ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ ອານ​ເດ​ຣ ສຸ​ຄຳ​ທັດ ຊະ​ນະ ທ້າວ ໂຈ​ນາ​ທັນ ມາ​ທີ​ເນ​ສ ໃນ UFC Fight Night 138


ທ້າວ ອານ​ເດ​ຣ ສຸ​ຄຳ​ທັດ, ນັກ​ມວຍ UFC ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ.
ທ້າວ ອານ​ເດ​ຣ ສຸ​ຄຳ​ທັດ, ນັກ​ມວຍ UFC ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ.

ການ​ແຂ່ງ​ຂັນ​ກິ​ລາ​ປ້ອງ​ກັນ​ຕົວ​ປະ​ສົມ ຫຼື UFC Fight Night 138 ໄດ້​ຈັດ​ຂຶ້ນຢູ່​ສະ​
ໜາມກິລາ ອາເວີນຽກ ເຊັນເຕີ (Avenir Center), ເມືອງ ມົງຕົງ, ແຂວງ ນິວ ບຣຸນສ
ວິກ (New Brunswick) ປະເທດ ການາດາ ໃນວັນເສົາທີ 27 ຕຸລາວານນີ້.

ຄູ່​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ທີ່​ສຸດ​ສຳ​ລັບ​ຄົນ​ລາວ​ ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ​ກໍ​ແມ່ນ​ຄູ່​ລະ​
ຫວ່າງທ້າວ ອານເດຣ ສຸຄຳທັດ, ນັກຊົກສັນຊາດອາເມຣິກັນ ເຊື້ອສາຍລາວ ກັບທ້າວ
ໂຈນາທັນ ມາທີເນສ ຈາກ ສະຫະລັດ ໃນລຸ້ນນ້ຳໜັກບໍ່ກາຍ 51-53.5 ກິໂລ. ການຊົກ
ຄັ້ງນີ້ ຖືວ່າ ທ້າວ ອານເດຣ ບໍ່ໄດ້ເຮັດໃຫ້ແຟນໆທັງຫຼາຍຜິດຫວັງ ເຊິ່ງລາວຄວ້າໄຊຊະ
ນະມາໄດ້ ດ້ວຍການຕັດສິນຢ່າງເປັນເອ​ກະ​ສັນ 30-26, 29-28 ແລະ 29-28.

ຄືນ​ວານນີ້ ກໍ​ຍັງເປັນ​ການ​ຊົກ​ເປີດ​ຕົວ​ ຂອງ​ທ້າວ ໂຈ​ນາ​ທັນ ມາ​ທີ​ເນ​ສ ໃນ UFC. ລາວ​
ໄດ້ພະຍາຍາມສູ້ກັບທ້າວ ອານເດຣ ຢ່າງເຕັມທີ່ ແຕ່ທ້າວ ອານ​ເດ​ຣ ກໍ​ໄດ້ສະ​ແດງ​ໃຫ້
ເຫັນຢ່າງຊັດເຈນວ່າ ລາວມີປະສົບການເໜືອກວ່າ ເຊິ່ງທ້າວ ອານເດຣ ສາມາດຕີເຂົ້າ
ເປົ້າໄດ້ຫຼາຍຄັ້ງ, ເຮັດໃຫ້ທ້າວ ມາທີເນສ ມີແຜແຕກຢູ່ຫາງຄິ້ວກ້ຳຂວາ ແລະ ໃນຍົກ
ສຸດທ້າຍ ທ້າວ ອານເດຣ ກໍສາມາດປ້ຳຄູ່ຕໍ່ສູ້ລົງພື້ນໄດ້ ໃນ 90 ວິນາທີສຸດທ້າຍ ແລະ
ສິ້ນສຸດການແຂ່ງຂັນ ດ້ວຍການຢືນຮັດຄໍ.

ໄຊ​ຊະ​ນະ​ຄັ້ງ​ນີ້​ ຖືວ່າ​ເປັນ​ການ​ຍົກ​ພູ​ອອກ​ຈາກ​ໜ້າ​ເອິກສຳ​ລັບ​ທ້າວ ອານ​ເດ​ຣ ກໍ​ວ່າ​ໄດ້
ເພາະວ່າ ໃນການຊົກຄັ້ງທີ່ຜ່ານມາ ລາວໄດ້ເສຍໄຊໃຫ້ທ້າວ ຊອນ ໂອມາລລີ ເຊິ່ງລາວ
ສົມຄວນໄດ້ຮັບໄຊຊະນະເປັນຢ່າງຍິ່ງ, ຈົນຫຼາຍຄົນໄດ້ອອກມາວິຈານການຊົກຂອງ
ລາວຢ່າງໜັກ. ຫຼັງຈາກເຫດການດັ່ງກ່າວນັ້ນ ທ້າວ ອານເດຣ ກໍໄດ້ປະຕິຍານວ່າ ຕົນ
ເອງຈະປັບປຸງຕົນເອງ ແລະ ເຮັດໃຫ້ຕົນເອງແຂງແກ່ນຂຶ້ນ.

XS
SM
MD
LG