ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເສ​ດ​ຖີ​ພັນ​ລ້ານ ຂອງ​ອັງ​ໂກ​ລາ ກ່າວ​ວ່າ ການ​ເຂື່ອນ​ໄຫວ ​ປາບ​ປາມ​ການ​ສໍ້​ລາດ​ບັງຫຼວງ ເຮັດ​ໃຫ້ ຕົວ​ບົດ​ກົດ​ໝາຍ ເສື່ອມ​ເສຍ


ພາບຖ່າຍນີ້ ​ເມື່ອ​ວັນ​ທີ 5 ກຸມ​ພາ 2018, ​ສະ​ແດງ​ໃຫ້​ເຫັນ ນັກ​ທຸ​ລະ​ກິດ​ຍິງ ຂອງ​ອັງ​ໂກ​ລາ ​ທ່ານນາງ ອີ​ຊາ​ແບ​ລ ໂດ​ສ ຊານ​ໂຕ​ສ ​ກຳ​ລັງ​ແນມ​ເບິ່ງ​ຂະ​ນະ​ທີ່ ຢ້ຽມ​ຢາມ ບໍ​ລິ​ສັດ ​ອຸດ​ສາ​ຫະ​ກຳ​ດ້ານ​ອີ​ເລັກ​ທ​ຣິກ EFACEC ​ຂອງ​ປອກ​ຕຸຍ​ການ ​ໃນ​ເມືອງ​ໄມ​ອາ, ຢູ່​ພາກ​ກາງ​ຂອງ​ປອກ​ຕຸຍ​ການ​.
ພາບຖ່າຍນີ້ ​ເມື່ອ​ວັນ​ທີ 5 ກຸມ​ພາ 2018, ​ສະ​ແດງ​ໃຫ້​ເຫັນ ນັກ​ທຸ​ລະ​ກິດ​ຍິງ ຂອງ​ອັງ​ໂກ​ລາ ​ທ່ານນາງ ອີ​ຊາ​ແບ​ລ ໂດ​ສ ຊານ​ໂຕ​ສ ​ກຳ​ລັງ​ແນມ​ເບິ່ງ​ຂະ​ນະ​ທີ່ ຢ້ຽມ​ຢາມ ບໍ​ລິ​ສັດ ​ອຸດ​ສາ​ຫະ​ກຳ​ດ້ານ​ອີ​ເລັກ​ທ​ຣິກ EFACEC ​ຂອງ​ປອກ​ຕຸຍ​ການ ​ໃນ​ເມືອງ​ໄມ​ອາ, ຢູ່​ພາກ​ກາງ​ຂອງ​ປອກ​ຕຸຍ​ການ​.

ລູກ​ສາວ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອັງ​ໂກ​ລາ ກ່າວ​ວ່​າ ທ່ານນາງ​ໄດ້​ຖືກ​ໂຈມ​ຕີ​ແບບ​ທີ່​ເບິ່ງ​ບໍ່​ເຫັນ​ຈາກ​ການ​ຕັດ​ສິນ​ຂອງ​ສານ ທີ່​ຈະ​ກັກ​ຊັບ​ສິນ​ຂອງທ່ານນາງ.

ທ່ານ​ນາງ​ອີ​ຊາ​ແບ​ລ ໂດ​ສ ຊານ​ໂຕ​ສ ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ຕໍ່​ວີ​ໂອ​ເອ​ ຜ່ານທາງ​ສ​ໄກ​ປ໌​ວ່າ “ບໍ່​ມີ​ການ​ຕິດ​ຕໍ່​ໃດໆ​ເລີຍ ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຮັບ​ໝາຍ​ຮຽກ. ບໍ​ລິສັດຂອງ​ພວກ​ເຮົາ ບໍ່​ເຄີຍ​ໄດ້​ຮັບ​ແຈ້ງ​ການ​ໃດໆ. ພວກ​ເຮົາ​ບໍ່​ເຄີຍ​ຮູ້​ເລີຍ​ວ່າ ກຳລັງ​ມີ​ການ​ຟ້ອງ​ຮ້ອງ​ດຳ​ເນີນ​ຢູ່ ​ດັ່ງ​ນັ້ນ ທີ່​ຈິງ​ແລ້ວ ແມ່ນບໍ່​ມີ​ຂະ​ບວນ​ການ​ທີ່​ຖືກ​ຕ້ອງ​ທາງ​ກົດໝາຍ​ເລີຍ.”

ນາງ​ໂດ​ສ ຊານ​ໂຕ​ສ ແມ່ນ​ລູກ​ສາວ​ກົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຮັບ​ຕຳ​ແໜ່ງ​ດົນ​ທີ່​ສຸດ ​ຂອງ​ອັງ​ໂກ​ລາ ທ່ານ​ໂຮ​ເຊ ໂດ​ສ ຊານ​ໂຕ​ສ ທີ່​ໄດ້​ລົງ​ຈາກ​ຕຳ​ແໜ່ງ​ ໃນ​ປີ 2017. ມີ​ການ​ເອີ້ນ​ທ່​ານ​ນາງວ່າ ເປັນ​ແມ່​ຍິງ​ທີ່​ຮັ່ງ​ມີ​ທີ່​ສຸດ​ໃນ​ອາ​ຟ​ຣິ​ກາໂດຍ​ມີ​ຊັບ​ສິນ​ທັງ​ໝົດ ອີງ​ຕາມ​ວາ​ລະ​ສານ​ຟອບ​ສ໌​ແລ້ວປະ​ມານ 2 ພັນ 300 ລ້ານ​ໂດ​ລາ.

ເວ​ລານີ້ ທ່ານ​ນາງ​ກຳ​ລັງ​ຕົກ​ເປັນ​ເປົ້າ​ຂອງ​ການ​ປຸກ​ລະ​ດົມ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ທີ່​ນຳ​ພາ​ໂດຍ​ຜູ້​ທີ່​ສືບ​ທອດ​ຕຳ​ແໜ່ງ​ແທນ​ບິ​ດາ​ຂອງ​ທ່ານ​ນາງ.

​ຊັບສິນ​ຂອງ​ທ່ານ​ນາງ​ ແມ່ນ​ຮວມ​ທັງ ​ຖືຮຸ້ນ 25 ເປີ​ເຊັນ ​ຢູ່​ໃນ​ບໍ​ລິ​ສັດ ຢູ​ທີ​ແທ​ລ ຂອງ​ອັງ​ໂກ​ລາ ຖື​ຮຸ້ນ 25 ເປີ​ເຊັນ ຢູ່​ໃນ​ທະ​ນາ​ຄານ Banco BIC SA ແລະ​ມີຮຸ້ນ​ສ່ວນ​ຫຼື​ຜົນ​ປະ​ໂຫຍດຢູ່​ໃນ​ໂທ​ລະ​ພາບ​ເຄ​ໂບ້ ເຄືອ​ຂ່າຍ​ຕະ​ຫຼາດ​ຊູ​ເປີ້​ມາກ​ເກັດ ແລະ​ທະ​ນາ​ຄານ​ອື່ນໆ​ອີກ ແລະ​ທ່ານ​ນາງ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງລັດ​ຖະ​ບານອັງ​ໂກ​ລາ ແທນ​ທີ່​ຈະ​ແມ່ນ​ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງນັ້ນຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຫຼາຍໆ​ພັນ​ຄົນ.

ໃນ​ເວ​ລາ​ເຂົ້າ​ຮັບ​ຕຳ​ແໜ່ງນັ້ນ ປະ​ທາ​ນາ​ທິ​ບໍ​ດີ ໂຈ​ອາວ ລູ​ເຣັນ​ໂຊ ຊຶ່ງ​ເປັນ​ສະມາ​ຊິກ​ຂອງ​ພັກ​ຂະ​ບວນ​ການ​ປະ​ຊາ​ຊົນ​ເພື່ອ​ປົດ​ປ່ອຍ​ອັງ​ໂກ​ລາ ທີ່​ເອີ້ນ​ຫຍໍ້​ເປັນພາ​ສາ​ອັງ​ກິດ​ວ່າ MPLA ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາທີ່​ຈະ​ກຳ​ກັດ​ການ​ສໍ້​ລາດ​ບັງ​ຫຼວງໃຫ້​ສິ້ນ​ຊາກ ຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

ໃນ​ເດືອນ​ແລ້ວນີ້ ສານ​ໄດ້​ກ່າວ​ຫາ​ທ່ານ​ນາງ​ອີ​ຊາ​ແບ​ລ ໂດ​ສ ຊານ​ໂຕ​ສ ແລະສາ​ມີ​ຂອງ​ນາງວ່າ ເຮັດ​ໃຫ້​ປະ​ເທດ​ຊາດ​ເປັນ​ໜີ້ ​ຫຼາຍກວ່າ 1 ພັນ​ລ້ານ​ໂດ​ລາ​ໂດຍຜ່ານ​ແຜນ​ການ​ທີ່​ພົວ​ພັນ​ກັບ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ ສອງ​ບໍ​ລິ​ສັດ ໂອນ​ເງິນຕາ​ຕ່າງ​ປະ​ເທດ ໄປ​ໃຫ້​ຕ່າງ​ປະ​ເທດ ແຕ່​ບໍ່​ເຄີຍ​ໃຊ້​ຄືນ.

ແຕ່​ທ່ານ​ນາງ​ໂດ​ສ ແລະ​ສາ​ມີ​ໄດ້​ປະ​ຕິ​ເສດ​ຕໍໍ່​ຂໍ້​ຫານີ້ແລະ​ເຊື່ອ​ວ່​າ​ການ​ເຄື່ອນ​ໄຫວດັ່ງ​ກ່າວ​ ແມ່ນ​ເປັນ​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ແນ​ເປົ້າ​ໝາຍ​ໃສ່​ຄອບ​ຄົວ​ທ່ານ​ນາງ. ໃນຂະ​ນະ​ທີ່​ທ່ານ​ນາງ​ບໍ່​ໄດ້​ເວົ້າ​ເຖິງ​ຂະ​ໜາດ​ຂອງ​ຊັບ​ສິນ​ທີ່​ພົວ​ພັນ ແຕ່​ກໍ​ກ່າວ​ວ່າການ​ກັກ​ຊັບ​ສິນ​ດັ່ງ​ກ່າວນີ້ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ພວກ​ຄົນ​ງານ​ຫຼາຍໆ​ພັນ​ຄົນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG