ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ວິກິດການ ຢູເຄຣນ ແມ່ນກຳລັງປ່ຽນແປງ ການຫຼັ່ງໄຫຼຂອງພະລັງງານໃນໂລກ


ປະຊາຊົນຍ່າງຜ່ານໂຮງງານ ຢູເທຣັນເນ (Utrenneye field), ເຊິ່ງແມ່ນຖານແຫຼ່ງຊັບພະຍາກອນສຳລັບໂຄງການ Novatek's Arctic LNG 2, ຕັ້ງຢູ່ແຫຼມ ກີດານ (Gydan) ຢູ່ແຄມທະເລ ຄາຣາ (Kara) ໃນວົງຂົ້ວໂລກເໜືອ, ປະມານ 2,500 ກິໂລແມັດຫ່າງຈາກນະຄອນຫຼວງ ມົສກູ. 30 ພະຈິກ, 2021.
ປະຊາຊົນຍ່າງຜ່ານໂຮງງານ ຢູເທຣັນເນ (Utrenneye field), ເຊິ່ງແມ່ນຖານແຫຼ່ງຊັບພະຍາກອນສຳລັບໂຄງການ Novatek's Arctic LNG 2, ຕັ້ງຢູ່ແຫຼມ ກີດານ (Gydan) ຢູ່ແຄມທະເລ ຄາຣາ (Kara) ໃນວົງຂົ້ວໂລກເໜືອ, ປະມານ 2,500 ກິໂລແມັດຫ່າງຈາກນະຄອນຫຼວງ ມົສກູ. 30 ພະຈິກ, 2021.

ໃນຂະນະທີ່ວິກິດການ ຢູເຄຣນ ດຳເນີນຕໍ່ໄປ, ປະເທດຕາເວັນຕົກ ແມ່ນກຳລັງທົບທວນການເພິ່ງ ພາອາໄສພະລັງງານ ຣັດເຊຍ ຂອງເຂົາເຈົ້າ, ອີງຕາມການກ່າວຂອງບັນດານັກວິເຄາະ.

ອີງຕາມຄວາມຄິດຂອງ ຣັດເຊຍ, ການເພິ່ງພາອາໄສພະລັງງານ ມົສກູ ຂອງ ຢູໂຣບ ຈະປ້ອງກັນເຂົ້າເຈົ້າຈາກການແຊກແຊງໃນການໂຈມຕີ ຢູເຄຣນ ຂອງ ຣັດເຊຍ. ແຕ່ໃນວັນທີ 22 ກຸມພາທີ່ຜ່ານມາ, ສອງວັນກ່ອນການບຸກລຸກນັ້ນ, ເຢຍຣະມັນ ໄດ້ຢຸດໂຄງການທໍ່ແກັສທຳມະຊາດ Nord Stream 2 ຢູ່ທະເລ ບາລຕິກ ມູນຄ່າ 11 ຕື້ໂດລາ ທີ່ຖືກອອກແບບມາເພື່ອການສົ່ງຂອງແກັສຈາກ ຣັດເຊຍ ໄປ ເຢຍຣະມັນ ເປັນສອງເທົ່າ.

ບັນດາບໍລິສັດນໍ້າໃຫຍ່ໄດ້ປະກາດວ່າເຂົາເຈົ້າຈະອອກຈາກຕະຫຼາດ ຣັດເຊຍ, ດ້ວຍບໍລິສັດ BP ອອກໃນວັນທີ 27 ກຸມພາ, ບໍລິສັດ Exxon ໃນວັນທີ 1 ມີນາ ແລະ Shell ໃນວັນທີ 8 ມີນາ.

ໃນຂະນະທີ່ການຫ້າມຄ້າຂາຍພະລັງງານກັບ ຣັດເຊຍ ໄດ້ແຜ່ຫຼາຍໃນ ສະຫະ ລັດ ແລະ ຢູໂຣບ, ອີງຕາມໂທລະພາບ CNN ນັ້ນ, ມົສກູ ໄດ້ປະເຊີນກັບສິ່ງທ້າທາຍຕ່າງໆໃນການຂົນສົ່ງນໍ້າມັນ ແລະ ແກັສຂອງເຂົາເຈົ້າໄປຕະຫຼາດອື່ນໆເຊັ່ນ ຈີນ ແລະ ອິນເດຍ.

ບັນດານັກວິເຄາະໄດ້ກ່າວຕໍ່ວີໂອເອວ່າ ການຫັນໄປໃຊ້ພະລັງງານທົດແທນຂອງ ສະຫະພາບ ຢູໂຣບ ຈະສືບຕໍ່ຊົດເຊີຍອິດທິພົນຂອງ ຣັດເຊຍ ກ່ຽວກັບ ພະລັງ ງານ ຢູໂຣບ ໃນໄລຍະສັ້ນ, ແລະ ສະຫະລັດ ຈະຂະຫຍາຍການສະໜອງພະ ລັງງານຈາກຜູ້ຜະລິດພາຍໃນປະເທດ ແລະ ບາງເທື່ອຍັງຈະຂະຫຍາຍການສົ່ງສິນຄ້າຈາກແຫຼ່ງທີ່ມາຈາກຊັບພະຍາກອນຕ່າງປະເທດ ທີ່ບໍ່ເປັນມິດຫຼາຍ.

ຣັດເຊຍ ແມ່ນຜູ້ຜະລິດນໍ້າມັນທີ່ໃຫຍ່ທີ່ສຸດເປັນອັນດັບສາມຂອງໂລກ ຕາມຫຼັງ ສະຫະລັດ ແລະ ຊາອຸດີ ອາຣາເບຍ, ແລະ ແກັສ ກັບ ນໍ້າມັນຂອງເຂົາເຈົ້າແມ່ນເທົ່າກັບປະມານ 40 ແລະ 25 ເປີເຊັນຂອງການນໍາເຂົ້າໂດຍ 27 ປະ ເທດຂອງ ສະຫະພາບ ຢູໂຣບ ຕາມລຳດັບ, ອີງຕາມອົງການພະລັງ ງານສາກົນ.

ຢູໂຣບ ຕ້ອງເລັ່ງການສົ່ງເສີມເທັກໂນໂລຈີພະລັງງານສະອາດ ແລະ ຫຼຸດການເພິ່ງພາອາໄສນໍ້າມັນ, ຖ່ານຫີນ ແລະ ແກັສຂອງ ຣັດເຊຍ, ອີງຕາມການກ່າວຂອງປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ (Ursula von de Laeyen). ທ່ານນາງ ໄດ້ກ່າວໃນວັນທີ 8 ມີນາທີ່ຜ່ານມາວ່າ “ພວກເຮົາບໍ່ສາມາດອາໄສສິນຄ້າຂອງຜູ້ທີ່ຂົ່ມຂູ່ພວກເຮົາຢ່າງເຫັນໄດ້ຊັດນັ້ນ,” ໃນຂະນະທີ່ຄະນະກຳມາທິການ ຢູໂຣບ ໄດ້ເປີດຕົວໂຄງການ REPowerEU, ເຊິ່ງເປັນການສິ້ນ ສຸດການເພິ່ງພາອາໄສແກັສທຳມະຊາດ ຣັດເຊຍ ຂອງສະຫະພາບ ຢູໂຣບ. ແຜນການດັ່ງກ່າວຍັງຈະປະກອບມີບົດບາດທີ່ສຳຄັນສຳລັບພະລັງງານທົດແທນ.

ແຕ່ບັນດານັກຊ່ຽວຊານໄດ້ກ່າວຢໍ້າວ່າ ການສ້າງພື້ນຖານໂຄງລ່າງພະລັງງານສະອາດຈະໃຊ້ເວລາ, ແລະ ບັນດາປະເທດ ຢູໂຣບ ຄື ອິຕາລີ ແລະ ເຢຍຣະມັນ ຍັງເພິ່ງພາອາໄສການນຳເຂົ້າແກັສທຳມະ ຊາດຢ່າງໜັກ ທີ່ຈະຫັນປ່ຽນຈາກນໍ້າເຊື້ອໄຟຟອສຊິລ ໄປຫາພະລັງງານລົມ, ແສງແດດ ແລະ ພະ ລັງງານສະອາດອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG