ບັນດານັກຊ່ຽວຊານດ້ານການທະຫານເຕືອນເຖິງຄວາມສ່ຽງຂອງສົງຄາມກັບຈີນ ທີ່ກໍາລັງເພີ້ມຂຶ້ນນັບມື້ ລຸນຫຼັງມີການປະກາດໂດຍປັກກິ່ງເມື່ອບໍ່ດົນມານີ້ ເຊິ່ງເປັນການເນັ້ນຢ້ຳເຖິງການບັງຄັບໃຊ້ການອ້າງສິດຂອງຕົນຕໍ່ພື້ນທີ່ທີ່ມີບັນຫາຂັດແຍ້ງໃນທະເລຈີນໃຕ້ຢ່າງເຂັ້ມງວດຍິ່ງຂຶ້ນ.
ເມື່ອທ້າຍເດືອນແລ້ວນີ້ ຈີນໄດ້ປະກາດວ່າ ໜ່ວຍຍາມຝັ່ງຂອງຕົນຈະໄດ້ຮັບອຳນາດໃນການສືບສວນ ແລະຄວບຄຸມໂຕ “ຊາວຕ່າງປະເທດຜູ້ທີ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະຜົນປະໂຫຍດຂອງຈີນ” ໄວ້ໄດ້ເຖິງ 60 ວັນ ຢູ່ບໍລິເວນນ່ານນໍ້າທີ່ມີບັນຫາຂັດແຍ້ງກັນນັ້ນ. ນະໂຍບາຍນີ້ ຈະມີຜົນບັງຄັບໃຊ້ໃນວັນເສົາ ທີ 15 ເດືອນມິຖຸນາ ທີ່ຈະມາເຖິງນີ້.
ແລະໃນວັນທີ 8 ມິຖຸນາ, ຕົນໄດ້ປະກາດວ່າ ຈະອະນຸຍາດໃຫ້ ຟີລິບປິນ ນຳສົ່ງສະບຽງ ແລະຍົກຍ້າຍບຸກຄະລາກອນຈາກປ້ອມຮັກສາການຢູ່ໃນຫາດ ໂທມັສ ທີສອງ (Second Thomas Shoal) ທີ່ໄດ້ຮັບການກຳນົດໂດຍສານສາກົນວ່າ ນອນຢູ່ພາຍໃນເຂດນ່ານນ້ຳຂອງຟີລິບປິນ, ພຽງແຕ່ ຕົນຈະໄດ້ຮັບແຈ້ງການຈາກປັກກິ່ງກ່ອນເທົ່ານັ້ນ.
ສະພາຄວາມໝັ້ນຄົງແຫ່ງຊາດຂອງຟີລິບປິນ ໄດ້ຕອບຕໍ່ການປະກາດຢ່າງທັນທີວ່າ ປະເທດຈະສືບຕໍ່ຮັກສາ ແລະສະໜອງສະບຽງໃຫ້ແກ່ປ້ອມຮັກສາການທັງຫຼາຍຢູ່ໃນທະເລຈີນໃຕ້ ໂດຍປາດສະຈາກການຂໍອະນຸຍາດໃດໆຈາກປະເທດອື່ນ.
ໃນຖະແຫລງການທີ່ເປັນທາງການສະບັບນຶ່ງ ພາຍໃຕ້ຫົວຂໍ້ຈົດໝາຍຂອງສະພາດັ່ງກ່າວ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານແອດດົວອາໂດ ອາໂນ ບໍ່ຫົວຊານຳຄຳປະກາດນັ້ນ ໂດຍກ່າວວ່າ “ໄຮ້ສາລະ ບໍ່ມີເຫດຜົນ ແລະຮັບບໍ່ໄດ້.”
Military experts are warning of an increased risk of war with China following recent announcements by Beijing providing for more aggressive enforcement of its claims to disputed regions of the South China Sea.
Late last month, China announced its coast guard will be empowered to investigate and detain for up to 60 days "foreigners who endanger China's national security and interests" in the disputed waters. The policy will take effect on June 15.
And on June 8, it announced it would permit the Philippines to deliver supplies and evacuate personnel from an outpost on the disputed Second Thomas Shoal, which has been determined by an international tribunal to lie within Philippine waters, only if it first notifies Beijing.
The Philippine National Security Council replied that the country will continue to maintain and supply its outposts in the South China Sea without seeking permission from any other country.
ຟໍຣັມສະແດງຄວາມຄິດເຫັນ