ພວກທີ່ມີສ່ວນຢ່າງໃກ້ຊິດໃນອະດີດ ກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ
2 ທ່ານ ໄດ້ຖືກພົບເຫັນວ່າ ມີຄວາມຜິດດ້ານອາຊະຍະກຳທີ່ຮ້າຍແຮງ. ໃນວັນອັງຄານ
ວານນີ້ ອະດີດຫົວໜ້າໂຄສະນາຫາສຽງຂອງທ່ານທຣຳ ຄື ທ່ານ ພອລ ແມນນາຝອດ
ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນ 8 ກະໂທງ ກ່ຽວກັບທະນາຄານແລະບິດເບືອນພາສີ ໃນຂະນະທີ່ອະດີດທະນາຍຄວາມສ່ວນຕົວຂອງທ່ານ ທຣຳ ຄື ທ່ານ ໄມເກິລ ໂຄເຮັນ ໄດ້ຍອມຮັບຜິດ ໃນຄະດີອາຊະຍາກຳແປດກະໂທງ. ພວກນັກວິເຄາະກ່າວວ່າ ທັງສອງ
ຄະດີນີ້ ເປີດເຜີຍເຖິງເລື້ອງການສໍ້ລາດບັງຫຼວງ ທີ່ຢັ່ງລົງເລິກເຂົ້າໄປ ໃນວົງຈອນຂອງ
ທ່ານທຣຳ ເຖິງແມ່ນວ່າ ການເອົາບາດກ້າວທາງກົດໝາຍໃນປັດຈຸບັນ ຍັງບໍ່ທັນໄດ້
ກະທົບໃນທັນທີ ຕໍ່ການຄວາມຈົງຮັກພັກດີຕໍ່ທ່ານ ກໍຕາມ. ນັກຂ່າວວີໂອເອ ຊລາຕິກາ
ໂຮກ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງວັນນະສອນ ຈະມີລາຍລະອຽດມາສະເໜີທ່ານ
ໃນອັນດັນຕໍ່ໄປ.
ທ່ານໂຄເຮັນ ໄດ້ຮັບສາລະພາບຜິດ ໃນການທະນາຄານ ດ້ານພາສີ ແລະການລະເມີດ
ກົດໝາຍໃນເລື້ອງການເງິນຂອງໜ່ວຍໂຄສະນາຫາສຽງ. ຮອງຫົວໜ້າທະນາຍຄວາມ
ປະຈຳເຂດ ທ່ານໂຣເບີຣ໌ດ ຄູຊາມີ ກ່າວວ່າ ອາຊະຍາກຳນີ້ແມ່ນຮ້າຍແຮງ ແລະສົ່ງຜົນ
ສະທ້ອນໃຫ້ເຫັນ ການຕົວະລ່າຍທີ່ເປັນແບບແຜນແລະຄວາມບໍ່ຊື່ສັດທີ່ມີມາຍາວນານ.
ທ່ານໂຣເບີຣ໌ດ ຄູຊາມີ ຮອງຫົວໜ້າທະນາຍຄວາມຝ່າຍຍຸຕິທຳ ປະຈຳລັດນິວ ຢອກ
ກ່າວວ່າ “ທ່ານໂຄເຮັນ ໄດ້ຮັບສາລະພາບຜິດ ໃນການໃຊ້ຈ່າຍເງິນຂອງໜ່ວຍ
ໂຄສະນາຫາສຽງ ຊຶ່ງນຶ່ງໃນນັ້ນກໍແມ່ນໄດ້ຮັບເງິນມາຈາກການບໍລິຈາກທີ່ຜິດກົດ
ໝາຍຈາກບໍລິສັດແລະອັນທີ 2 ແມ່ນ ການບໍລິຈາກເປັນການສ່ວນຕົວແບບໂພດ
ເກີນໄປ ຊຶ່ງທັງສອງຢ່າງແມ່ນເພື່ອເປົ້າໝາຍໃນການສ້າງອິດທິພົນສຳລັບການ
ເລືອກຕັ້ງ ປີ 2016.”
ນອກຈາກນັ້ນແລ້ວ ທ່ານໂຄເຮັນ ໄດ້ຮັບຮູ້ ເຖິງການຈ່າຍເງິນ ໃຫ້ພວກແມ່ຍິງສອງຄົນ
ຊຶ່ງຄຳຖະແຫຼງຂອງພວກເຂົາເຈົ້າອາດຈະມີຜົນກະທົບໃນທາງລົບ ຕໍ່ການໂຄສະນາຫາ
ສຽງຂອງທ່ານທຣຳ ກໍເປັນໄດ້.
ສ່ວນທ່ານແມນນາຝອດ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນ 8 ກະໂທງ ໃນຈຳນວນ
18 ຂໍ້ຫາວ່າກະທຳຜິດ. ພວກນັກວິເຄາະ ໄດ້ບອກ ວີໂອເອວ່າ ສອງກໍລະນີ ແມ່ນໄດ້ໃຫ້
ອຳນາດໃໝ່ແກ່ການພິສູດຂອງໄອຍະການພິເສດ ທ່ານໂຣເບີດ ມອລເລີ ສຳລັບການ
ສືບສວນກ່ຽວກັບການແຊກແຊງຂອງຣັດເຊຍໃນການເລືອກຕັ້ງຂອງສະຫະລັດ ປີ 2016.
ທ່ານເດວິດ ເອບຣາແຮມ ຈາກມະຫາວິທະຍາໄລ ໄມອາມີ ກ່າວວ່າ “ການສືບສວນ
ສອບສວນຂອງທ່ານມອລເລີ ໄດ້ຄົ້ນພົບເຫັນຄວາມເນົ່າເໝັນຢູ່ໃນຈຸດສູນກາງຂອງ
ວົງຈອນຂອງທ່ານທຣຳ ແລະເຖິງແມ່ນວ່າການຕັດສີນຄວາມຜິດນີ້ ແມ່ນບົນພື້ນຖານຂອງທ່ານ ແມນນາຝອດກໍຕາມ ກ່ອນໜ້າການພົວພັນກັບທ່ານທຣຳ, ແຕ່ມັນກໍໄດ້
ສະແດງອອກ ເຖິງກິດຈະກຳຕ່າງໆ ແລະເຖິງພວກຜູ້ຄົນແບບໃດ ທີ່ເປັນໃຈກາງຂອງ
ໜ່ວຍໂຄສະນາຫາສຽງຂອງທ່ານທຣຳ.”
ປະທານາທິບໍດີທຣຳ ກ່າວວ່າ ການຕັດສິນຄວາມຜິດຂອງທ່ານແມນນາຝອດ ບໍ່ໄດ້
ພິສູດໃຫ້ເຫັນເຖິງການເຂົ້າແຊກແຊງໃດໆ ລະຫວ່າງ ໜ່ວຍໂຄສະນາຫາສຽງຂອງທ່ານ
ກັບຣັດເຊຍ. ແຕ່ວ່າພວກນັກວິເຄາະ ກໍໃຫ້ຂໍ້ສັງເກດວ່າການພິຈາລະນາຄະດີຄັ້ງທີ 2
ຂອງທ່ານ ແມນນາຝອດ ໃນເດືອນກັນຍາ ຈະເບິ່ງເຂົ້າໄປໃນການຫາທາງຊັກຈູງຈາກ
ພວກທີ່ສະໜັບສະໜຸນລັດຖະບານຣັດເຊຍ ໃນຢູເຄຣນ. ທ່ານແມນນາຝອດ ໄດ້ເຂົ້າ
ຮ່ວມໃນກອງປະຊຸມ ກ່ອນການເລືອກຕັ້ງ ໃນຕຶກທຣຳ ທາວເວີຣ໌ ຮ່ວມກັບຜູ້ໃກ້ຊິດ
ທ່ານທຣຳ ຄົນອື່ນໆ ລວມທັງທະນາຍຄວາມຣັດເຊຍ ຜູ້ຊຶ່ງຖືກກ່າວຫາວ່າ ໄດ້ສະເໜີ
ຂໍ້ມູນທີ່ຈະເປັນບ່ອນທຳລາຍຄູ່ແຂ່ງຂອງທ່ານ ຈາກພັກເດໂມແຄຣັດ ຄືທ່ານນາງຮິລ
ລາຣີ ຄລິນຕັນນັ້ນ.
ທ່ານ ພອລ ຊິຟ ເບີຣ໌ເມັນ ຈາກມະຫາວິທະຍາໄລ ຈອຕຈ໌ທາວນ໌ ກ່າວວ່າ “ມັນເປັນ
ເລື້ອງປົກກະຕິທີ່ວ່າ ‘ການເຮັດເປື້ອນເປິ’ ໃສ່ຄູ່ແຂ່ງຂັນອີກຄົນນຶ່ງນັ້ນ ແມ່ນສ່ວນນຶ່ງ
ຂອງການເມືອງ. ແຕ່ວ່າ ການເອົາຄວາມເປິເປື້ອນຈາກຄູ່ສັດຕູຕ່າງປະເທດທີ່ມີ
ອໍານາດນັ້ນ ບໍ່ແມ່ນເລື້ອງປົກກະຕິຂອງການເມືອງ. ສະນັ້ນ ມັນຈຶ່ງຈະແຈ້ງແລ້ວວ່າ
ມັນຜິດກົດໝາຍ ແລະມັນຍັງສະແດງໃຫ້ເຫັນວ່າ ທ່ານທຣຳ ອາດຈະເປັນຜູ້ທີ່
ບົງການໃຫ້ຣັດເຊຍ ນຳຂໍ້ມູນກ່ຽວກັບໜ່ວຍໂຄສະນາຫາສຽງຂອງທ່ານນາງຄລິນຕັນ
ແລະນຳມາຊ່ອຍໃນການເລືອກຕັ້ງຂອງທ່ານ.”
ພວກນັກວິເຄາະ ໄດ້ບອກວີໂອເອວ່າ ການສືບສວນທີ່ນຳພາໂດຍທ່ານມອລເລີ ຈະບໍ່
ລົ້ມເລີກໄດ້ ແບບຖືວ່າ “ເປັນການຊອກຫາເອົາຄວາມຜິດ” ດັ່ງທີ່ທ່ານທຣຳ ໄດ້ເວົ້າໄປ,
ແລະມັນເບິ່ງຄືວ່າ ຈະເປັນການເພີ້ມການນອງນັນຂຶ້ນອີກ.
ທ່ານຊິຟ ເບີຣ໌ເມັນ ກ່າວຕໍ່ໄປວ່າ “ຜູ້ຄົນພວກນີ້--ທ່ານໂຄເຮັນ ແລະອາດຈະແມ່ນ
ທ່ານແມນນາຝອດນຳ--ຈະເປັນການເລີ້ມໃຫ້ການຮ່ວມມືກັບໄອຍະການພິເສດ
ສະນັ້ນ ຂ້າພະເຈົ້າຄິດວ່າ ຂໍ້ມູນທີ່ສະໜັ່ນຫວັ່ນໄຫວນີ້ ຍັງຈະສືບຕໍ່ໄປຢູ່.”
ພວກນັກວິເຄາະ ເຫັນພ້ອມກັບຫຼັກຖານທີ່ພົບເຫັນໃນຫວ່າງມໍ່ໆມານີ້ ທີ່ໄດ້ເປີດເຜີຍ
ເຖິງການສໍ້ລາດບັງຫຼວງໃນກຸ່ມຜູ້ໃກ້ຊິດຂອງທ່ານທຣຳ ມັນອາດຈະບໍ່ມີຜົນກະທົບ
ໃນທັນທີ ຕໍ່ພວກທີ່ສະໜັບສະໜຸນທັງຫຼາຍ. ແຕ່ວ່າ ພວກເຂົາເຈົ້າເຊື່ອວ່າ ການກົດດັນ
ທີ່ເພີ້ມທະວີຄູນນັ້ນ ອາດຈະປີ້ນທິດທາງຂອງພວກທີ່ມີສິດປ່ອນບັດທັງຫຼາຍ ທັງຈະເປັນ
ການລຳບາກ ທີ່ຈະໃຫ້ເລືອກເອົາທ່ານ ກັບຄືນມາສູ່ອຳນາດອີກ.