ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ ສຳ​ພາດ ທ່ານ ອາ​ນັນ ສິງ​ສະ​ຫວ່າງ ພະ​ນັກ​ງານ​ຈຸ​ບິນ ຂອງ​ສາຍ​ການ​ບິນເອ​ມີ​ເຣັດ​ສ໌


ທ່ານ ອາ​ນັນ ຖ່າຍ​ຮູບ​ກັບ​ເຮືອ​ບິນ​ຈຳ​ລອງ ໃນ​ລະ​ຫວ່າງ​ການ​ຊ້ອງວຽກ.
ທ່ານ ອາ​ນັນ ຖ່າຍ​ຮູບ​ກັບ​ເຮືອ​ບິນ​ຈຳ​ລອງ ໃນ​ລະ​ຫວ່າງ​ການ​ຊ້ອງວຽກ.

ເວ​ລາ​ທີ່​ພວກ​ເຮົາ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ, ແລະ ລໍ​ຖ້າ​ຖ້ຽວ​ບິນ​ຂອງເຮົາ​ຢູ່​ສະ​ໜາມ​
ບິນນັ້ນ ພວກເຮົາມັກຈະເຫັນພະນັກງານຈຸບິນ ຂອງສາຍການບິນຕ່າງໆຍ່າງກາຍເຮົາ.
ເຂົາເຈົ້າແຕ່ງຕົວສຸພາບ ແລະ ສະຫງ່າຜ່າເຜີຍ, ແຕ່ບໍ່ມີໃຜຮູ້ວ່າ ກວ່າຈະໄປຢູ່ໃນກຸ່ມ
ນັ້ນໄດ້ມັນຕ້ອງໄດ້ຜ່ານຜ່າຂັ້ນຕອນການຄັດເລືອກຍາກຊ່ຳໃດ. ມື້ນີ້ວີໂອເອລາວ ຈະ
ນຳສະເໜີການສຳພາດກັບຄົນ ລາວ ທີ່ເປັນພະນັກງານຈຸບິນຂອງສາຍການບິນ ເອມີ
ເຣັດສ໌ ທີ່ມີຊື່ສຽງທີ່ສຸດຂອງໂລກ, ເຊິ່ງລາວຈະມາເລົ່າປະສົບການຂອງລາວ ໃຫ້ເຮົາ
ໄດ້ຟັງ. ຂໍເຊີນທ່ານຮັບຟັງໄດ້ກັບ ພຸດທະສອນ.

“ສະ​ບາຍ​ດີ, ຂ້າ​ພະ​ເຈົ້າ​ຊື່ ອາ​ນັນ ສິງ​ສະ​ຫວ່າງ, ອາ​ຍຸ 27 ປີ. ຮຽນ​ຈົບ​ຈາກ​ມະ​ຫາ​ວິ​
ທະຍາໄລແຫ່ງຊາດ, ຂະແໜງວິສະວະກຳສາດ. ຕອນນີ້ເຮັດວຽກຢູ່ສາຍການບິນ
ເອມີເຣັດສ໌.”

ສາຍ​ການ​ບິນ ເອ​ມີ​ເຣັດ​ສ໌ ແມ່ນ​ບໍ​ລິ​ສັດ​ການ​ບິນ​ຂອງ​ປະ​ເທດ ສະ​ຫະ​ລັດ ອາ​ຣັບ ເອ​ມີ​
ເຣັດສ໌, ຕັ້ງຢູ່ເຂດຕາເວັນອອກກາງ, ຖືວ່າເປັນສາຍການບິນທີ່ໃຫຍ່ ແລະ ມີຊື່ສຽງ
ໂດ່ງດັງໃນໂລກ. ສາຍການບິນ ເອມີເຣັດສ໌ ສ້າງຕັ້ງຂຶ້ນ ໃນປີ 1985, ບໍລິການຖ້ຽວ
ບິນເຖິງຫຼາຍກວ່າ 150 ຈຸດໝາຍ, ທົ່ວຫົກທະວີບ.

ທ່ານ ອາ​ນັນ ແມ່ນ​ຄົນ​ລາວ​ພຽງ​ຄົນ​ດຽວ​ ທີ່​ເຮັດ​ວຽກ​ໃຫ້​ສາຍ​ກາ​ນ​ບິນ​ດັ່ງ​ກ່າວ. ເຮັດ​
ວຽກມາໄດ້ເກືອບສາມປີແລ້ວ. ແຕ່ການເປັນພະນັກງານຈຸບິນ ຫຼື Flight Attendant
ນັ້ນບໍ່ແມ່ນສິ່ງທີ່ລາວໄດ້ຄາດຝັນໄວ້ ລາວກ່າວວ່າມັນເປັນແຮງບັນດານໃຈມາຈາກ
ລຸ້ນເອື້ອຍ ຜູ້ທີ່ເຮັດຢູ່ສາຍການບິນຄູ່ແຂ່ງຂອງ ເອມີເຣັດສ໌.

“ສຳ​ລັບ​ອາ​ຊີບນີ້​ເນາະ ເປັນ​ອີ​ຫຍັງ​ທີ່​ກະ​ທັນ​ຫັນຫຼາຍເພາະ​ວ່າ ມີ​ມື້​ນຶ່ງ​ເຮົາ​ກະ​ນັ່ງ​ອ່ານ
ບລັອກ ອີຫຍັງທົ່ວໄປນີ້ແຫຼະ. ກະຕ້ອງໃຫ້ເຄຣດິດລຸ້ນເອື້ອຍເນາະ ຊຶ່ງເພິ່ນເຮັດຢູ່ອີກ
ສາຍການບິນນຶ່ງ, ສາຍການບິນ ກາຕ້າ, ຊຶ່ງວ່າ ກະຄືເອື້ອຍ ປຸ ນັ້ນເອງ. ລະກະມາ
ເຫັນໄລຟສຕາຍ ມາເຫັນການໃຊ້ຊີວິດຂອງເພິ່ນ ໃນການເປັນ flight attendant,
ເປັນຈຸບິນເນາະ ກະຮູ້ສຶກວ່າເປັນອີຫຍັງທີ່ໜ້າສົນໃຈ ເຮົາກະເລີຍລອງຊອກຫາຂໍ້ມູນ
ວ່າ ມັນມີສາຍໃດບໍ່ ທີ່ເປີດຮັບສະໝັກ ໃຫ້ຄົນລາວເຂົ້າມາສະໝັກໄດ້, ທີ່ວ່າຢູ່ຕ່າງປະ
ເທດຫັ້ນ. ກະເລີຍເຫັນຂອງ ເອມີເຣັດສ໌ ທີ່ກຳລັງເປີດຮັບສະໝັກຢູ່. ກະເລີຍລອງສະ
ໝັກເບິ່ງ.”

​ທ່ານ ອາ​ນັນ, ຂວາ​ສຸດ, ຖ່າຍ​ຮູບ​ກັບ​ເພື່ອນ​ຮ່ວມ​ງານ
​ທ່ານ ອາ​ນັນ, ຂວາ​ສຸດ, ຖ່າຍ​ຮູບ​ກັບ​ເພື່ອນ​ຮ່ວມ​ງານ

ການ​ທີ່​ຈະ​ໄດ້​ວຽກ​ກັບ​ສາຍ​ການ​ບິນ ເອ​ມີ​ເຣັ​ດ​ສ໌ ນັ້ນມັນ​ບໍ່​ແມ່ນ​ເລື່ອງ​ທີ່​ງ່າຍ. ຜູ້​ສະ​ໝັກ
ຫຼາຍພັນຄົນຈາກທົ່ວໂລກ ໄດ້ພາກັນສົ່ງໃບສະໝັກເຖິງບໍລິສັດສາຍການບິນ ເອມີ
ເຣັດສ໌ ໃນແຕ່ລະເດືອນ. ແລະ ສຳລັບເວລາທີ່ທ່ານ ອານັນ ເສັງເຂົ້ານັ້ນ, ຜູ້ສອບເສັງ
ທັງໝົດແມ່ນລວມມີປະມານ 2000 ຄົນ. ແຕ່ລະຄົນແມ່ນສາມາດເລືອກທີ່ຈະສອບເສັງ
ໄດ້ຕາມສະຖານທີ່ໆຖືກຈັດ ໃນປະເທດທີ່ຢູ່ໃກ້ຄຽງ. ທ່ານ ອານັນໄດ້ໄປເສັງຢູ່ປະເທດ
ສິງກະໂປ ແລະ ຄ່າໃຊ້ຈ່າຍທັງໝົດນັ້ນແມ່ນລາວເປັນຜູ້ຮັບຜິດຊອບເອງໝົດ. ຈາກຜູ້
ເຂົ້າສອບເສັງທີ່ກ່າວມານັ້ນ, ມີພຽງ 7 ຄົນຖືກຄັດເລືອກເອົາ, ແລະ ທ່ານ ອານັນ ກໍ
ແມ່ນນຶ່ງໃນນັ້ນ.

ຫຼັງ​ຈາກ​ຖືກ​ຄັດ​ເລືອກ​ແລ້ວ ທ່ານ ອາ​ນັນ ກໍ​ໄດ້​ຍ້າຍ​ໄປ​ຢູ່​ນະ​ຄອນ ດູ​ໄບ ແລະ ຮັບ​ການ
ຝຶກງານ ດັ່ງທີ່ລາວໄດ້ກ່າວຕໍ່ໄປນີ້: “ຫຼັງຈາກເສັງຜ່ານແລ້ວ ແລະ ໄດ້ຍ້າຍມາຢູ່ ດູໄບ
ແລ້ວເນາະ ກະມີການຝຶກຊ້ອມປະມານສອງເດືອນ ບໍ່ວ່າຈະເປັນທາງດ້ານການໃຊ້ອຸ
ປະກອນຕ່າງໆຢູ່ເທິງເຮືອບິນ ຫຼືການກຽມພ້ອມໃນການຮັກສາຄວາມປອດໄພຕ່າງໆ
ບໍ່ວ່າຈະເປັນເລື່ອງວິເຄາະ ເລື່ອງການເຮັດແນວໃດເຮັດໃຫ້ການເດີນທາງໃນເຮືອບິນ
ປອດໄພ. ອີກຫົວຂໍ້ນຶ່ງກະແມ່ນເລື່ອງ First Aid ຫຼືວ່າເລື່ອງສຸຂະພາບຕ່າງໆ ເວລາ
ຄົນເກີດມີບັນຫາຕ່າງໆຢູ່ເທິງຍົນ. ຄົນປ່ວຍແນວໃດຢູ່ເທິງຍົນຕ່າງໆ.” ທ່ານ ອານັນ
ກ່າວອີກວ່າ “ຫຼັງຈາກນັ້ນກໍຈະແມ່ນດ້ານ Service, ດ້ານການບໍລິການຕ່າງໆ ເລື່ອງ
ການເສີບ ຈະເຮັດແນວໃດໃຫ້ບໍລິການລູກຄ້າ. ແຕ່ວ່າຫຼັກໆແລ້ວ ປັດໄຈຫຼັກຂອງການ
ເປັນ ຈຸບິນ ກໍຄືເລື່ອງຄວາມປອດໄພຂອງຜູ້ໂດຍສານ.”

​ທ່ານ ອາ​ນັນ ຖ່າຍ​ຮູບ​ຢູ່​ໃນ​ເຮືອ​ບິນ​
​ທ່ານ ອາ​ນັນ ຖ່າຍ​ຮູບ​ຢູ່​ໃນ​ເຮືອ​ບິນ​

ການ​ເປັນ​ພະ​ນັກ​ງານ​ຈຸ​ບິນ ທ່ານ​ສາ​ມ​າດ​ບິນ​ໄປຫຼາຍ​ປະ​ເທດ​ໄດ້, ແຕ່​ຕອນ​ເລີ່ມ​ຕົ້ນ​ພະ​ນັກ​ງານ​ແຕ່​ລະ​ຄົນ​ ກໍ​ຈະ​ໄດ້​ບິນ​ໄລ​ຍະ​ໃກ້ກ່ອນ​ ແລ້ວຈຶ່ງ​ໄລ​ຍະ​ໄກ ແລະ ຫຼັງ​ຈາກ​ມີ​ປະ​ສົບ​ການ​ແດ່​ແລ້ວ​ເຂົາ​ເຈົ້າ ​ກໍ​ຈະ​ມີ​ສິດ​ເລືອກວ່າ​ ຢາກ​ໄປ​ປະ​ເທດ​ໃດ ເຊິ່ງ​ທ່ານ ອາ​ນັນ ກ່າວ​ວ່າ “ສະ​ຫະ​ພາບ ເອ​ເມີ​ເຣັ​ດ​ສ໌ ເນາະ ເນື່ອງ​ຈາກວ່າ​ມັນ​ເປັນສະ​ຫະ​ພາບ​ປະ​ເທດ​ໃນ​ອ່າວ​ເນາະ ປະ​ເທດ​ໃນ​ອ່າວ Gulf ເຂົາ​ເຈົ້າ​ກໍ​ຈະ​ບິນ​ໄປ​ຫາ​ປະ​ເທດ​ອື່ນໆ ທີ່​ວ່າ​ຢູ່​ໃນ​ອ່າວ​ນຳ​ກັນ ຊຶ່ງ​ອັນ​ນັ້ນ​ກະ​ເປັນ ໄຟຼ​ທ໌ ສັ້ນໆ ທີ່​ວ່າໄດ້​ເລີ່ມ​ຮຽນ​ກ່ອນ ບໍ່​ວ່າ​ຈະ​ບິນ​ໄປ ຄູ​ເຫວດ ບໍ່, ບິນ​ໄປ ໂອ​ມານ ບໍ່, ບິນ​ໄປອີຫຍັງ​ໃກ້ໆ​ແຖວນີ້​ນິ​ແຫຼະ, ບິນ​ໄປ ຊາ​ອຸ​ດີ ອ​າ​ເຣ​ເບຍບໍ່. ຫຼັງ​ຈາກ​ນັ້ນ​ກ​ະ​ຊິ​ມີ​ໄຟຼ​ທ໌ ບິນ​ຍາວ​ຂຶ້ນ​ຍາວ​ຂຶ້ນເລື້ອຍໆ. ​ເວ​ລາ​ທີ່​ເຮົາ​ເຂົ້າ​ມາ​ເຮັດ​ວຽກ​ທຳ​ອິດ​ເນາະ ເຂົາ​ເຈົ້າ​ກໍ​ຈະ​ມີ​ຊ່ວງ​ທົດ​ລອງວຽກ​ຊຶ່ງວ່າຊ່ວງ​ທົດ​ລອງວຽກນີ້ ​ຈະ​ເປັນ​ສາມ​ເດືອນ​ທຳ​ອິດ ຫຼັງ​ຈາກ​ທີ່​ເຮົາ​ຝຶກ​ອົບ​ຮົມ​ຈົບ​ແລ້ວ ໃນ​ຊ່ວງ​ນັ້ນ​ເຮົາ​ຈະ​ບໍ່​ສາ​ມາດ​ເລືອກ​ໄຟຼ​ທ໌​ຂອງ​ເຮົາ​ເອງ​ໄດ້ ມັນ​ຈະ​ເປັນ​ລະ​ບົບ​ແຣນ​ດັອມ ລະ​ບົບ​ຈັບ​ສະຫຼາກ​ຂອງ​ເຂົາ​ເຈົ້າ​ເລີຍ ເຂົາ​ເຈົ້າ​ຈະ​ຈັບ​ໃຫ້​ເພື່ອ​ວ່າຝຶກ​ໃຫ້​ເຮົາ​ຮູ້​ວ່າ ໄຟຼ​ທ໌ ແຕ່​ລັດ​ຕ່າງໆ​ມັນ​ເປັນ​ແນວ​ໃດ ໄຟຼ​ທ໌ ສັ້ນ​ເປັນ​ແນວ​ໃດ ໄຟຼ​ທ໌ ຍາວເປັນ​ແນວ​ໃດ ລະ​ກະ​ບົບ​ການ​ບໍ​ລິ​ການໃນ​ໂຊນ​ເອ​ເຊຍເປັນ​ແນວ​ໃດ, ໂຊນ ຢູ​ໂຣບ, ໂຊນອາ​ຟ​ຣິ​ກາ​ເປັນ​ແນວ​ໃດເນາະ. ຫຼັງ​ຈາກ​ໝົດ​ຊ່ວງ​ທົດ​ລອງ​ງານ​ຂອງ​ເຮົາ​ແລ້ວ​ເຮົາ​ສາ​ມາດ​ຂໍ​ ໄຟຼ​ທ໌ ໄດ້​ວ່າ​ເຮົາຢາກ​ໄດ້​ໄປ​ຟາກ​ໃດ, ໄປ​ເມືອງ​ໃດ, ໄປ​ປະ​ເທດ​ໃດ.”

ພະ​ນັກ​ງານ​ສາຍ​ການ​ບິນ ເອ​ມີ​ເຣັ​ດ​ສ໌ ທຸກ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ເຕັມ​ທີ່​ຈາກ​ບໍ​ລິ​ສັດ​ຂອງ​ເຂົາ​ເຈົ້າ. ທາງ​ສາຍ​ການ​ບິນ​ຈະ​ມີ​ປະ​ກັນ​ໄພ​ໃຫ້ ເຊິ່ງ​ປະ​ກອບ​ມີ ປະ​ກັນ​ໄພ​ໃນ​ໜ້າ​ວຽກ ແລະ ປະ​ກັນ​ໄພ​ການ​ເດີນ​ທາງ. ແລະ ຂໍ້​ດີ​ອີກ​ຢ່າງ​ນຶ່ງ​ກໍ​ແມ່ນພະ​ນັກ​ງານ​ທຸກ​ຄົນ ​ຈະ​ໄດ້​ທີ່​ພັກ​ອາ​ໄສໂດຍບໍ່​ໄດ້​ເສຍ​ເງິນ ແລະ ບໍ​ລິ​ສັດ​ກໍ​ຈະຮັບ​ຜິດ​ຊອບ​ ຄ່າ​ນ້ຳ​ຄ່າ​ໄຟ​ທຸກ​ຢ່າງ​ໃຫ້ ພ້ອມ​ດ້ວຍ​ລົດ​ຮັບ​ສົ່ງ​ໃນ​ການ​ໄປ​ເຮັດ​ວຽກ​ແຕ່​ລະ​ມື້. ທ່ານ ອາ​ນັນ​ເວົ້າ​ວ່າລາວ​ໄດ້​ມື້​ພັກ​ປະ​ຈຳ​ປີ​ສາມ​ສິບ​ວັນ, ແລະ ຖ້າ​ຊື້​ປີ້​ເຮືອ​ບິນ​ໄປ​ທ່ຽວ ຫຼື ກັບ​ບ້ານ ​ກໍ​ຈະ​ໄດ້​ລາ​ຄາ​ພິ​ເສດ​ເຊັ່ນ​ກັນ. ສຳ​ລັບ​ຄ່າ​ແຮງ​ງານ ແລະ ຄ່າ​ໃຊ້​ຈ່າຍ​ສ່ວນ​ໂຕ​ນັ້ນ ທ່ານ ອາ​ນັນ ກ່າວ​ວ່າ

“ລະ​ບົບຂອງ​ການ​ຈ່າຍ​ ຂອງ​ແຕ່​ລະ​ສາຍ​ການ​ບິນ ມັນ​ຈະ​ແຕກ​ຕ່າງ​ກັນ​ເນາະ ແຕ່​ວ່າຫຼັກໆ​ແລ້ວ​ມັນ​ກໍ​ຈະ​ມີ​ຮູບ​ແບບ​ຄື​ວ່າ ເຂົາ​ເຈົ້າ​ຈ​ະ​ມີ​ເງິນ​ເດືອນ​ເປັນ​ພື້ນ​ຖານຂອງ​ເຮົາ​ຢູ່​ແລ້ວ ກະ​ຄື​ວ່າຖ້າ​ສົມ​ມຸ​ດ​ວ່າ​ເດືອນນີ້ເຈົ້າ ບໍ່​ໄດ້​ບິນ ຫຼື​ວ່າເຈົ້າ​ເກີດເຈັບ​ປ່ວຍ ອີ​ຫຍັງ​ຕ່າງໆເນາະ ຫຼື​ວ່າ​ເຈົ້າ​ມີ ລີ​ຟ (Leave) ຫຼື​ວ່າ​ເຈົ້າ​ມີ​ພັກຮ້ອນ ເຈົ້າ​ກໍ​ຈະ​ໄດ້​ເງິນ​ເດືອນ​ໂຕ ເບ​ຊິກ (Basic) ນີ້​ໄປ ແຕ່​ວ່າຖ້າ​ເຈົ້າ​ບິນຫຼາຍ ຊົ່ວ​ໂມງ​ບິນຫຼາຍ, ບິນ​ໄກ ຈະ​ໄດ້​ເປັນ​ຕົວ​ຄູນຫຼື​ວ່າ​ຕົວ​ເພີ່ມໄລ່​ຕາມ​ຊົ່ວ​ໂມງ.”

ອາ​ນັນ, ທີ​ສາມ​ຈາກ​ຊ້າຍ, ກັບ ເພື່ອ​ນຮ່ວມ​ງານ ຝຶກຊ້ອມ​ການ​ຊ່ວຍ​ຊີ​ວິດ.
ອາ​ນັນ, ທີ​ສາມ​ຈາກ​ຊ້າຍ, ກັບ ເພື່ອ​ນຮ່ວມ​ງານ ຝຶກຊ້ອມ​ການ​ຊ່ວຍ​ຊີ​ວິດ.

ນອກ​ນັ້ນການບິນໃນແຕ່​ລະ​ຄັ້ງ ​ເຂົາ​ເຈົ້າກໍ​ຈະໄດ້​ຮັບເງິນແຮ​ຖົງ ສຳ​ລັບ​ອາ​ຫານ​ການ
ກິນ ໃນເວລາພັກຄ້າງ ຖ້າເຮັດວຽກຖ້ຽວບິນຕໍ່ໄປ.

ການ​ສ້າງ​ອາ​ຊີບ​ໃນ​ຕ່າງ​ປະ​ເທດ ແມ່ນ​ການ​ເອົາ​ບາດ​ກ້າວ​ທີ່​ໃຫຍ່ ໂດຍ​ສະ​ເພາະ​ການ​
ເຮັດ​ວຽກ​ກັບ​ສາຍ​ການ​ບິນ, ມັນ​ເປັນ​ວຽກ​ທີ່​ວ່າ​ອິດ​ເມື່ອຍ ແລະ ຫ່າງ​ໄກ​ຈາກ​ບ້ານຫຼາຍ.
ທ່ານ ອານັນ ກ່າວວ່າເວລາແມ່ນບໍ່ຄ່ອຍຍືດຢຸ່ນປານໃດ ເພາະສະນັ້ນໃນເວລາທີ່ສຳ
ຄັນຂອງຄອບຄົວ ແລະ ວັນສຳຄັນຕ່າງໆ ກໍຈະເຮັດໃຫ້ລາວຮູ້ສຶກວ່າ ເມື່ອບໍ່ໄດ້ຢູ່ກັບ
ຄອບຄົວ ມັນກໍຈະເຮັດໃຫ້ຮູ້ສຶກເຫງົາ. ລາວກ່າວວ່າ ລາວພະຍາຍາມເຮັດບໍ່ເຮັດໃຫ້
ຕົນເອງທໍ້ແທ້ ແລະ ພະຍາຍາມຫາສິ່ງທີ່ຈະເຮັດໃຫ້ຕົນເອງມ່ວນກັບວຽກ ແລະ ເຮັດ
ວຽກໃຫ້ດົນເທົ່າທີ່ຈະເຮັດໄດ້.

ທ່ານ ອາ​ນັນ ກ່າວ​ວ່າ “ວຽກ​ນີ້ຖື​ວ່າ​ມ່ວນ ແລະ ເປັນ​ວຽກ​ທີ່​ທ້າ​ທາຍ ມີ​ສິ່ງ​ທີ່​ໜ້​າ​ສົນ​ໃຈ
ແລະ ແປກໃໝ່ມາທ້າທາຍພວກເຮົາເລື້ອຍໆ. ກະເລີຍຄິດວ່າຈະຢູ່ວຽກນີ້ດົນພໍສົມຄວນ,
ຍັງບໍ່ມີແຜນໃຫ້ຕົນເອງວ່າ ຊິຢູ່ດົນພໍປານໃດ, ຕາບໃດທີ່ວ່າວຽກນີ້ມັນຍັງທ້າທາຍ ລະ
ກະມ່ວນສຳລັບເຮົາ ກະຄິດວ່າໜ້າຈະຢູ່ໄປເລື້ອຍໆ.”

ທ່ານ ອາ​ນັນ ເວົ້າ​ວ່າເມື່ອ​ໄດ້​ເຮັດ​ວຽກ​ນີ້​ແລ້ວ ຄວາມ​ຮັກ​ບ້ານເຮົາ​ຈະ​ມີຫຼາຍ ຂຶ້ນກວ່າ
ເກົ່າ, ມັນຍາກຫຼາຍທີ່ຈະໄດ້ເຫັນຄົນຈາກປະເທດ ລາວ. ຄັ້ງນຶ່ງເມື່ອທ່ານ ອານັນ ໄດ້
ເຫັນຄົນລາວໂດຍສານຢູ່ໃນຖ້ຽວບິນດຽວກັນ ລາວກໍຮູ້ສຶກປະທັບໃຈຫຼາຍ, ດີໃຈຫຼາຍ
ເພາະຕົນເອງບໍ່ຄິດວ່າຈະມີຄົນລາວຢູ່ໃນຖ້ຽວບິນດຽວກັນ.

XS
SM
MD
LG