຽນ, ການຝຶກອົບຮົມໃນຄັ້ງນີ້ ຍັງໄດ້ຮັບການຮ່ວມມືຈາກໂຄງການ
ສະແດງຮູບເງົາທີ່ມີຊື່ສຽງຂອງ ສະຫະລັດ ອາເມລິກາ ທີ່ຊື່ວ່າ American Film
Showcase ຫລື AFS ເຊິ່ງເປັນໂຄງການແລກປ່ຽນຮູບເງົາ ທີ່ໄດ້ຮັບທຶນ ຈາກ
ລັດຖະບານ ສະຫະລັດ.

ການຝຶກອົບຮົມໃນຄັ້ງນີ້ແມ່ນນຳພາໂດຍ ຜູ້ອຳນວຍການສ້າງຮູບເງົາອານິເມຊັນທີ່ໄດ້
ຮັບລາງວັນອອສກາ, ທ່ານ ອາຣອນ ວອນເນີ (Aron Warner) ທີ່ສ້າງຮູບເງົາ
ແອນນິເມຊັນ ເລື່ອງ Shrek; Shrek 2 ແລະນັກສິນລະປິນພັດທະນາດ້ານຮູບພາບ,
ທ່ານ ອາເທີ ຟອງ (Arthur Fong) ທີ່ຜະລິດຮູບເງົາເລື່ອງ The Croods; Kung Fu
Panda 3 ຫຼື ກັງຝູແພນດ້າ 3. ການຝຶກອົບຮົມຄັ້ງນີ້ ຈະໃຫ້ຜູ້ເຂົ້າຮ່ວມ ຈະໄດ້ລົງມື
ເຮັດ ແລະລົງເລິກໃນພາກປະຕິບັດຕົວຈິງ ຢ່າງຫລວງຫລາຍ ເພື່ອພັດທະນາທັກສະ
ການເລົ່າເລື່ອງ ໂດຍຜ່ານຫລາຍໆດ້ານ ເຊັ່ນການອອກແບບ ສ້າງໂຄງສ້າງ ແລະ
ສິນລະປະ. ຜ່ານໂອກາດຈັດການຝຶກອົບຮົມໃນຄັ້ງນີ້, ທ່ານ ວອນເນີ ແລະ ທ່ານ ຟອງ
ມີຄວາມຫວັງທີ່ຈະສະໜັບສະໜູນ ການເຕີບໃຫ່ຍຂະຫຍາຍໂຕ ຂອງອຸດສະຫະກຳ
ຮູບເງົາ ແອນນິເມຊັນ ຢູ່ໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ແລະຊ່ວຍໃນການ
ສ້າງເຄືອຂ່າຍ ໃຫ້ແກ່ຜູ້ສ້າງອານິເມຊັນ ຢູ່ໃນຂົງເຂດພາກພື້ນນີ້ອີກດ້ວຍ.

ທ່ານ ອາຣອນ ວອນເນີ ກ່າວວ່າ “ໃນປັດຈຸບັນ ແອນນິເມຊັນ ແມ່ນມີການເຕີບໃຫຍ່
ຂະຫຍາຍຕົວໄວທີ່ສຸດ ໃນຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ຊຶ່ງໃນນັ້ນ ມີບັນດາ
ບໍລິສັດໃຫຍ່ໆ ທີ່ມີຜົນງານໃນລະດັບໂລກ. ພວກເຮົາຫວັງວ່າຈະມີອີກຫຼາຍໆເລື່ອງ
ທີ່ປາກົດອອກມາສູ່ສາຍຕາຂອງສັງຄົມເພີ້ມຂຶ້ນ ຢູ່ໃນພາກສ່ວນນີ້ຂອງໂລກ ແລະ
ສາມາດແບ່ງປັນກັບບ່ອນອື່ນໆໄດ້ ອີກດ້ວຍ.”

​ການ​ຝຶກ​ອົບ​ຮົມ​ເລື້ອງ​ສ້າງ​ຮູບ​ເງົາ​ແບບ​ແອານນິ​ເມ​ຊັນ ທີ່​ຫລວງ​ພະ​ບາງ​ໃນ​ວັນ​ທີ 7 ຫາ 12 ທັນ​ວາ 2018
​ການ​ຝຶກ​ອົບ​ຮົມ​ເລື້ອງ​ສ້າງ​ຮູບ​ເງົາ​ແບບ​ແອານນິ​ເມ​ຊັນ ທີ່​ຫລວງ​ພະ​ບາງ​ໃນ​ວັນ​ທີ 7 ຫາ 12 ທັນ​ວາ 2018

ຄວາມສຳເລັດຂອງຜູ້ສ້າງຮູບ​ເງົາແອນນິເມຊັນທຸກ​ຄົນ ຈະຕ້ອງມີທັກສະໃນດ້ານການ
ຕະຫຼາດ, ສະນັ້ນ ໃນລະຫວ່າງການຝຶກອົບຮົມຄັ້ງນີ້ ທ່ານ ວອນເນີ ແລະ ທ່ານ ຟົງ ຈຶ່ງ
ໄດ້ໃຊ້ສ່ວນນຶ່ງຂອງການຝຶກອົບຮົມ ເນັ້ນໃສ່ວິທີການຕັ້ງໂຄງເລື່ອງທີ່ຈະສາມາດດຶງດູດ
ຜູ້ມາລົງທຶນຢ່າງສຳເລັດຜົນ. ການທີ່ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ຂອງດ້ານການຕະ
ຫຼາດຂອງຮູບເງົາ, ຜູ້ຈັດການຝຶກອົບຮົມ ມີຄວາມເຊື່ອວ່າ ນີ້ຈະເປັນຜົນດີຫລາຍຂຶ້ນໃນ
ການປະກອບສ່ວນທາງດ້ານເສດຖະກິດ ຢູ່ໃນຂົງເຂດພາກພື້ນ ຊຶ່ງມັນຈະນຳໄປສູ່ການ
ເພີ່ມຄວາມສົນໃຈໃນເລື່ອງຕ່າງໆ ຢູ່ຂົງເຂດເອເຊຍຕາເວັນອອກສຽງໃຕ້.

ຜູ້ອຳນວຍການ ໂຄງການ AFS, ທ່ານ Rachel Gandin Mark ກ່າວວ່າ “ ອຸດສາ
ຫະກຳດ້ານແອນນິເມຊັນໃນຂົງເຂດພາກພື້ນນີ້ ແມ່ນກຳລັງເຕີບໃຫຍ່ໄວທີ່ສຸດ.
ການສະໜັບສະໜູນບຸກຄົນ ທີ່ມີພອນສະຫວັນໃນທ້ອງຖິ່ນຂອງພວກເຮົາ ແມ່ນ ຈະນຳໄປສູ່ການເພີ້ມໂອກາດທາງດ້ານເສດຖະກິດ ແລະ ເປັນການສ້າງເວທີ ໃນ
ການສະແດງຄວາມຄິດ ທີ່ສ້າງສັນ.”

ນອກເໜືອ​ໄປຈາກ ການສຸມໃສ່ເລົ່າເລື່ອງ ຂອງຂົງເຂດເອເຊຍຕາເວັນອອກສ່ຽງໃຕ້
ແລ້ວ, ຜູ້ດໍາເນີນການຝຶກອົບຮົມ ຍັງຫວັງອີກວ່າ ການຝຶກອົບຮົມໃນຄັ້ງນີ້ ຈະຊ່ວຍຊຸກ
ຍູ້ໃຫ້ມີການຂະຫຍາຍເຄືອຂ່າຍ ຂອງຜູ້ສ້າງຮູບເງົາແບບແອນນິເມຊັນ ໃນທົ່ວຂົງເຂດ
ອາຊຽນອີກດ້ວຍ.

ທ່ານ ຟອງ ຍັງກ່າວຕື່ມອີກວ່າ “ຄວາມຫວັງຂອງພວກເຮົາໃນການຈັດຝຶກອົບຮົມ
ຄັ້ງນີ້ ແມ່ນເພື່ອສ້າງຄວາມໝັ້ນໃຈ ໃຫ້ຜູ້ສ້າງຮູບເງົາໃນການປະດິດຄິດສ້າງຜົນງານ
ຂອງພວກເຂົາ ແລະການສ້າງເຄືອຍຂ່າຍຮ່ວມກັນ. ໂອກາດໃນການສ້າງຮູບເງົາ
ແອນນິເມຊັນ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ແມ່ນກຳລັງມີການຂະຫຍາຍ
ຕົວ. ຂ້າພະເຈົ້າຮູ້ສຶກຮູ້ບຸນຄຸນ ຕໍ່ກັບທຸກໆຄົນ ທີ່ເຂົ້າມາເປັນສ່ວນນຶ່ງ ໃນອາຊີບ
ຂອງຂ້າພະເຈົ້າ. ດັ່ງນັ້ນ, ນີ້ຈຶ່ງຖືວ່າເປັນຄວາມສຳເລັດຂອງຂ້າພະເຈົ້າ ທີ່ໄດ້ເຫັນ
ຜູ້ສ້າງຮູບເງົາຈາກທົ່ວໂລກ ທີ່ໄດ້ມາສ້າງການພົວພັນເຊື່ອມຕໍ່ ເຊິ່ງກັນແລະກັນ.”

ໂຄງ​ການ AFS ໄດ້ສົ່ງເສີມການພົວ​ພັນ​ກັນລະຫວ່າງປະຊາຊົນຕໍ່ປະຊາຊົນໃນການ
ນຳຄວາມຮູ້ກ່ຽວກັບສັງຄົມອາເມຣິກັນ ໃນຍຸກປັດຈະບັນ ແລະເພື່ອເສີມສ້າງຄວາມ
ເຂົ້າໃຈທາງວັດທະນະທໍາຕ່າງໆ. ໂດຍການເຮັດວຽກຮ່ວມກັນກັບສະຖານທູດສະຫະ
ລັດ, AFS ໄດ້ສົ່ງທີມງານຜູ້ສ້າງຮູບເງົາ ແລະຊ່ຽວຊານທາງດ້ານໂທລະພາບ ເຂົ້າ
ຮ່ວມໃນໂຄງການແລກປ່ຽນວັດທະນະທໍາທີ່ອອກແບບມາເພື່ອໃຫ້ມີການສົນທະນາ
ແລກປ່ຽນກັນ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນໃນການເຫຼົ່າເລື່ອງຂອງເຂົ້າ
ເຈົ້າເອງ. ຄວາມພະຍາຍາມດັ່ງກ່າວນີ້ ແມ່ນການນຳເອົາຄວາມຮູ້ ແລະ ທັກສະລະ
ດັບສາກົນ ຈາກຜູ້ສ້າງຮູບເງົາທີ່ມີຊື່ສຽງຈຳນວນນຶ່ງໃນທົ່ວໂລກ ມາແບ່ງປັນໃຫ້ແກ່
ຜູ້ເຂົ້າຮ່ວມໄດ້ຮຽນຮູ້ນຳ. AFS ແມ່ນຜົນງານຜະລິດຮ່ວມກັນກັບໂຮງຮຽນສອນ
ສິນລະປະຮູບເງົາຂອງມະຫາວິທະຍາໄລພາກໃຕ້ຂອງຄາລິຟໍເນຍ.

XS
SM
MD
LG