ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ເຄາະ ກ່າວ​ວ່າ ພ​ວກ​ຈີ​ຮາດ ວີ​ເກີ ອາດ​ເປັນ​ໄພ​ຂົ່ມ​ຂູ່ ​ຕໍ່ ຊີ​ເຣຍ


ຊາວ​ວີ​ເກີ ທີ່​ອາ​ໄສ​ຢູ່​ໃນປະ​ເທດ ເທີ​ກີ ແລະ ຜູ້​ສະ​ໜ​ັບ​ສະ​ໜູນ​ຊາວ ເທີ​ກີ, ຮ້ອງ​ຄຳ​ຂວັນ ກ່ອນ​ຈູດ​ທຸງ​ຊາດ ຈີນ. 5 ກໍ​ລະ​ກົດ, 2015.
ຊາວ​ວີ​ເກີ ທີ່​ອາ​ໄສ​ຢູ່​ໃນປະ​ເທດ ເທີ​ກີ ແລະ ຜູ້​ສະ​ໜ​ັບ​ສະ​ໜູນ​ຊາວ ເທີ​ກີ, ຮ້ອງ​ຄຳ​ຂວັນ ກ່ອນ​ຈູດ​ທຸງ​ຊາດ ຈີນ. 5 ກໍ​ລະ​ກົດ, 2015.

ບັນ​ດາ​ນັກ​ວິ​ເຄາະ​ໄດ້​ເຕືອນ​ວ່າ ກຸ່ມ​ຈີ​ຮາດ ພັກ​ອິ​ສ​ລາມ ເທີ​ກິ​ສ​ຖານ ໃນ​ພາກ​ຕາ​ເວັນ
ຕົກສຽງເໜືອຂອງ ຊີເຣຍ ອາດເປັນອັນຕະລາຍຕໍ່ແຂວງ ອິດລິບ ທີ່ມີການປ່ຽນແປງ
ຢ່າງວ່ອງໄວຂອງ ຊີເຣຍ, ບ່ອນທີ່ຄວາມພະຍາຍາມຕ່າງໆໄດ້ສືບຕໍ່ທີ່ຈະຮັກສາຂໍ້ຕົກ
ລົງຢຸດຍິງ ລະຫວ່າງ ກອງກຳລັງຂອງລະບອບການປົກຄອງ ຊີເຣຍ ກັບ ກຸ່ມກະບົດ
ຫຼາຍກຸ່ມ, ເຊິ່ງ ເທີກີ ແລະ ຣັດເຊຍ ເປັນຕົວແທນການເຈລະຈາ.

ພັກ ອິ​ສ​ລາມ ເທີ​ກິ​ສ​ຖານ ໄດ້​ປະ​ກາດ​ລັດ​ອິ​ສ​ລາມ​ໃນ​ເມືອງ ອິດ​ລິບ ໃນ​ທ້າຍ​ເດືອນ​
ພະຈິກທີ່ຜ່ານມາ ແລະ ຍັງຄົງບໍ່ໄດ້ຖືວ່າສຳຄັນ ໂດຍບັນດາເຈົ້າໜ້າທີ່ ແລະ ສື່ມວນ
ຊົນຍ້ອນຊື່ສຽງທີ່ບໍ່ດັງຂອງພວກເຂົາ. ພັກ ອິສລາມ ເທີກິສຖານ ເຊິ່ງຖືກຕັ້ງຂຶ້ນໃນປີ
2008 ໃນພາກພື້ນຕາເວັນຕົກສຽງເໜືອຂອງແຂວງ ຊິນຈຽງ ໃນ ຈີນ ໄດ້ເປັນນຶ່ງໃນ
ກຸ່ມຫົວຮຸນແຮງທີ່ສຳຄັນໃນປະເທດ ຊີເຣຍ ນັບຕັ້ງແຕ່ການລະບາດຂອງສົງຄາມກາງ
ເມືອງໃນປະເທດເມື່ອປີ 2011.

ພັກ​ ອິ​ສ​ລາມ ເທີ​ກິ​ສ​ຖານ ດັ້ງ​ເດີມ​ແລ້ວ​ປະ​ກອບ​ມີ​ຊາວ​ມຸ​ສ​ລິມ ວີ​ເກີ ຈາກ ຈີນ, ແຕ່​ໃນ​
ສອງສາມປີທີ່ຜ່ານມາ ພວກເຂົາກໍໄດ້ລວມເອົາພວກ ຈີຮາດ ຄົນອື່ນໆມາເຂົ້າຢູ່ໃນກຸ່ມ
ຂອງພວກເຂົາ.

ທ່ານ ເອ​ເມັນ ຈາ​ວັດ ອາ​ລ ຕາ​ມີ​ມີ, ນັກ​ຄົ້ນ​ຄວ້າຊາວ ຊີ​ເຣຍ ຢູ່​ສະ​ພາ​ຕາ​ເວັນ​ອອກ​
ກາງ, ເຊິ່ງແມ່ນກຸ່ມນັກວິໄຈທີ່ມີຖິ່ນຖານໃນ ສະຫະລັດ ໄດ້ກ່າວວ່າ “ຕອນນີ້ພວກເຂົາ
ຮັບເອົາຄົນທີ່ບໍ່ແມ່ນຊາວ ວີເກີ ແລະ ຊາວ ຊີເຣຍ ບາງຄົນດ້ວຍ. ພວກເຂົາໄດ້ເປີດ
ເຜີຍວິດີໂອເມື່ອບໍ່ດົນມານີ້ ທີ່ໄດ້ສະແດງໃຫ້ເຫັນຄົນ ຢູໂຣບ ບາງຄົນຢູ່ໃນກຸ່ມຂອງ
ພວກເຂົາດ້ວຍ. ສະນັ້ນມັນແນ່ນອນວ່າ ພວກເຂົາໄດ້ຂະຫຍາຍການຮັບເອົາຄົນ ທີ່
ນອກເໜືອຈາກອົບພະຍົບຊາວ ວີເກີ ຜູ້ທີ່ໄດ້ອາໄສຢູ່ໃນປະເທດ ເທີກີ ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG