ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວອັງໂກລາ ລົງຄະແນນສຽງ ເລືອກເອົາ ຜູ້ຈະມາຮັບຕຳແໜ່ງ ແທນ ທ່ານ Dos Santos


ຜູ້ສະໝັກ ຈາກພັກ MPLA ທີ່ສຳຄັນ ຂອງອັງໂກລາ ທີ່ປົກ
ຄອງປະເທດໃນປັດຈຸບັນ ແລະ ເປັນລັດຖະມົນຕີປ້ອງກັນ
ປະເທດ ທ່ານ Joao Lourenco, ສະແດງນິ້ວມື ຂອງທ່ານ
ທີ່ຕິດດ້ວຍນ້ຳໝຶກ ຫຼັງຈາກໄດ້ປ່ອນບັດເລືອກຕັ້ງ ຢູ່ໃນນະ
ຄອນຫຼວງ Luanda, ຂອງອັງໂກລາ, ວັນທີ 23 ສິງຫາ 2017.
ຜູ້ສະໝັກ ຈາກພັກ MPLA ທີ່ສຳຄັນ ຂອງອັງໂກລາ ທີ່ປົກ ຄອງປະເທດໃນປັດຈຸບັນ ແລະ ເປັນລັດຖະມົນຕີປ້ອງກັນ ປະເທດ ທ່ານ Joao Lourenco, ສະແດງນິ້ວມື ຂອງທ່ານ ທີ່ຕິດດ້ວຍນ້ຳໝຶກ ຫຼັງຈາກໄດ້ປ່ອນບັດເລືອກຕັ້ງ ຢູ່ໃນນະ ຄອນຫຼວງ Luanda, ຂອງອັງໂກລາ, ວັນທີ 23 ສິງຫາ 2017.

ໃນວັນພຸດວານນີ້ ຜູ້ທີ່ເປັນ ປະທານາທິບໍດີ ອັງໂກລາ ມາຍາວນານ ໃນຮອບຫຼາຍ
ທົດສະວັດ ໄດ້ເຮັດ ສິ່ງທີ່ບໍ່ເຄີຍໄດ້ເຮັດມາກ່ອນ ຄືໄດ້ປ່ອນບັດລົງຄະແນນສຽງເອົາ
ຄົນອື່ນ.

ບໍ່ດົນ ຫຼັງຈາກ 9 ໂມງເຊົ້າ ປະທານາທິບໍດີ Jose Eduardo dos Santos ຜູ້ທີ່ກຳລັງ
ຈະກະສຽນ ໄດ້ຄ່ອຍໆຍ່າງຊ້າໆ ໄປທາງເຂົ້າ ຢູ່ດ້ານຂ້າງຂອງໜ່ວຍເລືອກຕັ້ງ ເບີ 1047
ຂອງນະຄອນຫຼວງ Luanda ຢູ່ທີ່ໂຮງຮຽນກົດໝາຍ ທີ່ໄດ້ຖືກຕັ້ງໃຫ້ເປັນຊື່ ຂອງປະທາ
ນາທິບໍດີ ອັງໂກລາ ຄົນທຳອິດ ທ່ານ Agostinho Neto ຜູ້ທີ່ໄດ້ເສຍຊີວິດໃນປີ 1979.

ປະທານາທິບໍດີ ອັງໂກລາ ທ່ານ Jose Eduardo dos Santos ຜູ້ທີ່ກຳລັງຈະລົງຈາກຕຳແໜ່ງ ໂບກມືທັກທາຍຝູງຊົນ ຢູ່ທີ່ການຊູມນຸມ ເພື່ອການເລືອກຕັ້ງ ຄັ້ງສຸດທ້າຍ ຂອງພັກ MPLA ທີ່ປົກຄອງປະເທດໃນປັດຈຸບັນ ໃນນະຄອນຫຼວງ Luanda, ຂອງອັງໂກລາ, ວັນທີ 19 ສິງຫາ 2017.
ປະທານາທິບໍດີ ອັງໂກລາ ທ່ານ Jose Eduardo dos Santos ຜູ້ທີ່ກຳລັງຈະລົງຈາກຕຳແໜ່ງ ໂບກມືທັກທາຍຝູງຊົນ ຢູ່ທີ່ການຊູມນຸມ ເພື່ອການເລືອກຕັ້ງ ຄັ້ງສຸດທ້າຍ ຂອງພັກ MPLA ທີ່ປົກຄອງປະເທດໃນປັດຈຸບັນ ໃນນະຄອນຫຼວງ Luanda, ຂອງອັງໂກລາ, ວັນທີ 19 ສິງຫາ 2017.

ຫຼັງຈາກທ່ານ dos Santos ໄດ້ປ່ອນບັດລົງຄະແນນສຽງແລ້ວ ທ່ານກໍຄ່ອຍໆຍ່າງຊ້າໆ
ອອກໄປ ພ້ອມກັນກັບຄະນະຜູ້ຕິດຕາມຂອງທ່ານ. ຜູ້ນຳຂອງປະເທດ ແລະ ລັດຖະບານ
ທ່ານນີ້ ມີອາຍຸໄດ້ 74 ປີ ບໍ່ໄດ້ໂອ້ລົມກັບບັນດານັກຂ່າວ ແລະ ບໍ່ຫົວຊານຳຄຳຖາມຂອງ
ວີໂອເອ ທີ່ວ່າ ທ່ານລົງຄະແນນສຽງເອົາຜູ້ໃດ.

ແຕ່ທ່ານໄດ້ສະແດງໃຫ້ເຫັນຢ່າງຊັດແຈ້ງ ເຖິງຜູ້ທີ່ທ່ານໄດ້ເລືອກເອົາ.

ຜູ້ມີສິດລົງຄະແນນສຽງ ຄົນນຶ່ງ ປ່ອນບັດເລືອກຕັ້ງຂອງນາງ ໃນນະຄອນຫຼວງ Luanda ຂອງອັງໂກລາ, ວັນທີ 23 ສິງຫາ 2017.
ຜູ້ມີສິດລົງຄະແນນສຽງ ຄົນນຶ່ງ ປ່ອນບັດເລືອກຕັ້ງຂອງນາງ ໃນນະຄອນຫຼວງ Luanda ຂອງອັງໂກລາ, ວັນທີ 23 ສິງຫາ 2017.

“ຂ້າພະເຈົ້າຢູ່ນະທີ່ນີ້ແລ້ວ” ທ່ານ dos Santos ໄດ້ກ່າວຕໍ່ຝູງຊົນຢ່າງຫຼວງຫຼາຍ ໃນ
ລະຫວ່າງ ການຊຸມນຸມຄັ້ງສຸດທ້າຍ ກ່ອນໜ້າການເລືອກຕັ້ງ ຂອງພັກຂະບວນການ
ຂອງປະຊາຊົນເພື່ອປົດປ່ອຍອັງໂກລາ ຫຼື MPLA ທີ່ປົກຄອງປະເທດ ໃນປັດຈຸບັນ ແລະ
ວ່າ “ຈົ່ງສະໜັບສະໜຸນຜູ້ສະໝັກຂອງພວກເຮົາ.”

ແລະໃນຖານະທີ່ເປັນຜູ້ຖືກກ່າວຫາວ່າ ດັດແປງປະເທດທີ່ອຸດົມສົມບູນດ້ວຍນ້ຳມັນ
ແຫ່ງນີ້ ຕາມຄວາມປະສົງຂອງທ່ານ ມາໄດ້ 38 ປີແລ້ວນັ້ນ ມັນກໍເປັນໄປໄດ້ສູງ ວ່າ
ຜູ້ທີ່ທ່ານເລືອກ ໃຫ້ມາແທນນັ້ນ ຄື ລັດຖະມົນຕີປ້ອງກັນປະເທດ ທ່ານ Joao
Lourenco ຈະໄດ້ຮັບໄຊຊະນະ. ຄາດກັນຢ່າງກວ້າງຂວາງວ່າ ພັກ MPLA ຈະຊະນະ
ການເລືອກຕັ້ງ ໃນວັນພຸດວານນີ້ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດໃໝ່
ໂດຍມີສະມາຊິກ ຈຳນວນ 220 ທ່ານ ຜູ້ທີ່ຈະເລືອກເອົາປະທານາທິບໍດີ ຄົນຕໍ່ໄປ.

ບັນດາຜູ້ສັງເກດການ ແລະ ຄະນະກຳມາທິການເລືອກຕັ້ງ ກ່າວວ່າ ການເລືອກຕັ້ງ
ເປັນໄປດ້ວຍຄວາມສະຫງົບ ແລະ ຢ່າງເປັນລະບຽບຮຽບຮ້ອຍ. ຜົນການເລືອກຕັ້ງທີ່
ບໍ່ເປັນທາງການ ອາດຈະອອກມາໃນວັນສຸກມື້ອື່ນ ແຕ່ຜົນການນັບຄະແນນສຽງ ທີ່
ຄົບຖ້ວນ ອາດຈະບໍ່ມີໃຫ້ຊາບ ຈົນຮອດເດືອນໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG