ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດຄວາມໂກດແຄ້ນ ຫຼັງຈາກອິນໂດເນເຊຍ ປະຫານຊີວິດ 6 ຄົນ ໃນຂໍ້ຫາ ຄ້າຢາເສບຕິດ


ລົດຂົນສົ່ງຄົນເຈັບ ໄດ້ນຳເອົາສົບ ຂອງນັກໂທດຄ້າຢາເສບຕິດ ສັນຊາດເນເທີແລນ ທ້າວ Ang Kiem Soe (ຄັນທຳອິດ) ແລະ ທ້າວ Marco Moreira ສັນຊາດບຣາຊີລ ອອກໄປຈາກ ເກາະ Nusakambangan ບ່ອນທີ່ພວກເຂົາຖືກປະຫານຊີວິດ ຢູ່ທີ່ເມືອງທ່າ Wijayapura ໃນເຂດ Cilacap ທາງພາກກາງຂອງແຂວງ ຈາວາ ປະເທດອິນໂດເນເຊຍ, ວັນທີ 18 ມັງກອນ 2015.
ລົດຂົນສົ່ງຄົນເຈັບ ໄດ້ນຳເອົາສົບ ຂອງນັກໂທດຄ້າຢາເສບຕິດ ສັນຊາດເນເທີແລນ ທ້າວ Ang Kiem Soe (ຄັນທຳອິດ) ແລະ ທ້າວ Marco Moreira ສັນຊາດບຣາຊີລ ອອກໄປຈາກ ເກາະ Nusakambangan ບ່ອນທີ່ພວກເຂົາຖືກປະຫານຊີວິດ ຢູ່ທີ່ເມືອງທ່າ Wijayapura ໃນເຂດ Cilacap ທາງພາກກາງຂອງແຂວງ ຈາວາ ປະເທດອິນໂດເນເຊຍ, ວັນທີ 18 ມັງກອນ 2015.

ປະ​ເທດ​ບຣາຊີ​ລ ​ແລະ ​ເນ​ເທີ​ແລນ ​ໄດ້​ຮຽກ​ໃຫ້​ບັນດາ​ເອກ​ອັກ
ຄະ​ລັດຖະທູດຂອງ​ຕົນ​ ປະຈຳ​ອິນ​ໂດ​ເນ​ເຊຍ ກັບ​ຄືນປະເທດ
ຫຼັງຈາກ ປະ​ເທດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ດັ່ງກ່າວ ບໍ່​ສົນ​ໃຈ​
ກັບ​ຄຳ​ຮ້ອງ​ຂໍ​ໃຫ້​ຜ່ອນຜັນ​ໂທດ ແລະກໍໄດ້ປະຫານຊີວິດ 6 ຄົນ
ທີ່​ລວມມີ ຊາວ​ຕ່າງປະ​ເທດ 5 ຄົນ ໃນຂໍ້ຫາລັກລອບຄ້າ
ຢາເສບຕິດ.

ຫ້ອງການ​ອະທິໄອຍະການ ກ່າວ​ວ່າ ຊາວ​ຕ່າງປະ​ເທດ 5 ຄົນ​ ​
ແລະ ຄົນ​ອິນ​ໂດ​ເນ​ເຊຍ​ຜູ້​ນຶ່ງ ​ໄດ້​ຖືກ​ປະຫານ​ຊີວິດ ​ໂດຍ​ການ
​ຍິງ​ເປົ້າ ຫຼັງຈາກທຽງຄືນ​ ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ຢູ່​ໃນ​ແຂວງ
​ຈາ​ວາທາງ​ພາກ​ກາງຂອງປະ​ເທດ.

ທ່ານ Muhammad Prasetypo ອະທິໄອຍະການອິນ​ໂດ​ເນ​ເຊຍເວົ້າວ່າ “ມັນ​ເປັນ​
ຮູບ​ແບບ ຂອງ​ການ​ຢືນຢັນ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ ທີ່​ຈະ​ບໍ່​ຍິນ​ຍອມ​
ຜ່ອນຜັນໃຫ້ກັບ​ ພວກ​ກະທຳ​ຄວາມ​ຜິດ ພວກ​ຄ້າຂາຍ ​ແລະ ພວກ​ແກ້ງ​ຄ້າ
ຢາ​ເສບ​ຕິດ.”

ລັດຖະມົນຕີ​ຕ່າງປະ​ເທດ​ເນ​ເທີ​ແລນ ທ່ານ Bert Koenders ​ເອີ້ນ​ການ​ປະຫານ​ຊີວິດ​ນັ້ນ
ວ່າ “ເປັນ​ການ​ລົງ​ໂທດ​ທີ່​ໂຫດຮ້າຍ ​ແລະ ໄຮ້​ ມະນຸດສະທຳ ຊຶ່ງເທົ່າກັບເປັນການ​ປະຕິ​ເສດ ຕໍ່ກຽດ​ສັກ​ສີແລະ ຄວາມສົມບູນຂອງມະນຸດ ​ທີ່ຍອມ​ຮັບເອົາ​ບໍ່ໄດ້.”

ຖະ​ແຫລ​ງການຂອງລັດຖະບານ​ບຣາຊີ​ລ ກ່າວ​ວ່າ ການ​ນຳ​ໃຊ້​ໂທດ​ປະຫານ​ຊີວິດນັ້ນ ​ໄດ້​
ສົ່ງ​ຜົນ​ກະທົບ ​ຕໍ່​ສາຍສຳພັນ​ລະຫວ່າງ​ ສອງ​ປະ​ເທດ​ຢ່າງ​ຮ້າຍ​ແຮງ.

ພົນລະ​ເມືອງ ຂອງ​ປະ​ເທດ Malawi Nigeria ​ແລະ Vietnam ກໍ​ຖືກປະຫານ​ຊີວິດ​ເຊັ່ນ​ກັນ.

ປະທານາທິບໍດີອິນ​ໂດ​ເນ​ເຊຍ ທ່ານ Joko Widodo ຜູ້​ທີ່​ຫາ​ກໍຮັບຕຳ​ ແໜ່​ງ​ໃນ​ເດືອນ
ຕຸລາ​ປີ​ກາຍ​ນີ້ ​ໄດ້ປະຕິ​ເສດ​ຕໍ່ຄຳຮ້ອງ​ຂໍ ​ໃຫ້​ຜ່ອນຜັນໂທດ ໃນ​ການ​ຮັກສາ​ໄວ້ ຈຸດ​ຢືນ​
ອັນ​ໜັກ​ແໜ້ນ ຕໍ່​ພວກ​ຄ້າ​ຢາ​ເສບ​ຕິດ.

INDONESIA EXECUTIONS VIDEO
please wait

No media source currently available

0:00 0:00:26 0:00

XS
SM
MD
LG