ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສັກຢາວັກຊີນ ທີ່ຊັກຊ້າຂອງລັດຖະບານໄທ ເຮັດໃຫ້ປະຊາຊົນ ເກີດຄວາມບໍ່ພໍໃຈ


ຕໍາຫລວດສີດນໍ້າເຂົ້າໃສ່ເພື່ອສະຫລາຍການປະທ້ວງຕໍ່ຕ້ານລັດຖະບານໃນບາງກອກ, ປະເທດໄທ, ທີ 18 ກໍລະກົດ, ປີ 2021. ພວກປະທ້ວງຫລາຍຮ້ອຍຄົນໄດ້ລວມໂຕກັນ ໃນວັນອາທິດ ເຖິງແມ່ນວ່າລັດຖະບານໄດ້ອອກມາດຕະການປ້ອງກັນໄວຣັສໂຄໂຣນາຫລ້າສຸດ ເພື່ອບໍ່ໃຫ້ມີການຊຸມນຸມກັນເກີນ 5 ຄົນກໍ່ຕາມ.
ຕໍາຫລວດສີດນໍ້າເຂົ້າໃສ່ເພື່ອສະຫລາຍການປະທ້ວງຕໍ່ຕ້ານລັດຖະບານໃນບາງກອກ, ປະເທດໄທ, ທີ 18 ກໍລະກົດ, ປີ 2021. ພວກປະທ້ວງຫລາຍຮ້ອຍຄົນໄດ້ລວມໂຕກັນ ໃນວັນອາທິດ ເຖິງແມ່ນວ່າລັດຖະບານໄດ້ອອກມາດຕະການປ້ອງກັນໄວຣັສໂຄໂຣນາຫລ້າສຸດ ເພື່ອບໍ່ໃຫ້ມີການຊຸມນຸມກັນເກີນ 5 ຄົນກໍ່ຕາມ.

ຄວາມໃຈຮ້າຍກໍາລັງກໍ່ໂຕຂຶ້ນໃນການບໍລິຫານປະເທດຂອງນາຍຍົກລັດຖະມົນຕີໄທ ທ່ານປະຍຸດ ຈັນໂອຊາ ທີ່ດໍາເນີນການຊັກຊ້າ ໃນການແຈກຢາຍຢາວັກຊີນ ກັນໂຄວິດ-19, ເຊິ່ງເຮັດໃຫ້ມີຄົນໄທພຽງແຕ່ 5 ເປີເຊັນເທົ່ານັ້ນ ທີ່ໄດ້ຮັບການສັກຢາວັກຊີນ ທ່າມກາງການລະບາດຂອງພະຍາດໄວຣັສໂຄໂຣນາຄັ້ງໃຫຍ່ທີ່ມີຜົນກະທົບໃສ່ປະເທດ, ແລະເຈົ້າໜ້າທີ່ທາງດ້ານການແພດເຕືອນວ່າ ສີ່ງທີ່ຮ້າຍທີ່ສຸດ ຍັງມາບໍ່ເຖິງເທື່ອ.

ປະເທດໄທມີຈໍານວນຜູ້ປ່ວຍທີ່ສູງທີ່ສຸດເປັນປະຫວັດການເຖິງ 11,305 ຄົນໃນວັນອັງຄານວານນີ້, ໂດຍຈໍານວນຜູ້ເສຍຊີວິດໄດ້ເພີ້ມຂຶ້ນທີ່ເປັນຕາໜ້າຢ້ານເຖິງ 3,408 ຄົນຕັ້ງແຕ່ເດືອນເມສາມາ, ໃນປະເທດທີ່ເຄີຍໄດ້ຮັບການຍົກຍ້ອງ ກ່ຽວກັບການຄວບຄຸມໂຣກລະບາດ ໃນຮອບກ່ອນໜ້ານີ້.

ການຟື້ນຄືນມາຂອງໂຣກລະບາດຕັ້ງແຕ່ເດືອນເມສາມາ ໄດ້ກໍ່ໃຫ້ເກີດມີການທ້າທາຍທາງການເມືອງ ຕໍ່ນາຍຍົກລັດຖະມົນຕີປະຍຸດ, ຜູ້ເຊິ່ງເຂົ້າຢຶດອໍານາດໃນການເຮັດລັດຖະປະຫານເມື່ອປີ 2014, ແລະປີກາຍນີ້ຍັງຄົງຄອງຕໍາແໜ່ງຫລັງຈາກຜ່ານການປະທ້ວງ ຮຽກຮ້ອງເອົາປະຊາທິປະໄຕຄັ້ງໃຫຍ່ ເປັນເວລາຫລາຍເດືອນ, ເຊິ່ງປິດການເຄື່ອນໄຫວປະທ້ວງດ້ວຍຂໍ້ກ່າວຫາທາງກົດໝາຍແລະການ ຕອບໂຕ້ຢ່າງໜັກ ຂອງຕໍາຫລວດ.

ແມ້ນແຕ່ຜູ້ຊ່ຽວຊານອະວຸໂສດ້ານການແພດເຊິ່ງໃນຕອນນີ້ກໍ່ຍອມຮັບວ່າຣາດຊະອານາຈັກແຫ່ງນີ້ໄດ້ຮັບຜົນກະທົບຈາກການຕິດເຊື້ອໃນການລະບາດຄັ້ງຫລ້າສຸດ ແລະການເປີດເຜີຍ ແລະແຈກຢາຍຢາວັກຊີນທີ່ຊັກຊ້າ, ໂດຍມີປະຊາຊົນພຽງແຕ່ 3 ລ້ານ 5 ແສນຄົນເທົ່ານັ້ນ ຈາກ 70 ລ້ານຄົນ ທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG