ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ຈີນ ກໍາລັງທ້າທາຍຕໍ່ອະທິປະໄຕຂອງ ໄຕ້ຫວັນ ຜ່ານການປະຕິບັດງານໃນຂົງເຂດສີເທົາ

ແຟ້ມຮູບ-ທະຫານສອງຄົນ ພາກັນພັບທຸງຊາດໃນລະຫວ່າງການສະຫຼອງວັນທຸງຊາດປະຈໍາວັນ ຢູ່ທີ່ຈັດຕຸລັດເສລີພາບ ໃນອານຸສອນສະຖານແຫ່ງຊາດ ຈຽງ ໄຄ-ເຊັກ ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 30 ກໍລະກົດ 2022.
ແຟ້ມຮູບ-ທະຫານສອງຄົນ ພາກັນພັບທຸງຊາດໃນລະຫວ່າງການສະຫຼອງວັນທຸງຊາດປະຈໍາວັນ ຢູ່ທີ່ຈັດຕຸລັດເສລີພາບ ໃນອານຸສອນສະຖານແຫ່ງຊາດ ຈຽງ ໄຄ-ເຊັກ ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 30 ກໍລະກົດ 2022.

ໃນບໍ່ເທົ່າໃດ​ອາທິດ​ທີ່​ຜ່ານ​ມາ, ຈີນ ​ໄດ້​ເພີ້ມຄວາມ​ພະຍາຍາມເພື່ອ​ທ້າ​ທາຍຕໍ່​ສະຖານະ​ການ​ທີ່​ມີ​ມາ​ແຕ່​ດົນ​ນານ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ, ​ໂດຍ​ປັກ​ກິ່ງ​ໄດ້​ປ່ຽນ​ເສັ້ນທາງ​ການບິນ​ໃກ້​ກັບ​ເສັ້ນ​ກາງ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ ​ແລະ​ປະກາດ​ແຜນການ​ເພີ້ມ​ທະວີ​ການ​ລາດຕະ​ເວນ​ເປັນ​ປົກກະຕິຢູ່​ໃນ​ບໍລິເວນ​ນ່ານນ້ຳ​ໃກ້​ກັບ​ເກາະ ຄິນເໝິນ (Kinmen) ຂອງ​ໄຕ້​ຫວັນ.

ນັກວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ປັກ​ກິ່ງ​ທີ່​ຈະ​ທຳລາຍ​ຄວາມ​ສາມາດ​ຂອງ​ໄຕ້​ຫວັນ​ ໃນ​ການ​ຮັກສາ​ການ​ຄວບ​ຄຸມ​ເຂດ​ນ່ານນ້ຳ​ໃກ້​ກັບ​ເກາະ​ຕ່າງໆ​ເຊັ່ນ ເກາະຄິນເໝິນ ​ແລະ ເກາະມັດສູ (Matsu) ເຊິ່ງຕັ້ງ​ຢູ່​ຫ່າງ​ຈາກ​ຈີນ​ແຜ່ນດິນ​ໃຫຍ່ພຽງ​ບໍ່​ເທົ່າ​ໃດ​ກິ​ໂລ​ແມັດເທົ່ານັ້ນ, ​ແລະ​ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ລັດຖະບານ​ ທີ່​ກໍາລັງເຂົ້າ​ມາກໍາອໍານາດ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພັກ​ປະຊາທິປະ​ໄຕກ້າວໜ້າ.

ແຟ້ມຮູບ-ຮອງປະທານາທິບໍດີໄຕ້ຫວັນ ທ່ານຫຼາຍ ຊິງ-ເຕ ຍັງຮູ້ໃນອີກຊື່ນຶ່ງວ່າ ທ່ານ ວີລລຽມ ຫຼາຍ, ຊ້າຍ, ສະຫຼອງໄຊຊະນະຂອງທ່ານ ພ້ອມດ້ວຍຜູ້ລົງແຂ່ງຂັນຮ່ວມ ທ່ານບີ-ຄິມ ສຽວ, ຂວາ, ໃນນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 13 ມັງກອນ 2024.

ທ່ານຫຼານ ຈົງ (Ian Chong) ນັກລັດຖະສາດທາງດ້ານການເມືອງຢູ່ທີ່ມະຫາວິທະຍາໄລແຫ່ງຊາດສິງກະໂປ ກ່າວຕໍ່ VOA ຜ່ານທາງໂທລະສັບວ່າ "ການເຄື່ອນໄຫວເຫຼົ່ານີ້ ແມ່ນຄວາມພະຍາຍາມເພື່ອທໍາລາຍຄວາມສາມາດຂອງໄຕ້ຫວັນໃນການຄຸ້ມຄອງສະຖານຕ່າງໆ ເຊັ່ນ ບໍລິເວນນ່ານນ້ໍາອ້ອມຮອບຊາຍຝັ່ງຂອງເກາະຕ່າງໆ ແລະຂົງເຂດທາງທິດຕາເວັນຕົກລະຫວ່າງເສັ້ນກາງຂອງຊ່ອງແຄບໄຕ້ຫວັນ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG