ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ເຄາະ: ກຳ​ລັງ​ສະ​ກັດ​ກັ້ນ ພາຍ​ໃຕ້​ການ​ນຳ​ຂອງ​ພາ​ສະ​ຫະ​ລັ​ດ ຢູ່​ທະ​ເລ​ຈີນ​ໃຕ້ ອາດ​ຊຸກ​ຍູ້​ໃຫ້​ປັກ​ກິ່ງ ທຳ​ການ​ປະ​ເຊີນ​ໜ້າ​ຫຼາຍ​ຂຶ້ນ


ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ ​ພົນ​ເຮືອ​ໂທ​ຄາ​ຣ໌​ລ ໂທ​ມາ​ສ (ຊ້າຍ) ໂອ້​ລົມ​ກັບ​ຜູ້​ບັນ​ຊ​າ​ການ ​ກອງ​ບິນ​ຂອງກອງ​ທັບ​ເຮືອ​ຟີ​ລິບ​ປີນ ​ນາຍ​ພົນ​ເຮືອ​ຈັດ​ຕະ​ວາ Juario Marayag ເມື່ອ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ.
ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ ​ພົນ​ເຮືອ​ໂທ​ຄາ​ຣ໌​ລ ໂທ​ມາ​ສ (ຊ້າຍ) ໂອ້​ລົມ​ກັບ​ຜູ້​ບັນ​ຊ​າ​ການ ​ກອງ​ບິນ​ຂອງກອງ​ທັບ​ເຮືອ​ຟີ​ລິບ​ປີນ ​ນາຍ​ພົນ​ເຮືອ​ຈັດ​ຕະ​ວາ Juario Marayag ເມື່ອ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ.

ມີ​ການ​ເຄື່ອນ​ໄຫວ​ທາ​ງ​ທະ​ຫານ​ເພີ້ມ​ຂຶ້ນ ຢູ່ທະ​ເລ​ຈີນ​ໃຕ້ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້.

ສະ​ຫະ​ລັດ ແລະບັນ​ດາ​ປະ​ເທດ​ພັນ​ທະ​ມິດ ໄດ້​ທຳ​ການ​ຊ້ອມ​ລົບ​ຮ່ວມ ​ຫຼາຍໆ​ຄັ້ງ ຢູ່​ໃກ້​ປະ​ເທດ​ຟີ​ລິບ​ປິນ. ການ​ຊ້ອມ​ລົບ​ດັ່ງ​ກ່າວ​ມີ​ຂຶ້ນ​ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຂົງ​ເຂດ ຫຼັງ​ຈາກ​ໄດ້​ມີ​ການ​ປະ​ເຊີນ​ໜ້າ​ທາງ​ດ້ານ​ດິນ​ແດນ​ເທື່ອ​ຫຼ້າ​ສຸດ ລະ​ຫວ່າງ​ຈີນ ແລະ​ຟີ​ລິບ​ປິນ ເມື່​ອ​ຕົ້ນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມານີ້.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ວໍ​ຊິງ​ຕັນ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ພວມ​ສະ​ແດງ​ໃຫ້​ເຫັນ “ການ​ເຮັດ​ວຽກ​ຮ່ວມ​ກັນ​ພາຍ​ໃນ ​ຂອງ​ປະ​ເທ​ດ​ພັນ​ທະ​ມິດ” ໂດຍ​ຜ່ານ​ການ​ປະ​ສານ​ງານ​ກ່ຽວ​ກັບ​ກິດ​ຈະ​ກຳ​ຕ່າງໆ.

“ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ສະ​ຫະ​ລັດ​ເບິ່ງ​ຊົງ​ຈະ​ເຮັດ​ ກໍ​ແມ່ນສົ່ງ​ຄຳ​ເຕືອນ​ໃຫ້​ຈີນ​ຮູ້​ວ່າ ພັນ​ທະ​ມິດ​ພວມດຳ​ເນີນ​ການ​ຢ່າງ​ພ້ອມ​ພຽງ​ກັນ” ທ່ານອວນ ແກ​ຣມ (Euan Graham) ນັກ​ວິ​ເຄາະ​ອະ​ວຸ​ໂສ ຢູ່​ສະ​ຖາ​ບັນ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ ​ຂອງອອ​ສ​ເຕ​ຣ​ເລຍ (ASPI) ກ່າວ​ຕໍ່​ວີ​ໂອ​ເອ ໃນ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ສັບ.

ກອງ​ກຳ​ລັງ​ຈາກອອ​ສ​ເຕ​ຣ​ເລຍ ຟີ​ລິບ​ປິນ ແລະ​ສ​ະ​ຫະ​ລັດ ໄດ້​ທຳ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ມາ​ເປັນ​ລຳ​ດັບ ເລີ້ມ​ແຕ່​ວັນ​ທີ 21 ສິງ​ຫາ ໂດຍ​ຈຳ​ລອງ​ການ​ຍົກ​ພົນ​ຂຶ້ນ​ຫາດ ແລະ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ບໍ​ລິ​ເວນ​ໃກ້ໆ​ທະ​ເລ​ຈີນ​ໃຕ້. ມັນ​ເປັນ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ທີ່​ໃຫຍ່​ທີ່​ສຸດ ທີ່​ພົວ​ພັນ​ແຄນ​ເບີ​ຣາ ແລະ​ມະ​ນີ​ລາ ຊຶ່ງ​ຕ່າງ​ກໍ​ພາ​ກັນ​ຕ້ອງ​ຕິ​ການ​ເອົາ​ທ່າ​ທີ​ແບບ​ຮຸກ​ຮານ​ເພີ້ມ​ຂຶ້ນ​ຂອງ​ຈີນ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ​ຂອງ​ທະ​ເລ​ຈີນ​ໃຕ້.

ນອກ​ເໜືອ​ໄປ​ຈາກ​ການ​ຊ້ອມ​ລົບ​ຮ່ວມ​ສາມ​ຝ່າຍ​ແລ້ວ ກະ​ຊວງ​ປ້ອງກັນ​ຊາດ​ຂອງ​ຍີ່​ປຸ່ນ ກໍ​ກ່າວ​ວ່າ ຍີ່​ປຸ່ນ ອອ​ສ​ເຕ​ຣ​ເລຍ ສະ​ຫະ​ລັດ ແລະ​ຟີ​ລິບ​ປິນ ໄດ້​ຊ້ອມ​ລົບ​ທາງ​ທະ​ເລ​ຮ່ວມ​ກັນ ​ເມື່ອ​ວັນ​ທີ 24 ສິງ​ຫາ​ຜ່ານ​ມານີ້ ຊຶ່ງ​ຫຼັງ​ຈາກ​ການ​ຊ້ອມ​ລົບ​ແລ້ວ ພວກ​ຜູ້​ນຳ​ທາງ​ທະ​ຫານ​ຈາກ 4 ປະ​ເທດ​ກໍ​ໄດ້​ຈັດ​ປະ​ຊຸມ​ກັນ​ຢູ່ມະ​ນີ​ລາ.

ຢູ່​ໃນ​ຖະ​ແຫຼງ​ການ ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ທີ 7 ຂອງ​ສ​ະ​ຫະ​ລັດພົນ​ເຮືອ​ໂທ ຄາ​ຣ໌​ລ ໂທ​ມາ​ສ (Karl Thomas) ໄດ້​ກ່າວ​ອະ​ທິ​ບາຍ ​ກ່ຽວ​ກັບ​ການ​ຊ້ອມ​ລົບ​ຮ່ວມນັ້ນ​ວ່າ ເປັນ​ຄວາມ​ໝັ້ນ​ໝາຍເພື່ອ “ຮັກ​ສາ​ສັນ​ຕິ​ພາບແລະ​ສະ​ຖຽນ​ລະ​ພາບ ຢູ່​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ທາງ​ທະ​ເລ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG