ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄວ້ອາໄລແກ່ Andy Williams ເຈົ້າຂອງເພງ ອໍາມະຕະ ຕະຫລອດການ: Moon River


Andy Williams
Andy Williams

ລາຍການສຽງເພງ ຈາກແດນໄກ ຂອງວີໂອເອ ໃນແລງວັນອາທິດ ມື້ນີ້ ນໍາສະເໜີ ຜົນງານເພງເດັ່ນໆ ຂອງ Andy Williams ທີ່ອໍາລາຈາກໂລກໄປ ໃນອາທິດແລ້ວນີ້.

Andy Williams
Andy Williams
ສະບາຍດີມິດຮັກແຟນລາຍການສຽງເພງຈາກແດນໄກຂອງ
VOAຄໍ່າຄືນນີ້ ວັນນະສອນຈະພາທ່ານຜູ້ຟັງຢ້ອນຄືນອະດີດ
ໄປຟັງເພງສຸດແສນຈະຫວານຊຶ້ງ ແລະເພື່ສະດຸດີຕໍ່ສິນລະປິນ
ອາວຸໂສຂອງອາເມຣິກາ ຜູ້​ທີ່​ມີ​ຄວາ​ມສາມາດ​ທີ່​ໄດ້​ສ້າງຜົນງານ
ທີ່​ເດັ່ນໆ ​ແລະ​ໄດ້​ມີຜົນງານ​ທີ່​ເປັນ​ແຜ່ນສຽງ​ທອງ​ຄໍາ ສິບ​ກວ່າ​ຊຸດ​
Andy Williamsໄດ້ອໍາລາຈາກໂລກນີ້ໄປແລ້ວ ​ໃນ​ທ້າຍ
​ເດືອນ​ກັນຍາ 2012 ນີ້.

ວັນນະສອນຈຶ່ງຂໍນໍາສະເໜີຜົນງານເພງເດັ່ນທັງ 3 ເພງຂອງ
Andy Williams ໃຫ້ທ່ານຜູ້ຟັງໄດ້ຟັງກັນ ​ເພື່ອ​ສະດຸ​ດີ​ແກ່​ຜູ້
ກ່ຽວ ວັນນະສອນເຊື່ວວ່າ ຜູ້ຄົນສ່ວນໃຫຍ່ຈະເຕີບໂຕມາແລະ
ຄຸ້ນເຄີຍກັບຜົນງານເພງຂອງ Andy Williams ຜູ້ທີ່ມີຄວາມ
ສາມາດແລະມີນໍ້າສຽງທີ່ກັງວານ ທີ່ໄດ້ມັດໃຈຜູ້ຟັງທັງໂລກ
ຜູ້ກ່ຽວໄດ້ຖືກຂະໜານນາມວ່າ ເປັນນັກຮ້ອງທີ່ມີຄົນນິຍົມຫຼາຍ
ທີ່ສຸດໃນປະເທດ ຫຼື “The Most Popular Vocalist
in The Country” .ໃນຊຸ່ມປິ 1960 ພຸ້ນ ແລະເພງ Speak
Softly Love
ນີ້ ກໍເປັນເພງປະກອບຮູບເງົາ God Father.

ວັນນະສອນວ່າທຸກຄົນຈະຮ້ອງ ອໍ…ໄປຕາມໆກັນ ຖ້າໄດ້ຟັງ
ເພງນີ້ແລ້ວ ເອົາໄປຟັງເພງພ້ອມໆກັນເລີຍ.
ເພງ: “Speak Softly Love”

ສ່ວນເພງທີ່ສອງທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ວັນນະສອນຂໍບອກ…ປະທັບໃຈມນທຸກທຄໍາເວົ້າ
…ເພາະເພງນີ້ໄດ້ອະທິບາຍເຖິງ“ຄວາມຮັກ ທີ່ດູດດື່ມ ສວຍງາມມີພະລັງນະໜາດນີ້,
ຖ້າຮັກໃຜແລ້ວກໍຕ້ອງຮັກໝົດໃຈ ແລະຖ້າຄົນໃດຄົນນຶ່ງ ອະທິບາຍຄວາມຮູ້ສຶກເຖິງ
ຄວາມຮັກຂອງເຂົາເຈົ້າຕໍ່ອີກຄົນນຶ່ງ ດັ່ງຄວາມໝາຍແລະທີ່ມາຂອງຊື່ຂອງເພງນີ້ແລ້ວ…
ວັນນະສອນກໍຂໍໃຫ້ຄວາມຮັກຂອງທ່ານຈົ່ງສົດຊື່ນ, ສົມຫວັງຕະຫຼອດໄປຈົນກວ່າຟ້າດິນ
ສະລາຍແລະເພງນີ້ກໍເປັນເພງປະກອບຮູບເງົາເລື່ອງ Love Story ໄປຟັງເພງພ້ອມໆ
ກັນເລີຍວ່າຈະມ່ວນແລະຫ%ານຊຶ້ງດັ່ງທີ່ວັນນະສອນໄດ້ກ່າວໄວ້ຫຼືບໍ່ ໃນບົດເພງ “Where Do I Begin.”
ເພງ: “Where Do I Begin”

ຊີວິດມະນຸດເດີນດິນທໍາມະດາຢ່າງເຮົາເຈົ້າຂ້ອຍ ນີ້ ຈະບໍ່ມີຫຍັງແນ່ນອນ, ຢັ້ງຢືນ ຈີຣັງ
ຕະຫຼອດໄປສິ່ງທີ່ເຮົາທຸກຄົນຄວນຈະເຮັດຕອນທີ່ຍັງມີຊີວິດຢູ່ນັ້ນກໍຄືການທີ່ໄດ້ປະໄວ້
ຊຶ່ງຜົນງານ, ຄວາມດີງາມ ບໍ່ວ່າຈະເປັນຮູບແບບໃດກໍຕາມ ແລະຜົນງານເພງຂອງ
Andy Williams ກໍຈະຍັງຢູ່ໃນຫ້ວງນຶກແລະຄວາມຊົງຈໍາຂອງພວກເຮົາຕະຫຼອດໄປ
ຂໍອໍາລາທ່ານດ້ວຍເພງ “Moon River” ແລະກໍຢ່າລືມກັບມາຟັງເພງທີ່ທ່ານຂໍມາລະ
ໃນລາຍການສຽງເພງຈາກແດນໄກຂອງ VOA. ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ.
ເພງ: “Moon River”

ກ່ຽວຂ້ອງກັນ

XS
SM
MD
LG