ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະເວົ້າວ່າ ສະຫະລັດ ແລະ ໄທເປ ແນເປົ້າຈະບໍ່ເຮັດໃຫ້ການແວ່ຢ້ຽມຢາມ ຂອງຮອງປະທານາທິບໍດີ ໄຕ້ຫວັນ ຫຼູຫຼາ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕກ້າວໜ້າ ທ່ານ ວິລລຽມ ລາຍ ຍົກມືທັກທາຍໃນລະຫວ່າງກອງປະຊຸມຂອງພັກໃນນະຄອນຫຼວງ ໄທເປ, 16 ກໍລະກົດ 2023.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕກ້າວໜ້າ ທ່ານ ວິລລຽມ ລາຍ ຍົກມືທັກທາຍໃນລະຫວ່າງກອງປະຊຸມຂອງພັກໃນນະຄອນຫຼວງ ໄທເປ, 16 ກໍລະກົດ 2023.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ແລະ ຜູ້​ນຳ​ໜ້າ​ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທານ​າ​ທິ​ບໍ​ດີ, ທ່ານ ວິ​ລ​ລຽມ ລາຍ, ​ຈະ​ເລີ່ມ​ການ​ເດີນ​ທາງ​ໄປ​ປະ​ເທດ ປາ​ຣາກວາຍ ເປັນ​ເວ​ລາ 7 ວັນ​ໃນ​ວັນ​ເສົາ​ມື້​ອື່ນ. ຢູ່​ຕາມ​ເສັ້ນ​ທາງ​ຂອງ​ການ​ເດີນ​ທາງ​ນັ້ນ, ທ່ານ​ຈະ​ທຳ​ການ​ຢູ່​ແວ່​ໃນ​ລະ​ຫວ່າງ​ການ​ເດີນ​ທາງໃນ​ນະ​ຄອນ ນິວຢອກ, ແລະ ແຊນ ແຟ​ຣນ​ຊິ​ສ​ໂກ, ເຊິ່ງ​ແມ່ນ​ສິ່ງ​ທີ່ ຈີນ ຄັດ​ຄ້ານ​ເປັນ​ຢ່າງ​ແຮງ.

ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແລະ ໄຕ້​ຫວັນ​ ໄດ້​ອະ​ທິ​ບາຍ​ການ​ຢຸດ​ແວ່​ຂອງ​ທ່ານ ລາຍ ດັ່ງ​ກັບ “ສິ່ງ​ປົກ​ກະ​ຕິ​” ສຳ​ລັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ໄຕ້​ຫວັນ ນັ້ນ, ຈີນ ເວົ້າ​ວ່າ​ເຂົາ​ເຈົ້າ​ຄັດ​ຄ້ານ​ການ “ແບບຢ້ຽມ​ຢາມ​ລັບໆ” ​ນັ້​ນ​ຢ່າງ​ແຮງ,” ໂດຍ​ສະ​ເພາະ​ໂດຍ​ບາງ​ຄົນ​ຄື​ທ່ານ ລາຍ, ນັກ​ການ​ເມືອງ​ທີ່​ ປັກ​ກິ່ງ​ ໄດ້​ເອີ້ນ​ວ່າ​ເປັນ “ນັກ​ແບ່ງ​ແຍກ​ດິນ​ແດນ​ອິດ​ສະຫຼະ​” ຂອງ ໄຕ້​ຫວັນ.

ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ໄທ​ເປ ແລະ ວໍ​ຊິງ​ຕັນ ຈ​ະ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​ວ່າການ​ຢຸດ​ແວ່​ຂອງ​ທ່ານ ລາຍ ບໍ່​ໃຫ້​ຍຸ​ແຍ່​ຄວາມ​ເຄັ່ງ​ຕຶກ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ ຂຶ້ນ​ຕື່ມ, ແຕ່​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສິ່ງ​ທ້າ​ທາຍ ຕ່າງໆ​ຕໍ່​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລ​ກ​ນັ້ນ​ສືບ​ຕໍ່​ທີ່​ຈະ​ເພີ່ມ​ຂຶ້ນ.

XS
SM
MD
LG