ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ້າວ ອານເດຣ ສຸຄຳທັດ ຊະນະຄູ່ແຂ່ງຂັນ ໃນ XFC MMA


ທ້າວ ອານເດຣ ສຸຄຳທັດ ອະດີດນັກມວຍ UFC ຝຶກຊ້ອມຢູ່ຄ້າຍມວຍຂອງລາວ.
ທ້າວ ອານເດຣ ສຸຄຳທັດ ອະດີດນັກມວຍ UFC ຝຶກຊ້ອມຢູ່ຄ້າຍມວຍຂອງລາວ.

ທ້າວ ອານເດຣ ສຸຄຳທັດ ນັກມວຍ MMA ຫຼື ສິລະປະປ້ອງກັນຕົວປະສົມຂວັນໃຈຄົນ ລາວ ໄດ້ຂຶ້ນຊົກໃນລາຍການ XFC MMA 43 ໃນຄືນພຸດທີ່ ຜ່ານມາ ເຊິ່ງກົງກັບວັນທະຫານຜ່ານເສິກຂອງ ສະຫະລັດ.

ທ້າວ ອານເດຣ ໄດ້ຂຶ້ນຊົກກັບທ້າວ ກີລເລມ ຟາເຣຍ ສັນຊາດ ບຣາຊິລ ເປັນຄູ່ເອກຂອງລາຍການໃນລຸ້ນນໍ້າໜັກບໍ່ເກີນ 135 ປອນ ຫຼື 61 ກິໂລ. ຜົນການແຂ່ງຂັນປາກົດວ່າທ້າວ ອານເດຣ ໄດ້ຊະ ນະດ້ວຍຄະແນນຢ່າງ ບໍ່ເປັນເອກະສັນ, ເຊິ່ງກຳມະການສອງທ່ານ ໃຫ້ຄະແນນທ້າວ ອານເດຣ 29 ຕໍ່ 28 ແລະ ໄດ້ທ້າວ ຟາເຣຍ 27 ຕໍ່ 30 ຄະແນນ.

ຫຼັງຈາກການແຂ່ງທ້າວ ອານເດຣ ໄດ້ອອກມາກ່າວຕໍ່ຜູ້ຕິດຕາມຂອງລາວທາງ Facebook ວ່າ “ສະບາຍດີພີ່ນ້ອງ, ອ້າຍວ່າ (ຢາກບອກວ່າ) ເຮົາຊະນະເນີ. ຄົນລາວ, ຄົນລາວ, ຢືນຂຶ້ນ. ຢ່າສຸລືມເດີ, ຮັກກັນ ກັບແພງກັນ. ອ້າຍຮັກໝົດ ສຸເຈົ້າ (ພວກເຈົ້າໝົດທຸກຄົນ). ໂອເຄ, ຂອບໃຈ.”

ການແຂ່ງຂັນໃນວັນພຸດທີ່ຜ່ານມາມີນັກຊົກ 12 ຄູ່ຂຶ້ນຕໍ່ສູ້ນຳກັນ, ລວມທັງແມ່ຍິງຄູ່ນຶ່ງຂຶ້ນຊົກເປັນຄູ່ເອກຮ່ວມກັບຄູ່ຂອງທ້າວ ອານເດຣ.

ທ້າວ ອານເດຣ ຂຶ້ນຊົກຄັ້ງນີ້ເປັນຄັ້ງທຳອິດ ເຊິ່ງລາວຫາກໍໄດ້ເຊັນສັນຍາກັບອົງການ XFC MMA
ເມື່ອບໍ່ດົນມານີ້.

XFC MMA ໄດ້ຫາຍຈາກການແຂ່ງຂັນເປັນເວລາເກືອບ 5 ປີ, ກ່ອນໜ້ານີ້ ອົງການດັ່ງກ່າວໄດ້ຈັດການຕໍ່ສູ້ຮອດປີ 2013 ແລະ ຫຼັງຈາກນັ້ນໄດ້ຈັດການຕໍ່ສູ້ອີກ 3 ປີໃນປະເທດ ບຣາຊິລ ກ່ອນທີ່ຈະຢຸດການແຂ່ງຂັນໄປ. ອົງການ XFC MMA ໄດ້ວາງແຜນທີ່ຈະຈັດການຊົກຄືນອີກໃນລະດີຮ້ອນແລ້ວນີ້, ແຕ່ໄດ້ ເລື່ອນເວລາອອກໄປໜ້ອຍນຶ່ງຍ້ອນໂຣກລະບາດໄວຣັສໂຄໂຣນາ.

XFC MMA ໄດ້ເຊັນສັນຍາກັບນັກມວນປະມານ 185 ຄົນຈາກທົ່ວໂລກ.

XS
SM
MD
LG