ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ທ່ານສີ ແລະ ທ່ານປູຕິນ ຈະພົບປະກັນ ໃນຖານະພັນທະມິດ ເຖິງແມ່ນຈະມີຄວາມແຕກຕ່າງກັນ


ແຟ້ມຮູບ-ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ແລະປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ເຂົ້າຮ່ວມງານລ້ຽງຕ້ອນຮັບຢູ່ທີ່ວັງເຄຣັມຣິນ ໃນນະຄອນຫຼວງມົສກູ, ວັນທີ 21 ມີນາ 2023. (Sputnik/Pavel Byrkin/Kremlin via Reuters)
ແຟ້ມຮູບ-ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຊ້າຍ, ແລະປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ເຂົ້າຮ່ວມງານລ້ຽງຕ້ອນຮັບຢູ່ທີ່ວັງເຄຣັມຣິນ ໃນນະຄອນຫຼວງມົສກູ, ວັນທີ 21 ມີນາ 2023. (Sputnik/Pavel Byrkin/Kremlin via Reuters)

ມີການຄາດການວ່າ ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ຈະພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນເດືອນຕຸລາທີ່ຈະມາເຖິງນີ້ ຢູ່ດ້ານນອກກອງປະຊຸມນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ ສໍາລັບການຮ່ວມມືລະຫວ່າງປະເທດ.

ການເດີນທາງ ທີ່ຮູ້ດີວ່າຈະເປັນການເດີນທາງໄປຕ່າງປະເທດຄັ້ງທໍາອິດ ຂອງ ທ່ານປູຕິນ ນັບຕັ້ງແຕ່ສານອາຍາສາກົນ ໄດ້ອອກໝາຍຈັບທ່ານໃນຊ່ວງເດືອນມີນາທີ່ຜ່ານມາກ່ຽວກັບຂໍ້ຫາກໍ່ອາຊະຍາກໍາສົງຄາມ, ແຕ່ຄັ້ງທີສອງທີ່​ພວກ​ທ່ານທັງສອງໄດ້ພົບປະກັນ​ແບບ​ເຊິ່ງໜ້າໃນປີນີ້.

ບັນດານັກວິເຄາະກ່າວວ່າ ການພົບປະກັນຄັ້ງນີ້ ຈະເປັນໂອກາດສໍາລັບຜູ້ນໍາທັງສອງ ເພື່ອເສີມຂະຫຍາຍສາຍພົວພັນຂອງປະເທດພວກຕົນ ແລະສະແດງຄວາມບໍ່ພໍໃຈຂອງພວກເຂົາ​ເຈົ້າ ກ່ຽວກັບຜູ້ນໍາຂອງສະຫະລັດ ໃນດ້ານວຽກງານຂອງໂລກ.

ທ່ານເຊີເກ ຣາດເຊັງໂກ (Sergey Radchenko), ນັກວິຊາການ ຈີນ-ຣັດເຊຍ ຢູ່ທີ່ໂຮງຮຽນການສຶກສາສາກົນທີ່ກ້າວ​ໜ້າ ຂອງ ຈອນສ໌ ຮັອບກິນສ໌ ກ່າວຕໍ່ VOA ວ່າ “ພວກເຂົາສະແດງຄວາມບໍ່ພໍໃຈຕໍ່ສະຫະລັດ ແລະພວກເຂົາກໍຈະຢຶດໝັ້ນໃນຈຸດການສົນທະນາຂອງພວກເຂົາ.”

ໃນການກ່າວຄໍາປາໄສ ໃນວັນອັງຄານແລ້ວນີ້, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໄດ້ປະນາມລັດຖະບານທີ່ມອງນະໂຍບາຍການຕ່າງປະເທດໃນລັກສະນະຂອງ “ປະຊາທິປະໄຕ ແລະຜະເດັດການ,” ແລະຮຽກຮ້ອງໃຫ້ສະຫະລັດ ເປັນເຈົ້າພາບຈັດກອງປະຊຸມສຸດຍອດການຮ່ວມມືເສດຖະກິດເອເຊຍປາຊີຟິກ ຫຼື APEC ໂດຍ​ໃຫ້​ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ​ຫຼາຍ​ຂຶ້ນ ໃນເດືອນພະຈິກ ທີ່ຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG