ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາງ Angelique Kidjo ແລະນັກເຄື່ອນໄຫວ ອາຟຣິກາ ໄດ້ຮັບລາງວັນ ສິດທິມະນຸດ


ນັກດົນຕຣີ ແລະທູດອົງການ UNICEF ນາງ Angelique Kidjo.
ນັກດົນຕຣີ ແລະທູດອົງການ UNICEF ນາງ Angelique Kidjo.

ນັກ​ດົນຕີ​ຊາວ​ເບ​ນິນ​ທີ່​ມີ​ຊື່​ສຽງ​ກ້ອງ​ໂລກ Angelique Kidjo ​ໄດ້​ຊະນະ​ລາງວັນສິດທິ​ມະ ນຸດ ພ້ອມໆ​ກັບ​ຂະ​ບວນການເຄື່ອນ​ໄຫວຊາວ​ໜຸ່ມ​ອາ​ຟຣິກາ 3 ກຸ່ມ ຍ້ອນ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ ​ທີ່​ໄດ້​ປົກ​ປ້ອງ​ສິດ​ເສລີພາບ ​ໃນ​ການສະແດງ​ ຄວາມ​ຄິດ​ຄວາມ​ເຫັນ ​ແລະ​ການ​ປະ​ທ້ວງ​ຢ່າງ​ສັນຕິ.

ອົງການ​ນິລະ​ໂທດ​ກຳ​ສາກົນ​ຫຼື Amnesty International ໄດ້​ປະກາດ​ຊື່​ຜູ້​ຊະນະ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ໄດ້​ກ່າວ​ຊົມ​ເຊີຍ​ນາງ Kidjo ​ແລະ​ກຸ່ມ Y’en a marre ກຸ່ມ le Balai Citoyen ​ແລະກຸ່ມ Lutte pour Changement ຍ້ອນ​ວຽກງານ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ ອາ​ຟຣິກາ​ແລະ​ຢູ່​ໃນ​ທົ່ວ​ໂລກ. ອົງການ​ນິລະ​ໂທດ​ກຳສາກົນ ​ກ່າວ​ວ່າ ລາງວັນ​ດັ່ງກ່າວ​ນີ້​ແມ່ນ​ເພື່ອ​ໃຫ້​ກຽດ​ ແກ່​ຜູ້​ທີ່​ໄດ້​ສະແດງ​ອອກ ​ເຖິງຄວາມ​ກ້າຫານ​ເປັນ​ພິ​ເສດ ໃນ​ການ​ລຸກ ຂຶ້ນຕໍ່ສູ້​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ທຳ ​ແລະຜູ້​ທີ່​ໄດ້​ໃຊ້​ພອນ​ສະຫວັນ​ຂອງ​ເຂົ້າ​ເຈົ້າກະຕຸກ​ຊຸກຍູ້​ບຸກຄົນ​ອື່ນໆ​ແລະ​ສົ່ງ​ເສີມໃຫ້​ມີ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ເພີ້ມຂຶ້ນ.

ລາງວັນ​ດັ່ງກ່າວ​ແມ່ນ​ຮູ້​ກັນ​ໃນ​ນາມລາງວັນ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ຈິດ​ສຳນຶກ ຊຶ່ງ​ໃນ​ເມື່ອ​ກ່ອນເຄີຍ​ຖືກ​ມອບ​ໃຫ້​ແກ່​ບັນດາ​ຜູ້ນຳ​ຂອງ​ໂລກມາ​ແລ້ວເຊັ່ນ​ທ່ານ Vaclav Havel ທ່ານ Nelson Mandela ​ແລະ​ທ່ານ​ນາງ​ອອງຊານ ຊູ​ຈີ ຕະຫຼອດ​ທັງ​ນັກສິນລະປິນ Bo- no, Joan Baez ​ແລະ Ai Wei Wei.

ນາງ Angelique Kidjo ​ໄດ້​ຫລົບໜີ​ຈາກ​ປະ​ເທດ​ເບ​ນິນ​ໃນ​ຊຸມ​ປີ 1980 ​ຫລັງຈາກ​ໄດ້​ຖືກ​ກົດ​ດັນໃຫ້​ໄປສະ​ແດງ​ແກ່​ອຳນາດ​ການ​ປົກຄອງ​ຜະເດັດ​ການ. ນາງ​ມີຊື່​ສຽງ​ກ່ອນ​ຫລົບໜີ​ອອກ​ຈາກ​ປະ​ເທດ​ແລະ​ນັບ​ແຕ່​ນັ້ນມາ​ໄດ້​ກາຍ​ເປັນ​ຜູ້​ຊື່​ສຽງ​ດັງກ້ອງ​ໂລກ​ທັງ​ໃນ​ດ້ານ​ດົນຕີ​ແລະ​ການເປັນ​ນັກ​ເຄື່ອນ​ໄຫວ​ຂອງ​ນາງ. ​ໃນ​ຂະນະ​ທີ່ທຳ​ການບັນທຶກ​ສຽງ ​ແລະ​ການສະ​ແດງ​ແບບ​ທີ່​ມີ​ການ​ປ​ະສົມ​ປະສານຈາກອິດ​ທິພົນຂອງ​ອາ​ຟຣິກາ​ແລະ​ສະຫະລັດໂດຍ​ໄດ້​ຮ້ອງ​ເພງ​ເປັນຫຼາຍໆ​ພາສານັ້ນນາງ​ຍັງໄດ້​ເຮັດ​ວຽກ​ເພື່ອ​ຊຸກຍູ້​ໃຫ້​ມີ​ສິດ​ເສລີພາບໃນ​ການ ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ​ໃຫ້ການ​ສຶກສາ ​ແກ່​ພວກ​ເດັກ​ຍິງ​ແລະ​ໃບຢັ້ງຢືນການ​ເກີດ​ແກ່​ພວກ​ເດັກນ້ອຍ​ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Angelique Kidjo Amnesty Award
please wait

No media source currently available

0:00 0:01:20 0:00

XS
SM
MD
LG