ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນັກ​ວິ​ເຄາະ​ກ່າວ​ວ່າ ຍີ່​ປຸ່ນ ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ຄວາມ​ໝັ້ນ​ຄົງ ​ກັບ ອາ​ຊຽນ ເພື່ອ​ຢັບ​ຢັ້ງ ຈີນ


ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ໃນ​ລະ​ຫວ່າງກອງ​ປະ​ຊຸມ ອາ​ຊຽນ-ເອ​ເຊຍ​ຕາ​ເວັນ​ອອກ​ ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 13 ພະ​ຈິກ 2023.
ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ, ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ ໃນ​ລະ​ຫວ່າງກອງ​ປະ​ຊຸມ ອາ​ຊຽນ-ເອ​ເຊຍ​ຕາ​ເວັນ​ອອກ​ ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, 13 ພະ​ຈິກ 2023.

ໂຕ​ກຽວ ໄດ້​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້​າ​ກັບຫຼາຍ​ປະ​ເທດ​ ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ອນກອງ​ປະ​ຊຸມ​ສຸດຍອດ ຍີ່​ປຸ່ນ-ອາ​ຊຽນ ທີ່​ໃກ້​ຈະ​ມາ​ເຖິງນີ້ ເຊິ່ງ​ບັນ​ດາ​ນັກ​ວິ​ເຄາະ​ພິ​ຈາ​ລະ​ນາ​ວ່າ ເປັນ​ກອງ​ປະ​ຊຸມ​ ເພື່ອ​ຖ່ວງ​ດຸນ​ພຶດ​ຕິ​ກຳ​ແບບ​ຮຸກ​ຮານ​ຂອງ ຈີນ ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ຍີ່​ປຸ່ນ ແມ່ນ​ມີ​ແຜນ​ທີ່​ຈະ​ຈັດ​ກອງປ​ະ​ຊຸມ​ລະ​ນຶກ​ເຖິງ ອ​າ​ຊຽນ​-ຍີ່​ປຸ່ນ ໃນ​ນະ​ຄອນຫຼວງ ໂຕ​ກຽວ ຈາກວັນ​ເສົາ​ມື້​ອື່ນ ຫາ​ວັນ​ຈັນ, ເພື່ອ​ສະຫຼອງ​ຄົບ​ຮອງ 50 ປີ​ຂອງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືລະ​ຫວ່າງ ອາ​ຊຽນ ແລະ ຍີ່​ປຸ່ນ.

ຍີ່​ປຸ່ນ ແລະ 10 ປະ​ເທດ​ ອາ​ຊຽນ ພະ​ຍາ​ຍາມ​ທີ່​ຈະ​ຂະ​ຫຍາຍ​ສາຍ​ພົວ​ພັນ ​ໃນ​ເວ​ລາ​ທີ່ “ລະ​ບຽບ​ສາ​ກົນ​ທີ່​ເສ​ລີ ແລະ ເປີດກວ້າງ​ໂດຍ​ອີງ​ໃສ່​ລະ​ບຽບ​ກົດ​ໝາຍ​ແມ່ນ​ຢູ່​ພາຍ​ໃຕ້​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ,” ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ໄດ້​ກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ທ່ານ ກິ​ຊິ​ດະ ໄດ້​ກ່າວ​ວ່າ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ ລວມ​ມີ “ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປ່ຽນ​ແປງ​ຖາ​ນະ​ດັ້ງ​ເດີມ​ທີ່​ເປັນ​ຢູ່​ ໂດຍ​ຝ່າຍ​ດຽວ ​ດ້ວຍ​ການ​ໃຊ້​ກຳ​ລັງ​ ໃນ​ທະ​ເລ​ຈີນຕາ​ເວັນ​ອອກ ແລະ​ທະ​ເລ​ຈີນໃຕ້” ແລະ ກິດ​ຈະ​ກຳ ​ລູກ​ສອນ​ໄຟ​ນິວ​ເຄ​ລຍ​ທີ່ຫຼາຍ​ຂຶ້ນ​ຂອງ ເກົາຫຼີ​ເໜືອ.”

ໂດຍ​ກ່າວ​ວ່າ ອາ​ຊຽນ ແມ່ນ “ກະ​ແຈ​ສຳ​ຄັນ​ ສຳ​ລັບ​ການສຳ​ນຶກ​ເຖິງ​ວິ​ໄສ​ທັດ​ຂອງ ຍີ່​ປຸ່ນ ກ່ຽວ​ກັບ ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ ທີ່​ເສ​ລີ ແລະ ເປີດກວ້າງນັ້ນ,” ທ່ານ ກິ​ຊິ​ດະ​ ໄດ້​ກ່າວ​ຕື່ມ​ວ່າ​ຄວາມ​ຈະ​ເລີນ​ຮັ່ງ​ມີ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ມາ​ຊິກ​ອາ​ຊຽນ 10 ປະ​ເທດ “ຈະສາ​ມາດ​ບັນ​ລຸ​ໄດ້​ຖ້າ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ​ຖືກ​ປົກ​ປ້ອງ​ເທົ່າ​ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG