ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິເຄາະກ່າວວ່າ: ແຜນການຂອງຈີນ ​ໃນຄິວບາ ອາດ​ຫຼາຍໄປກວ່າການສືບລັບ


ປະທານປະເທດຈີນ ທ່ານສີ ຈິນຜິງ ແລະປະທາທິບໍດິຄິວບາ ທ່ານມີແກນ ດິອາສ ກາແນນ ເບີມູເດສ ຢູ່ໃນພິທີຕ້ອນຮັບຢ້ຽມຢາມຈີນ ວັນທີ 25 ພະຈິກ 2022.
ປະທານປະເທດຈີນ ທ່ານສີ ຈິນຜິງ ແລະປະທາທິບໍດິຄິວບາ ທ່ານມີແກນ ດິອາສ ກາແນນ ເບີມູເດສ ຢູ່ໃນພິທີຕ້ອນຮັບຢ້ຽມຢາມຈີນ ວັນທີ 25 ພະຈິກ 2022.

ບັນດາ​ຜູ້​ນຳ​ລັດ​ຖະ​ສະ​ພາສະຫະລັດ ກຳລັງຮຽກຮ້ອງ ໃຫ້ລັດຖະບານທ່ານໄບເດັນລາຍງານຕໍ່ສະພາ ກ່ຽວກັບສະ​ຖານ​ທີ່ສືບລັບ​ຂອງຈີນ ທີ່​ຖືກກ່າວຫາວ່າກຳລັງສ້າງຢູ່ໃນຄິວບາ ແຕ່ບັນດານັກວິເຄາະອາເມຣິກັນຢ້ານວ່າາ ແຜນການຂອງຈີນ ຢູ່ທີ່ຫລັງບ້ານຂອງອາເມຣິກາ ອາດເກີນໄປກວ່າການເກັບ​ກຳ​ຂໍ້​ມູນສືບລັບ.

ຖ້າຫາກສົງຄາມກັບໄຕ້ຫວັນຫາກ​ລະ​ເບີດຂຶ້ນ ທີ່ບັນດານັກວິເຄາະເຫລົ່ານີ້ເຕືອນ ​ວ່າ ກອງທັບຈີນອາດປະຕິບັດງານຢູ່ໃນລາຕິນອາເມຣີິກາແລະທະ​ເລຄາຣິບບຽນ ເພື່ອລົບກວນການປະຕິບັດງານຂອງກອງທັບສະຫະລັດ ຫລືແມ່ນແຕ່ໂຈມຕີ​ແຜ່ນ​ດິນ​ໃຫຍ່​ຂອງສະຫະລັດ.

ຢູ່ໃນໜັງສື ​ລົງວັນທີ 22 ເດືອນມິຖຸນາ ໄປຫາຫົວໜ້າອົງ​ການຊີໄອເອ ທ່ານວິລລຽມ ເບີນ ແລະລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ ບລິງເຄັນ ສະມາຊິກສະພາສູງ ທ່ານບັອບ ເມິເນັນເດສ ປະທານຄະນະກຳມະການຄວາມສຳພັນຕ່າງປະເທດ ແລະສະມາຊິກສະພາຕໍ່າພັກຣີພັບບລິກກັນ ທ່ານໄມເກີລ ແມັກຄອລ ປະທານຄະນະກຳມະການຄວາມສຳພັນຕ່າງປະເທດ ໄດ້ຮຽກຮ້ອງວ່າ ຂໍ້ມູນລາຍລະອຽດກ່ຽວກັບກິດຈະການຕ່າງໆຂອງຈີນ ຢູ່ໃນຄິວບາຕ້ອງ​ສົ່ງ ໃຫ້ສະ​ພາ​ພາຍໃນວັນທີ 14 ກໍລະກົດ.

ບັນດາສະມາຊິກສະພາມີຄວາມເປັນຫ່ວງ​ກ່ຽວ​ກັບ​ລາຍ​ງານ​ທີ່​ເລີ້ມ​ຕົ້ນ​ໂດຍໜັງ ສືພິມ Wall Street Journal ທີີ່ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ສະຫະລັດທັງ​ໃນ​ປັດຈຸບັນ ແລະອະດີດ ທີ່ກ່າວວ່າຈີນ ກຳລັງ​ເຈ​ລະ​ຈາກັບລັດຖະບານຄິວບາ ເພື່ອສ້າງ​ຕັ້ງສະຖານທີ່ເຝິກແອບທາງທະຫານຮ່ວມກັນຢູ່ໃນເກາະປະເທດ ພຽງແຕ່ 166 ກິໂລແມັດ ຈາກລັດຟລໍຣິດາ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວອາດນຳໄປສູ່ການ​ສົ່ງທະຫານຈີນ​ມາ​ປະ​ຈຳຢູ່ສະຖານທີ່ດັ່ງກ່າວ ແລະຂະຫຍາຍການສືບລັບ ເກັບກໍາກິດຈະການຕ່າງໆ​ເພື່ອ​ຕໍ່ຕ້ານສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG