ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນັກ​ວິ​ເຄາະ: ການ​ໄປ​ເຖິງ​ຂອງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ແລະ ການ​ຢ້ຽມ​ຢາມ​ປັກ​ກິ່ງ ຂອງ​ນາ​ຍົກ​ຫວຽດ​ນາມ 'ບໍ່​ແມ່ນ​ເຫດ​ບັງ​ເອີນ'


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຟາມ ມິນ ຈິນ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ ຈຽງ ພວມ​ເຄົາ​ລົບ​ທຸງ​ທາດ ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບ ທີ່​ຫໍ​ສາ​ລາ​ໃຫຍ່​ປະ​ຊາ​ຊົນ ຢູ່​ປັກ​ກິ່ງ ເມື່ອ​ວັນ​ທີ 26 ມິ​ຖຸ​ນາ 2023. (Pool photo via AP)
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຟາມ ມິນ ຈິນ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ ຈຽງ ພວມ​ເຄົາ​ລົບ​ທຸງ​ທາດ ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບ ທີ່​ຫໍ​ສາ​ລາ​ໃຫຍ່​ປະ​ຊາ​ຊົນ ຢູ່​ປັກ​ກິ່ງ ເມື່ອ​ວັນ​ທີ 26 ມິ​ຖຸ​ນາ 2023. (Pool photo via AP)

ການ​ຢ້ຽມ​ຢາມ​ນະ​ຄອນ​ຫ​ລວງ​ປັກ​ກິ່ງ​ ເປັນ​ເວ​ລາ 4 ມື້ ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຟາມ ມິນ ຈິນ ຊຶ່ງ​ບັງ​ເອີນ​ມີ​ຂຶ້ນ​ພ້ອມໆ​ກັນ ກັບ​ການ​ເດີນ​ທາງ​ໄປ​ເຖິງຫ​ວຽດ​ນາມ ຂອງ​ກຳ​ປັ່ນບັນ​ທຸກ​ເຮືອ​ບິນ​ສະ​ຫະ​ລັດ ເມື່ອ​ວັນ​ທີ 25 ມີ​ຖຸ​ນາ​ທີ່​ຜ່ານ​ມາ ປາ​ກົດ​ວ່າ​ເປັນ​ຕົວ​ຢ່າງ​ອັນ​ນຶ່ງ ໃນ​ການ​ດຳ​ເນີນ​ການ​ແບ​ບ​ກ້ຳ​ເກິ່ງ​ຂອງ​ຮາ​ໂນ່ຍ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ເຄາະ.

ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ​ໂຣ​ໂນ​ລ ຣິ​ແກນ (Ronald Reagan) ຂອງກອງ​ທັບ​ເຮືອ​ບິນ​ສະ​ຫະ​ລັດ ເດີນ​ທາງ​ໄປ​ເຖິງ​ເມືອງ​ທ່າ​ດາ​ນັງຂອງ​ຫວຽດ​ນາມ ໃນ​ໝາຍ​ກຳ​ນົດ​ການ​ເຂົ້າ​ຈອດ​ຢ້ຽມ​ຢາມ​ເປັນ​ເວ​ລາ 5 ມື້ ຊຶ່ງນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ເທື່ອ​ທີ 3 ຂອງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນສະ​ຫະ​ລັດ ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

ໃນ​ມື້​ດຽວ​ກັນ​ນີ້ ທ່ານ​ຈິນ ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິ່ງ ຕາມ​ການ​ເຊື້ອ​ເຊີນ​ຂອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລີ ຈຽງ ເພື່ອ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ຕ້ອນ​ຮັບ​ວ່າ “ຈີນ​ຖື​ວ່າ​ຫວຽດ​ນາມ ​ແມ່ນ​ບູ​ລິ​ມະ​ສິດ​ໃນ​ດ້ານ​ການ​ທູດ​ສຳ​ລັບ​ປະ​ເທດ​ເພື່ອນ​ບ້ານ.”

ນັ້ນ​ແມ່ນ​ຮວມ​ທັງ​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານບຸນ ທັນ ຊອນ (Bui Thanh Son) ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທີ່​ເດີນ​ທາງ​ໄປ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ​ຊອນ ກ່າວ​ວ່​າ “ຫວຽດ​ນາມ​ຖື​ວ່າ ຄວາມ​ສຳ​ພັນ​ຂອງ​ຕົນ​ກັບ​ຈີນ​ແມ່ນ​ບູ​ລິ​ມະ​ສິດ​ສຳ​ຄັນ​ສຸດ ດ້ວຍ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ຈີນ​ດຽວແບບ​ມີ​ທ່າ​ທີ​ທີ່​ຈະ​ແຈ້ງ​ແລະ​ໜັກ​ແໜ້ນ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ພັດ​ທະ​ນາ​ແລະ​ເຕີບ​ໂຕ​ຂອງ​ສັງ​ຄົມ​ນິ​ຍົມ​ໃນ​ຮູບ​ແບບ​ຂອງ​ຈີນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG