ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກ ANC ມີ​ກຳ​ນົດ ສືບ​ຕໍ່​ເປັນ ພັກ​ປົກ​ຄອງ ປະ​ເທດ ອາ​ຟ​ຣິ​ກາ​ໃຕ້


​ທ່ານ ຊາຍ ມາ​ມາ​ໂບ​ໂລ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ ຂອງ​ຄະ​ນະ​ກຳ​ມາ​ທິ​ການ ການ​ເລືອກ​ຕັ້​ງ​ອິດ​ສະ​ຫຼະ ກ່າວ​ຄຳ​ປາ​ໄສ​ຢູ່​ເທິງ​ເວ​ທີ ຢູ່​ສູນ​ຄະ​ແນນ​ສຽງ​ໃນ​ເມືອງ ເພ​ໂຕ​ເຣຍ, ປະ​ເທດ ອາ​ຟ​ຣິ​ກາ​ໃຕ້. 9 ພຶດ​ສະ​ພາ, 2019.
​ທ່ານ ຊາຍ ມາ​ມາ​ໂບ​ໂລ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ ຂອງ​ຄະ​ນະ​ກຳ​ມາ​ທິ​ການ ການ​ເລືອກ​ຕັ້​ງ​ອິດ​ສະ​ຫຼະ ກ່າວ​ຄຳ​ປາ​ໄສ​ຢູ່​ເທິງ​ເວ​ທີ ຢູ່​ສູນ​ຄະ​ແນນ​ສຽງ​ໃນ​ເມືອງ ເພ​ໂຕ​ເຣຍ, ປະ​ເທດ ອາ​ຟ​ຣິ​ກາ​ໃຕ້. 9 ພຶດ​ສະ​ພາ, 2019.

ດ້ວຍ​ຄະ​ແນນ​ສຽງ 99.9 ເປີ​ເຊັນ​ໄດ້​ນັບ​ໄປ​ແລ້ວນັ້ນ ພັກປົກຄອງ ລັດ​ຖະ​ສະ​ພາ​ແຫ່ງ
ຊາດ ອາຟຣິກາ ຫຼື ເອີ້ນຫຍໍ້ວ່າ ANC ນັ້ນ ແມ່ນຍັງຄົງເປັນ​ຜູ້​ມີຄະ ແນນສຽງນຳໜ້າຢູ່
ແລະ​ ໄດ້ມີ​ກຳ​ນົດທຳ​ການ​ສະ​ເຫຼີມ​ສະ​ຫຼອງໃນ​ວັນ​ເສົາ​ວານ ນີ້ ເວລາ​ຜົນ​ການ​ນັບ​ຄະ
​ແນນ​ສຽງ ຖືກ​ປະ​ກາດ​ຢ່​າງ​ເປັນ​ທາງ​ການ. ລັດ​ຖະ​ບານ​ຊຸດ​ໃໝ່ ຈະ​ຖືກ​ຕັ້ງ​ຂຶ້ນ​ໃນ​ທ້າຍ
​ເດືອນນີ້.

ພັກ ANC ໄດ້ຊະ​ນະ​ການ​ເລືອກ​ຕັ້ງ​ທັງ​ໝົ​ດ 6 ເທື່ອ ນັບ​ແຕ່​ປະ​ເທດ​ດັ່ງ​ກ່າວ ໄດ້​ສິ້ນ
​ສຸດການ​ປົກ​ຄອງ​ທີ່​ແບ່ງ​ແຍກ​ຜິວ​ພັນ ໃນປີ 1994.

ແຕ່​ແນວ​ໃດ​ກໍ​ຕາມ ​ປີນີ້ແມ່​ນ​ເທື່ອທຳ​ອິດທີ່​ພັກ ANC ໄດ້​ຊະ​ນະ​ດ້ວຍຄະແນນ​ສຽງ​ບໍ່​
ຮອດ 60 ເປີ​ເຊັນ. ເປັນ​ທີ່​ຄາດ​ກັນ​ວ່າ ຄະ​ນະ​ກຳ​ມາ​ທິ​ການ​ ກ​ານເລືອກ​ຕັ້ງ​ຈະ​ປະ​ກາດ
​ໃຫ້​ຊາບ​ວ່າ ພັກ ANC ຍັງ​ເປັນ​ພັກ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ ກວ່າ​ໝູ່ 57 ເປີ​ເຊັນ.

ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ຂ່າວນອງ​ນັນການ​ສໍ້​ລາດ​ບັງ​ຫຼວງ ແລະ​ການ​ເຕີບ​ໂຕ
​ເສດ​ຖະ​ກິດ​ທີ່​ຊັກ​ຊ້າ​ລົງ ໄດ້​ສ້າງ​ຮອຍ​ດ່າງ​ພ້ອຍໃຫ້​ແກ່​ພາບ​ພົດຂອງ​ພັກ ANC ແລະ
​ ໄດ້​ເຮັດ​ໃຫ້​ຜູ້​ລົງ​ຄະ​ແນນ​ສຽງ​ຍ້າຍ​ໄປ​ປ່ອນ​ບັດ​ໃຫ້​ພັກ​ອື່ນ.

ແຕ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງພັກ ANC ໄດ້ກ່າວໃນວັນສຸກວານນີ້ວ່າ ພວກ ເຂົາ
ເຈົ້າ ບໍ່ໄດ້ເປັນຫ່ວງຫຍັງ ຍ້ອນສິ່ງທີ່ປາກົດອອກມາໃນອັນຖືວ່າ ເປັນການ ສູນເສຍ
ຄວາມເຊື່ອໝັ້ນ ຕໍ່ພັກ ANC.

ທ່ານເຈັສຊີ ດູອາເຕ ຮອງເລຂາ ທິການໃຫຍ່ ຂອງພັກ ANC ທີ່ໄດ້ບອກບັນດານັກ
ຂ່າວຢູ່ທີ່ສູນນັບຄະແນນຫຼັກ ໃນເມືອງ ປ​ຣີ​ໂຕເຣຍ (Pretoria) ໄດ້​ກ່າວ​ວ່າ “ບໍ່ຜິດ
ຫວັງເລີຍ, ບໍ່ແປກໃຈເລີຍ ພວກເຮົາໄດ້ຢູ່ບ່ອນທີ່ພວກເຮົາຄິດວ່າ ຄວນຈະເປັນໃນ
ຈຸດນຶ່ງໃນຊ່ວງເວລານີ້”.

ພັກ​ຝ່າຍ​ຄ້ານ ພັນ​ທະ​ມິດ​ເພື່ອ​ປະ​ຊາ​ທິ​ປ​ະ​ໄຕ ກໍ​ໄດ້​ປະ​ສົບ​ຄວາມ​ຜິດ​ຫວັງ​ເຊັ່ນ ​ດຽວ​
ກັນໃນ​ການ​ປ່ອນ​ບັດ​ຄັ້ງ​ນີ້, ຊຶ່ງ​ໄດ້ເກືອບ 21 ຂອງ​ຄະ​ແນນ​ສຽງ. ໃນ​ການ​ ເລືອກ​ຕັ້ງ​ປີ
2014 ພັກ​ດັ່ງ​ກ່າວ ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍກວ່າ 22 ເປີ​ເຊັນ.

ສ່ວນພັກ ນັກຕໍ່ສູ້ເພື່ອເສລີພາບດ້ານເສດຖະກິດ ທີ່​ມີ​ແນວ​ທາງຊ້າຍຈັດ ຫຼື ເອີ້ນຫຍໍ້
ວ່າ EFF, ໃນການເລືອກຕັ້ງແຫ່ງຊາດຄັ້ງທີສອງຂອງຕົນນັ້ນ, ໄດ້ຮັບຄະແນນສຽງ
ຫຼາຍຂຶ້ນໜ້ອຍນຶ່ງ ຄືຫຼາຍກວ່າ 10 ເປີເຊັນ ຫຼາຍກວ່າ​ທີ່​ຕົນ​ໄດ້​ຮັບ ໃນ​ປີ 2014.

ປະທານພັກ EFF ແຫ່ງຊາດ ທ່ານ ດາລີ ເອັມໂປຟູ ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ ພັກ
ຂອງທ່ານມີຄວາມຮູ້ສຶກດີໃຈທີ່ໄດ້ຮັບຜົນດີກວ່າໃນປີ 2014 ຊຶ່ງພັກ ຂອງທ່ານໄດ້ຮັບ
ຄະແນນສຽງ 6 ເປີເຊັນ ໃນການເປີດຕົວຄັ້ງທຳອິດ ໃນການ ເລືອກຕັ້ງແຫ່ງ​ຊາດ.

ສິ່ງທີ່ບໍ່ມີຜູ້ໃດຄາດ​ຄິດ​ວ່າ​ຈະ​ໄດ້​ເຫັນ​ນັ້ນ, ເຖິງຢ່າງໃດກໍດີ, ກໍຄື ການເພີ້ມຂຶ້ນ ໃນຄະ
ແນນສຽງຂອງພັກເວົ້າ​ພ​າ​ສາ ອາ​ຟ​ຣິ​ການ, VF Plus, ຜູ້ຊຶ່ງມີຊື່ເປັນ ພາສາອັງກິດວ່າ Freedom Front Plus ນັ້ນ. ເປົ້າໝາຍຂອງພັກດັ່ງກ່າວນີ້ ແມ່ນເພື່ອສ້າງບ້ານເກີດ
ເມືອງນອນໃຫ້ແກ່ຊາວຜິວຂາວຊົນກຸຸ່ມນ້ອຍ ທີ່ເວົ້າພາ ສາອາຟຣິກາ. ພັກທີ່ບໍ່ຢູ່ໃນວົງ
ການການເມືອງດັ່ງ​ກ່າວ ໄດ້ສ້າງຄວາມແປກໃຈ ໃຫ້ພວກສັງເກດການຫຼາຍໆຄົນ ດ້ວຍ
ການຍາດມາໄດ້ຄະແນນສຽງ 1 ເປີເຊັນ ໃນການເລືອກຕັ້ງປີ 2014.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG