ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ນຳສະແດງ ລູກສອນໄຟປອມ


ລູກສອນໄຟແກ່ໂດຍລົດທະຫານ ໃນພິທີສວນສະໜາມສະເຫຼີມສະຫຼອງ ວັນເກີດຄົບຮອບ 100 ປີ ຂອງມື້ລາງ ຜູ້ກໍ່ຕັ້ງເກົາຫຼີເໜືອ ທ່ານກິມອິລຊຸງ ທີ່ນະຄອນຫຼວງພຽງຢາງ (15 ເມສາ 2012)
ລູກສອນໄຟແກ່ໂດຍລົດທະຫານ ໃນພິທີສວນສະໜາມສະເຫຼີມສະຫຼອງ ວັນເກີດຄົບຮອບ 100 ປີ ຂອງມື້ລາງ ຜູ້ກໍ່ຕັ້ງເກົາຫຼີເໜືອ ທ່ານກິມອິລຊຸງ ທີ່ນະຄອນຫຼວງພຽງຢາງ (15 ເມສາ 2012)

ນັກວິໄຈ​ເຢຍຣະ​ມັນ​ສອງ​ທ່ານ​ກ່າວວ່າ ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ທີ່​ນໍາ​ມາ​ສະ​ແດງ​ຢູ່ໃນ​ພິທີ​
ສວນສະໜາ​ມຂອງທະຫານ​ເກົາຫລີ​ເໜືອຕົ້ນ​ເດືອນນີ້​ນັ້ນ​ ເປັນ​ລູກ​ສອນ​ໄຟປອມ​ຕົບຕາ.

ຢູ່​ໃນ​ເອກ​ກະສາ​ນທີ່ມີ​ຫົວ​ເລື້ອງ​ວ່າ “A Dog And Pony Show” ຫລື​ວ່າ “ການ​ສະ​
ແດງ​ໝາແລະລໍ” ທີ່​ຂຽນ​ໂດຍທ່ານ Markus Schiller ​ແລະທ່ານ Robert
Schumucker ຈາກອົງການ Schmucker Technologie ຂອງເຢຍຣະ​ມັນ ກ່າວ​ວ່າ
ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂ້າມ​ທະວີ​ບ​ຈໍາ​ນວນ​ຫົກ​ລູກ ທີ່​ແກ່​ໃສ່​ເທິງຖານ​ຍິງເຄື່ອນທີ່ ໃນ
ພີ​ທີ​ສວນສະໜາມ ​ເມື່ອ​ວັນ​ທີ 15 ​ເດືອນ​ເມສາຜ່ານ​ມານີ້ ລ້ວນ​ແລ້ວ​ແຕ່​ເປັນ​ຂອງ​ປອມ.

ເອກ​ກະສາ​ນສະບັບນີ້ກ່າວ​ຕໍ່​ໄປວ່າ ລູກ​ສອນ​ໄຟ​ເຫຼົ່ານີ້ປະກົດວ່າ​ເປັນ ລູກ​ສອນ​ໄຟທີ່ໃຊ້​
ເຊື້ອໄຟ​ທີ່​ເປັນ​ຂອງແຫລວ ​ແລະ​ເຊື້ອໄຟທີ່ບໍ່​ແຫລວ ຊຶ່ງເປັນພາກສ່ວນທີ່​ບໍ່​ສາມາດ​ເຂົ້າ
ກັນ​ໄດ້. ນອກ​ນັ້ນ​ແລ້ວ ແຜ່ນ​ໂລຫະທີ່​ຫຸ້ມ​ລູກ​ສອນ​ໄຟ ​ສະ​ແດງ​ໃຫ້​ເຫັນ​ວ່າ​ ​ເປັນ​ເຫລັກ
ບາ​ງ​ເກີນໄປ​ທີ່​ຈະ​ ຕ້ານທານ​ໄດ້ ເວລາຍິງ​ຂື້ນສູ່​ອາກາດ. ນັກວິໄຈ​ສອງ​ຄົນ​ກ່າວ​ວ່າ ລູກ
ສອນ​ໄຟ​ແຕ່​ລະ​ລູກມີ​ຂະໜາດແຕກ​ຕ່າງ​ກັນ​ໜ້ອຍ​ນຶ່ງ ​ເຖິງ​ແມ່ນ​ວ່າ​ ລູກ​ສອນ​ໄຟທັງ​ໝົດ
ຄວນ​ທີ່​ຈະມີ​ຂະໜາດ​ທໍ່​ກັນ ​ແລະຂ​ະໜາດ​ຂອງ​ມັນກໍ​ບໍ່​ເຂົ້າກັນ​ກັບຖານ​ຍິງທີ່​ແກ່ລູກ​ສອນ
ໄຟ​ເຫຼົ່າ​ນັ້ນ.

ທ່ານ Schiller ​ແລະ ທ່ານ Schmucker ກ່າວ​ວ່າ​ ຍັງ​ບໍ່​ມີ​ຫລັກ​ຖານເທື່ອວ່າ ​ເກົາຫລີ
ເໜືອ ມີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ​ທີ່​ໃຊ້​ການ ​ໄດ້ແລ້ວ​ເທື່ອ.

ການ​ເດີນ​ສວນສະໜາ​ມ ຂອງ​ທະຫານຄັ້ງ​ຍິ່ງ​ໃຫ່ຍ ຮວມ​ທັງ​ອຸບປະກອນ​ທາງ​ທະຫານ
ເກືອບ 900 ຊະນິດ ທີ່ໄດ້​ນໍາ​ມາສະ​ແດງ ​ໃນ​ວັນ​ທີ 15 ​ເມສາ ​ແມ່ນ​ເພື່ອ​ລະນຶກ​ເຖິງວັນ
ເກີດຄົບຮອບ 100 ປີຂອງມື້ລາງຜູ້​ນໍາ​ເກົາຫລີເໜືອຄົນ​ທໍ​າອິດ ທ່ານ Kim Il Sung.

XS
SM
MD
LG