ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາລາຮອລລີວູດ Angelina Jolie ຜ່າຕັດເອົາຮັງໄຂ່ ໃນມົດລູກອອກ


ນາງ Angelina Jolie ນັກສະແດງ ແລະສ້າງຮູບເງົາ Holliwood ອາເມຣິກັນ
ນາງ Angelina Jolie ນັກສະແດງ ແລະສ້າງຮູບເງົາ Holliwood ອາເມຣິກັນ

ນາງ Angelina Jolie ນັກສະ​ແດງ​ຮູບ​ເງົາ ​ແລະ​ຜູ້​ສ້າງ​ຮູບ​ເງົາ
Hollywood ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ ນາງ​ໄດ້​ຜ່າຕັດ​ເອົາ​ຮັງ​ໄຂ່
​ແລະ​ທໍ່​ນ້ຳ​ໄຂ່​ໃນ​ມົດ​ລູກ​ອອກ ​ເພື່ອ​ຜ່ອນຄາຍ​ຄວາມ​ສ່ຽງ​ທີ່​ຈະ
ເປັນ​ໂຣກມະ​ເຮັງນັ້ນ.

​ໃນ​ການ​ຂຽນ​ລົງ​ໃນ​ໜັງສືພິມ New York Times ນາງ Jolie
​ໄວ 39 ປີ ທີ່​ໄດ້​ຮັບ​ການຜ່າຕັດ​ເຕົ້ານົມ​ອອກ​ມາ​ທັງ​ສອງ​ເບື້ອງ​
ເພື່ອ​ເປັນ​ການ​ປ້ອງ​ກັນ ​ເມື່ອ​ສອງ​ປີຜ່ານມາ ກ່າວ​ວ່າ ການ​ປ່ຽນ
​ແປງ​ລັກສະນະ​ໃນ gene ທີ່​ເຮັດ​ໃຫ້​ນາງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ
​ໂຣກມະ​ເຮັງໄດ້ໃນ​ເຕົ້ານົມ 87 ​ເປີ​ເຊັນ ​ແລະ​ສ່ຽງ​ກັບ​ເປັນ​ໂຣກ
ມະ​ເຮັງ​ໃນ​ມົດ​ລູກ​ໄດ້ 50 ​ເປີ​ເຊັນ​ນັ້ນ. ທັງ​ຍາ​ແມ່ ​ແລະ​ແມ່ຕູ້​ຂອງ​
ນາງ ທັງ​ສອງ​ເສຍ​ຊີວິດ​ໄປ​ຍ້ອນ​ໂຣກມະ​ເຮັງ.

ນາງ Jolie ກ່າວ​ວ່າ ນາງ​ເປີດ​ເຜີຍ​ເລື້ອງນີ້​ໃຫ້​ຜູ້​ຄົນຮູ້ ຍ້ອນ​ການ​ຕັດສິນ​ໃຈ​ຂອງ​ນາງ​ເອງ
​ເພື່ອ​ວ່າ​ພວກ​ແມ່ຍິງ​ທັງ​ຫຼາຍ​ຈະ​ຮູ້ຈັກ​ກ່ຽວ​ກັບ​ທາງ​ເລືອກ​ຕ່າງໆທີ່​ມີ​ໄວ້​ໃຫ້​ສຳລັບ​ພວກ​ເຂົາ​
ເຈົ້າ.

US Jolie Surgery
please wait
Embed

No media source currently available

0:00 0:01:50 0:00

ມີ​ເປີ​ເຊັນ​ໜ້ອຍ​ດຽວ ທີ່​ພວກ​ແມ່ຍິງ​ສືບ​ທອດ gene ​ທີ່​ຜິດພາດແນວ​ດຽວ​ກັນ​ນີ້. ການ​ປ່ຽນ​ລັກສະນະ​ຂອງ gene ສ່ວນ​ຫຼາຍ​ແມ່ນ​ເກີດ​ນຳພວກ​ແມ່ຍິງ ​ທີ່​ມີ​ເຊື້ອສາຍ​ຢິວ ​ໃນ​ເຂດ​ຢູ​ໂຣບຕາ​ເວັນ​ອອກ ​ແຕ່​ກໍ​ມີ​ກຸ່ມອື່ນໆຮວມທັງ​ຊາວ Norway, Netherland ​ແລະ Iceland ມີ​ອັດຕາ​ສູງ​ກວ່າ​ນ້ອຍ​ໜຶ່ງ​ ໃນ​ການ​ປ່ຽນ​ລັກສະນະ​ໃນ gene ນັ້ນ.

Angelina Jolie Takes Another Bold Step
please wait

No media source currently available

0:00 0:02:21 0:00

XS
SM
MD
LG