ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ນັກ​ວິ​ເຄາະ: ພຽງ​ຢາງ​ພະ​ຍາ​ຍາມ​ກໍ່​ໃຫ້​ເກີດ​ການ​ຂັດ​ແຍ້ງ ລະ​ຫວ່າງ​ໂຊ​ລ ກັບ​ໂຕ​ກຽວ ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ ​ແກ​່​ສາຍ​ພົວ​ພັນກັບ ສ​ຫລ


​ໃນ​ຮູບ ທີ່​ສະ​ໜອງ​ໂດຍ​ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ ​ເກົາ​ຫີ​ໃຕ້ ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ Carl Vinson, ຊ້າຍ, ພວມ​ແລ່ນ​ໄປ​ກັບ ກຳ​ປັ່ນ​ພິ​ຄາດ​ເກົາ​ຫຼີ​ໃຕ້ King Sejong the Great ແລະ​ກຳ​ປັ່ນ​ພິ​ຄາດ Kongou​ ຂອງ​ຍີ່ປຸ່ນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ ​ປີ 2024.
​ໃນ​ຮູບ ທີ່​ສະ​ໜອງ​ໂດຍ​ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ ​ເກົາ​ຫີ​ໃຕ້ ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ Carl Vinson, ຊ້າຍ, ພວມ​ແລ່ນ​ໄປ​ກັບ ກຳ​ປັ່ນ​ພິ​ຄາດ​ເກົາ​ຫຼີ​ໃຕ້ King Sejong the Great ແລະ​ກຳ​ປັ່ນ​ພິ​ຄາດ Kongou​ ຂອງ​ຍີ່ປຸ່ນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ ​ປີ 2024.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພວມ​ພະ​ຍາ​ຍາມ​ຫາ​ທາງ​ສ້າງ​ຄວາມ​ກຽດ​ຊັງ ລະ​ຫວ່າງ​ໂຕ​ກຽວ ແລະ​ໂຊ​ລ ແລະ​ບ່ອນ​ທຳ​ລາຍ​ຄວາມ​ສຳ​ພັນ 3 ຝ່າຍ​ກັບ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ​ທັງ​ສາມ ມີ​ຄວາມ​ແໜ້ນ​ແຟ້ນ​ເພີ້ມ​ຂຶ້ນ​ນັບ​ມື້ ພວກ​ນັກ​ວິ​ເຄາະ​ກ່າວ.

ວໍ​ຊິງ​ຕັນ ໂຊ​ລ ແລະ​ໂຕ​ກຽວ ທຳ​ການ​ຊ້ອມ​ລົບ​ຮ່ວມ​ຂອງກອງ​ທັບ​ເຮືອ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ສາ​ກົນ ຢູ່​ທາງ​ໃຕ້​ເກາະ​ເຈ​ຈູ (Jeju) ແຕ່​ວັນ​ຈັນ​ຫາ​ວັນ​ພຸດ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ​ເກົາ​ຫຼີ​ໃຕ້.

ການ​ຊ້ອມ​ລົບ ທີ່​ພົວ​ພັນ​ກັບ​ກຳ​ປັ່ນ 9 ລຳ ຮວມ​ທັງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນພະ​ລັງ​ງານ​ນິວ​ເຄ​ລຍ ​ຄາຣ​ລ໌ ວິ​ລ​ສັນ (USS Carl Wilson) ແມ່ນ​ແນ​ໃສ່​ເພື່ອ​ເສີມ​ຂະ​ຫຍາຍຄວາມ​ສາ​ມາດ​ໃນ​ການສະ​ກັດ​ກັ້ນ ​ອາ​ວຸດນິວ​ເຄ​ລຍ ລູກ​ສອນ​ໄຟ ແລະ​ໄພ​ຂົ່ມ​ຂູ່​ໃຕ້ພື້ນທະ​ເລ ຈາກ​ເກົາ​ຫຼີ​ເໜືອ ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ​ກ່າວ.

ເກົາ​ຫຼີ​ເໜືອ​ໄດ້​ເອົາ​ທ່າ​ທີ​ທີ່​ເປັນ​ປໍ​ລະ​ປັກ​ຫຼາຍ​ຂຶ້ນ​ຕໍ່​ເກົາ​ຫຼີ​ໃຕ້. ໂດຍ​ຮຽກ​ຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ ໃນ​ການ​ກ່າວ​ເຖິງ​ເກົາ​ຫຼີ​ໃຕ້​ວ່າ “ເປັນ​ສັດ​ຕູ​ທີ່​ສຳ​ຄັນ​ສຸດ” ທ່ານ​ກິມ​ເວົ້າ​ວ່າ ພຽງ​ຢາງ​ຄວນ​ວາງ​ແຜນ ​ເຂົ້າ​ຢຶດ​ຄອງ​ເກົາ​ຫຼີ​ໃຕ້ ຖ້າ​ຫາກ​ສົງ​ຄາມ​ລະ​ເບີດ​ຂຶ້ນ.

ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ຢູ່ໃນ​ຄຳ​ປາ​ໄສ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຕໍ່​ສະ​ພາ​ສູງ​ສຸດ ​ຊຶ່ງ​ເປັນ​ສະ​ພາ​ຕາ​ຢາງ​ຂອງ​ປະ​ເທດ ອີງ​ຕາມລາຍ​ງານ​ຂອງ​ KCNA.

ນຶ່ງມື້​ກ່ອນ​ນັ້ນ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ ​ໃນ​ອັນ​ທີ​ພຽງ​ຢາງ​ກ່າວ​ວ່າ ເປັນລູກ ​ສອນ​ໄຟຂີ​ປະ​ນາ​ວຸດ​ເຊື້ອ​ໄຟ​ແຂງ​ລະ​ດັບ​ປານ​ກາງທີ່​ຕິດ​ຫົວ​ລະ​ເບີດ​ໄວ​ກວ່າ​ສຽງ.

ນອກນັ້ນ ພຽງ​ຢາງ​ຍັງ​ໄດ້​ຍິງ​ປືນ​ໃຫຍ່ 200 ກວ່າ​ລູກ ໄປ​ໃສ່​ບໍ​ລິ​ເວນ​ໃກ້​ກັບ​ເກາະ​ຢອນ​ພຽງ ຊຶ່ງ​ເປັນ​ເຂດ​ຊາຍ​ແດນ​ທາງ​ທະ​ເລ ທີ່​ຍັງ​ມີ​ການ​ຂັດ​ແຍ້ງ​ກັບ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 5 ມັງ​ກອນ ແລະ​ຫຼາຍກວ່າ 60 ລູກ ໄປ​ໃສ່​ບໍ​ລິ​ເວນ​ເກາະ​ແຫ່ງ​ດຽວ​ກັນ​ນີ້ ເມື່ອ​ວັນ​ທີ 7 ມັງ​ກອນ. ​ເກາະຢອນ​ພຽງ ແມ່ນ​ຕັ້ງ​ຢູ່​ປະ​ມານ 120 ກິ​ໂລ​ແມັດ ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ໂຊ​ລ.

ໃນ​ຂະ​ນະ​ທີ່​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ແຫຼມ​ເກົາ​ຫຼີ ທ່ານ​ກິມ​ຊ້ຳ​ພັດ​ສົ່ງ​ສານ​ໄປ​ຫາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ເມື່ອ​ວັນ​ທີ 5 ມັງ​ກອນ​ເພື່ອ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຕໍ່​ການ​ເກີດ​ແຜ່ນ​ດິນ​ໄຫວ​ຢູ່​ແຂວງ​ອິ​ຊິ​ກາ​ວະ ທີ່​ເຮັດ​ໃຫ້​ຫຼາຍກວ່າ 200 ຄົນ​ເສຍ​ຊີ​ວິດ ແລະ​ຫຼາຍກວ່າ 200 ຄົນ​ຫາຍ​ສາບ​ສູນ​ໃນ​ຂະ​ນະ​ທີ່​ປີ​ໃໝ່​ເລີ້ມ​ຂຶ້ນ.

ຢູ່​ໃນ​ສານ​ດັ່ງ​ກ່າວ ທ່ານ​ກິມ​ໄດ້​ສະ​ແດງ “ຄວາມ​ເສົ້າ​ໂສກ ແລະເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ” ໄປ​ຍັງ​ທ່ານ​ກິ​ຊິ​ດະ ໃນ​ການ​ສູນ​ເສຍ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ ອົງ​ການ​ຂ່າວ KCNA ລາຍ​ງານ​ເມື່ອ​ວັນ​ທີ 6 ມັງ​ກອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG