ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂຸມຝັງສົບ ຂະໜາດໃຫຍ່ ຖືກຄົ້ນພົບ ທີ່ເມືອງ Palmyra ໃນຊີເຣຍ


Palmyra Restoration Begins in Syria
please wait

No media source currently available

0:00 0:01:28 0:00

ເຈົ້າໜ້າ​ທີ່​ຊີ​ເຣຍ ກ່າວ​ວ່າ ພວກ​ທະຫານ ​ໄດ້​ຄົ້ນພົບ​ຂຸມ​ຝັງ​ສົບ ​ຂະໜາດ​ໃຫຍ່ ຢູ່​ທີ່​ເມື​ອງ Palmyra.

​ເຈົ້າໜ້າ​ທີ່​ເວົ້າວ່າ ຂຸມ​ດັ່ງກ່າວ ມີ​ສົບ​ຢູ່​ຢ່າງ​ໜ້ອຍ 40 ສົບ ຮວມທັງ​ແມ່ຍິງ​ແລະ​ເດັກນ້ອຍ​ສາມ​ຄົນ. ສົບ​ບາງ​ສົບ​ແມ່ນ​ໄດ້​ຖືກ​ຕັດ​ຄໍ.

ກອງທັບ​ຊີ​ເຣຍ​ໄດ້​ເຂົ້າຢຶດ​ເອົມ​ເມືອງ Palmyra ຈາກ​ກຸ່ມ​ລັດ​ອິສລາມ ​ໃນ​ວັນ​ອາທິດ​ທີ່​ຜ່ານ ມານີ້.

​ເມືອງ Palmyra ທີ່​ຖືກ​ຂະໜານ​ນາມ​ວ່າ ​ເປັນ​ເຈົ້າສາວ​ແຫ່ງ​ທະ​ເລ​ຊາຍ​ ​ເພື່ອໃຊ້ໃນ​ການ​ ດຶງດູ​ດ​ເອົາ​ພວກ​ນັກ​ທ່ອງ​ທ່ຽວ​ຫລາຍ​ສິບ​ພັນ​ຄົນ​ໃນ​ແຕ່ລະ​ປີ.

ກຸ່ມ​ລັດ​ອິສລາມ​ໄດ້​ເຂົ້າຢຶດ​ເອົາ​ເມືອງ Palmyra ຈາກກຳລັງ​ລັດຖະບານ ພາຍ​ໃນ​ເວລາ​ບໍ່ ເທົ່າ​ໃດ​ມື້ ​ໃນ​ເດືອນ​ພຶດສະພາ​ປີ 2015 ​ແລະ​ຕໍ່​ມາ​ກໍ​ໄດ້​ທັບ​ມ້າງທຳ ລາຍອະນຸສາວະລີ​ສະ ໄໝ​ໂຣມັນ​ທີ່​ມີ​ຊື່​ສຽງ​ຫຼາຍໆ​ອັນ ທີ່ຢູ່​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ໂລກ​ຂອງ​ອົງການ​ຢູ​ແນັສ​ໂກ.

XS
SM
MD
LG