ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ ອອນເດຣ ສຸກຄຳທັດ ຜ່າຍແພ້ໃນການຊົກ UFC 222 ທີ່ນະຄອນ ລາສເວກັສ


ພາບຖ່າຍຈາກສະໜາມກິລາ O2 ໃນລະຫວ່າງການແຂ່ງຂັນ UFC ໃນນະຄອນຫຼວງ ລອນດອນ,​ ປະເທດ ອັງກິດ. 27 ກຸມພາ 2016.
ພາບຖ່າຍຈາກສະໜາມກິລາ O2 ໃນລະຫວ່າງການແຂ່ງຂັນ UFC ໃນນະຄອນຫຼວງ ລອນດອນ,​ ປະເທດ ອັງກິດ. 27 ກຸມພາ 2016.

ການແຂ່ງຂັນກິລາສິລະປະປ້ອງກັນຕົວປະສົມ UFC 222 ທີ່ຈັດຂຶ້ນໃນສະໜາມ ກິລາ
T-Mobile Arena, ນະຄອນລາສເວກັສ, ລັດ ເນວາດາ ເມື່ອຄືນ ວັນເສົາວານນີ້, ນັກ
ມວຍອາເມຣິກັນ ເຊື້ອສາຍລາວ ທ້າວ ອອນເດຣ ສຸກຄຳທັດ ໄດ້ຂຶ້ນຊົກເປັນນຶ່ງໃນຄູ່
ເອກສາມຄູ່ກັບທ້າວ ຊອນ ໂອມາລລີ ນັກຊົກຊາວ ອາເມຣິກັນ ໃນລຸ້ນບໍ່ເກີນ 54 ກິໂລ.
ການຊົກໃນຄັ້ງນີ້ ທ້າວ ຊອນ ໂອມາລລີ ສາມາດເອົາຄວ້າຊະນະໄດ້ດ້ວຍຜົນຄະແນນ
ຢ່າງເປັນເອກະສັນຈາກການຊົກສາມຍົກ. ທັງສອງຄົນໄດ້ສູ້ກັນຢ່າງດຸເດືອດສູສີ ດ້ວຍ
ທ້າວ ໂອມາລລີ ສາມາດຊົກເຂົ້າເປົ້າໄດ້ຫຼາຍກວ່າ. ເຮັດໃຫ້ທ້າວ ສຸກຄຳທັດ ເສຍໄຊ
ເປັນຄັ້ງທີສາມຈາກການຊົກ 4 ຄັ້ງ.

ທ້າວ ໂອມາລລີ ນັ້ນ ຖືວ່າເປັນຕົວເກັງທີ່ຈະໄດ້ຊະນະການຊົກໃນຄັ້ງນີ້, ເຊິ່ງສະຖິຕິ
ຂອງລາວກ່ອນໜ້ານີ້ແມ່ນ 9 ຕໍ່ 0. ສ່ວນທ້າວ ສຸກຄຳທັດ, ຫຼັງຈາກໄດ້ຊະນະການຊົກ
ໃນຄັ້ງກ່ອນໜ້ານີ້ກັບທ້າວ ລູກ ແຊນເດີສ ນັ້ນ, ລາວກໍໄດ້ເພັ່ງເລັງໃສ່ໃນການຊະນະ
ຄັ້ງຕໍ່ໄປຂອງລາວ. ກ່ອນໜ້າການຊົກໃນຄືນວານນີ້ ທັງສອງຄົນໄດ້ມີການປະທະຄຳ
ເວົ້າກັນ, ຫຼັງຈາກທ້າວ ໂອມາລລີ ໄດ້ເວົ້າສຽດສີໃສ່ທ້າວ ສຸກຄຳທັດ ແລະ ໄດ້ມີການ
ປະທະກັນເລັກນ້ອຍໃນພິທີຖ່າຍຮູບປະຊັນໜ້າກັນ.

ທ້າວ ສຸກຄຳທັດ ໃນຮັບສັນຍາຊົກ 5 ນັດຈາກ UFC ໃນທ້າຍເດືອນທັນວາປີກາຍນີ້
ບໍ່ດົນຫຼັງຈາກໄດ້ຊະນະການຊົກກັບທ້າວ ລູກ ແຊນເດີສ. ແລະ ການຊົກໃນຄືນວັນ
ເສົາວານນີ້ກໍແມ່ນນັດທຳອິດຈາກສັນຍາທີ່ລາວໄດ້ຮັບ. ເຊິ່ງການຊົກໃນຄັ້ງຕໍ່ໄປນັ້ນ
ຜູ້ກ່ຽວຄົງຈະປະກາດໃຫ້ຊາບໃນໄວໆນີ້.

ທ້າວ ສຸກຄຳທັດ ໄດ້ເວົ້າໃນການໃຫ້ສຳພາດກັບວີໂອເອກ່ອນໜ້ານີ້ວ່າ ລາວພູມໃຈທີ່
ໄດ້ເປັນຕົວແທນໃຫ້ແກ່ປະຊາຊົນ ລາວ ແລະ ທຸງຊາດ ລາວ ໃນ UFC.

XS
SM
MD
LG