ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ນັກວິເຄາະກ່າວວ່າ ລັດຖະບານປັກກິ່ງ ເປັນຜູ້ຢູ່ເບື້ອງຫລັງ ການຂະຫຍາຍໂຕ ຂອງບໍລິສັດຮັກສາຄວາມປອດໄພຂອງຈີນ ຢູ່ໃນທົ່ວໂລກ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ເບິ່ງໂທລະສັບສະມາຣ໌ດໂຟນຂອງພວກເຂົາ ໃກ້ກັບຮ້ານຄ້າທຸລະກິດທີ່ປິດໂຕລົງ ໃນນະຄອນຫລວງປັກກິ່ງ, ປະເທດຈີນ, ວັນທີ 23 ກຸມພາ 2020.

ຈາກອັຟການິສຖານເຖິງຝຣັ່ງ, ປະຊາຊົນຈີນຖືກໂຈມຕີແລະເຖິງຂັ້ນຖືກສັງຫານ ໃນລະຫວ່າງທີ່ອາໄສຢູ່ຕ່າງປະເທດ. ຂະນະທີ່ໄພຄຸກຄາມດ້ານຄວາມປອດໄພຕໍ່ບັນດາບໍລິສັດຂອງຈີນ, ພົນລະເມືອງ, ໂຄງການຕ່າງໆ ແລະການລົງທຶນ ລວມເຖິງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຍັງຄົງດໍາເນີນຕໍ່ໄປນັ້ນ, ບໍລິສັດຕ່າງໆຂອງຈີນທີ່ເຄີຍຈ້າງບໍລິສັດຮັກສາຄວາມປອດໄພໃນທ້ອງຖິ່ນ ຫລືບໍລິສັດຈາກປະເທດຕາເວັນຕົກ ໄດ້ປ່ຽນໄປຈ້າງບໍລິສັດຮັກສາຄວາມປອດໄພເອກະຊົນຂອງຈີນຫລາຍຂຶ້ນ, ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ທ່ານນິວາ ໂຢວ (Niva Yau), ນັກຄົ້ນ​ຄວ້າຈາກສູນກາງການສຶກສາ OSCE Academy ໃນນະຄອນຫລວງ ບິສເຄັກ ຂອງປະເທດ ກຽກກິສຖານ, ກ່າວຕໍ່ VOA ວ່າການປະຕິຮູບທາງທະຫານຂອງຈີນໃນປີ 2016 “ໄດ້ຊຸກຍູ້ໃຫ້ບັນດາອະດີດພະນັກງານທາງທະຫານຈໍານວນຫລາຍ ເຂົ້າໄປເຮັດວຽກນໍາພາກສ່ວນບໍລິສັດຮັກສາຄວາມປອດໄພເອກະຊົນ.”

ສະຫລຸບແລ້ວ, ຈາກຂໍ້ມູນຂອງທ່ານໂຢວ ບໍລິສັດຮັກສາຄວາມປອດໄພເອກະຊົນຂອງຈີນ ໄດ້ຂະຫຍາຍອອກໄປປະເທດຕ່າງໆ ຕາມໂຄງການນຶ່ງແລວທາງນຶ່ງເສັ້ນທາງ ຫລື BRI ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ, ອັນໄດ້ສ້າງໂຄງການພື້ນຖານໂຄງລ່າງໃນເອເຊຍ ແລະຢູໂຣບ.

ໃນຂະນະທີ່ການລົງທຶນຂອງຈີນໃນຕ່າງປະເທດໄດ້ມີການເພີ້ມຂຶ້ນນັ້ນ, ຄວາມໝັ້ນຄົງຂອງບໍລິສັດຮັກສາຄວາມປອດໄພເອກະຊົນຂອງຈີນກໍເຊັ່ນກັນ ກໍາລັງເຮັດໃຫ້ເປັນອຸດສາຫະກໍາຫລາຍລ້ານຢວນ.

ທ່ານໂຢວ ກ່າວວ່າ ບໍລິສັດຈີນໃນໂຄງການ BRI ແມ່ນ “ມີຄວາມສ່ຽງຫລາຍໃນບັນດາປະເທດທີ່ສ່ວນໃຫຍ່ມີຄວາມຮູ້ສຶກຕໍ່ຕ້ານ ຈີນ ສູງ.”
“ການຮັກສາຄວາມປອດໄພສ່ວນຕົວ ແມ່ນມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີມາດຕະການປະຕິບັດຕົວຈິງ,” ທ່ານໂຢວ ກ່າວ. “ແຕ່ວ່າ ການວ່າຈ້າງພະນັກ ງານຄົນຈີນນັ້ນ ແມ່ນຂຶ້ນຢູ່ກັບການຕັດສິນໃຈແຕ່ຂັ້ນສູງ​ຫາຕໍ່າຈາກປັກກິ່ງ ເພື່ອໃຫ້ທຸລະກິດການຮັກສາຄວາມປອດໄພດໍາເນີນງານດ້ວຍຕົນເອງ ໂດຍປາດສະຈາກການແຊກແຊງຈາກບັນດາປະເທດທີສາມ.”

ອີງຕາມການກ່າວຂອງທ່ານໂຢວ, ເຫດຜົນສໍາຄັນອັນນຶ່ງ ແມ່ນພາສາ ແລະຄວາມສາມາດໃນການສົນທະນາ ລະຫວ່າງເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະພະນັກງານ. ສ່ວນເຫດຜົນອື່ນແມ່ນຄວາມເຊື່ອຖື, ບໍ່ວ່າເຈົ້າໜ້າທີ່ຮັກສາຄວາມປອດໄພຈະຢູ່ຂ້າງຈີນ ຫລືຄົນຢູ່ໃນທ້ອງຖິ່ນ ເມື່ອເວລາມີຄວາມຂັດແຍ້ງກັນເກີດຂຶ້ນກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG