ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ພະຈິກ ໒໐໒໕

ພັກ ANC ຢາກໃຫ້ ອາຟຣິກາໃຕ້ ຖອນອອກຈາກ ການເປັນສະມາຊິກ ສານອາຍາສາກົນ


ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ສະແດງທ່າທາງ ໃນລະຫວ່າງ ກ່າວຖະແຫລງການສັ້ນໆ ຕໍ່ສື່ມວນຊົນ.
ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ສະແດງທ່າທາງ ໃນລະຫວ່າງ ກ່າວຖະແຫລງການສັ້ນໆ ຕໍ່ສື່ມວນຊົນ.

ພັກຄອງ​ແຄຣັດແຫ່ງ​ຊາດ​ທີ່​ປົກຄອງ​ປະ​ເທດ​ຢູ່​ ຂອງອາ​ຟຣິກາ​
ໃຕ້ ຫຼື ANC ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ​ຕົນ​ໄດ້​ຮຽກຮ້ອງ​
ລັດຖະບານ ​ຂອງປະທາ​ນາ​ທິບໍດີ Jacob Zuma ​ໃຫ້​ຖອນ
ອ​າ​ຟຣິກາ​ໃຕ້ ອອກຈາກການ​ເປັນ​ສະມາຊິ​ກ ສານ​ອາຍາ​ສາກົນ
ຫຼື ICC.

ອາ​ຟຣິກາ​ໃຕ້ ​ແລະ ICC ​ໄດ້​ຂັດ​ແຍ່ງ​ກັນຕັ້ງ​ແຕ່ ອາຟຣິກາ​ໃຕ້
​ໄດ້​ລົ້ມ​ແຫຼວ ໃນ​ການ​ຈັບ​ກຸມ ​ປະທາ​ນາ​ທິບໍດີ ຊູດາ​ນ ທ່ານ
Omar al-Bashir ​ໃນ​ລະຫວ່າງ ​ກອງ​ປະ​ຊຸ​ມສຸດ​ຍອ​ດ
ສະຫະພາບ ​ອາ​ຟຣິກາ ​ໃນ​ປະ​ເທດ ອາ​ຟຣິກາ​ໃຕ້​ໃນ​ເດືອນ​ມິຖຸນາ
​ທີ່​ຜ່ານ​ມາ. ສັບປະດາແລ້ວ​ນີ້ ICC ​ໄດ້​ຂໍ​ໃຫ້​ອາ​ຟຣິກາ​ໃຕ້ ອະທິ​ບາຍ
​ວ່າ ​ເປັນ​ຫຍັງພວກ​ເຂົາ​ເຈົ້າ ຈຶ່ງ​ບໍ່​ຈັບ​ກຸມ ທ່າ​ນ Bashir.

ທ່ານນາງ Edna Molewa ​ແລະ ຫົວໜ້າ ການ​ພົວພັນ​ສາກົນ ອະນຸ​ກຳມະການ ສະພາ​ແຫ່ງ​ຊາດ ​ຂອງ​ພັກ ANC ກ່າວ​ວ່າ ຕົນ​ເຊື່ອ​ວ່າ ICC ບໍ່​ໄດ້​ຮັບ​ໃຊ້​ອາ​ຟຣິກາ ​ເໝືອນ​ດັ່ງ​ທີ່​ພວກ​ເຂົາ​ເຈົ້າ ​ໄດ້​ໃຫ້​ບໍລິການ​ແກ່​ປະ​ເທດ​ອື່ນໆ. ທ່ານ​ນາງ Molewa ​ໄດ້​ກ່າວ​ວ່າ ການ​ຕັດສິນ​ໃຈ​ ຂອງ
ພັກ ANC ​ແມ່ນ​ເປັນ​ແນວທາງ​ດຽວ​ກັນ ກັບ​ທ່າທີ​ຂອງ ສະຫະພາບ​ອາ​ຟຣິກາ ກ່ຽວ​ກັບ ICC.

ທ່ານ​ນາງ​ໄດ້ເວົ້າ​ວ່າ “ຄື​ດັ່ງ​ກັບ​ທ່ານ​ຮູ້ຈັກຫັ້ນ​ແລ້ວ ວ່າ ມັນ​ໄດ້​ມີ​ການ​ປະ​ເມີນ​ຜົນ​ຕໍ່​ເນື່ອງ
ຂອງ ICC ​ໂດຍສະຫະພາ​ບອາ​ຟຣິກາ ທັງ​ໝົດ. ດັ່ງ​ນັ້ນ ມື້​ນີ້ ສະພາ​ແຫ່ງຊາດ​
ອາ​ຟຣິກາ ຈຶ່ງນຳ​ເອົາ​ສິ່ງ​ ທີ່​ສະຫະພາບ​ອາ​ຟຣິກາ ​ໄດ້​ຕັດສິນ​ໃນມື້​ນີ້ ຢູ່​ທີ່​ກອງ​ປະຊຸມ​
ສະມັດຊາໃຫຍ່​ ສະພາ​ແຫ່ງ​ຊາດ ທີ່​ກ່າວ​ວ່າ ​ລັດຖະບານ ​ຂອງ​ອາ​ຟຣິກາ​ໃຕ້ ພວກ​
ເຮົາ​ຈະ​ມອບ ຄຳ​ສັ່ງໃຫ້​ພວກ​ເຈົ້າ ​ໃຫ້​ໄປ​ທົບ​ທວນຄືນ​ ສາຍ​ພົວພັນ​ຂອງ​ພວກ​ເຮົາ​
ກັບ ICC. ເປັນ​ຍ້ອນ​ຫຍັງ ພວກ​ເຮົາ ຈຶ່ງ​ເ​ຊື່​ອວ່າ ICC ​ແມ່ນ​ແທ້ຈິງ​ແລ້ວ ບໍ່​ໄດ້ຮັບ​
ໃຊ້​ທະວີບອາ​ຟຣິກາ ​ໃນ​ແບບ​ທີ່​ຕົນ​ ​ບໍລິການ​ປະ​ເທດ​ອື່ນໆ.”

XS
SM
MD
LG