ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ນັກ​ວິ​ເຄາະ: ຢູ​ເຄ​ຣນ ຄວນ​ເຈ​ລະ​ຈາ​ກັບ ຣັດ​ເຊຍ ບໍ?


ນັກ​ດັບ​ໄຟ​ຂອງ​ໜ່ວຍ​ບໍ​ລິ​ການ​ເຫດ​ສຸກ​ເສີນ ​ຂອງ​ລັດ​ຖະ​ບານ ຢູ​ເຄ​ຣນ ພະ​ຍາ​ຍາມມອດ​ໄຟ​ຢູ່​ຈຸດ​ເກີດ​ເຫດ ​ການ​ລະ​ດົມ​ຍິງ​ໂດຍ ຣັດ​ເຊຍ ໃນ​ເມືອງ ວິ​ສ​ໂກ​ຣອດ, ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 23 ພະ​ຈິກ 2022.
ນັກ​ດັບ​ໄຟ​ຂອງ​ໜ່ວຍ​ບໍ​ລິ​ການ​ເຫດ​ສຸກ​ເສີນ ​ຂອງ​ລັດ​ຖະ​ບານ ຢູ​ເຄ​ຣນ ພະ​ຍາ​ຍາມມອດ​ໄຟ​ຢູ່​ຈຸດ​ເກີດ​ເຫດ ​ການ​ລະ​ດົມ​ຍິງ​ໂດຍ ຣັດ​ເຊຍ ໃນ​ເມືອງ ວິ​ສ​ໂກ​ຣອດ, ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 23 ພະ​ຈິກ 2022.

ບັນດາເຈົ້າໜ້າທີ່ ຢູເຄຣນ ແມ່ນກຳລັງຕ້ານຢັນຄວາມກົດດັນທີ່ເພີ່ມຂຶ້ນ ເພື່ອໃຫ້ເຂົ້າ​ຮ່ວມໃນການເຈລະຈາກັບ ມົສກູ ເຖິງແມ່ນວ່າການໂຈມຕີທາງອາກາດຢ່າງບໍ່ລົດລະຂອງ ຣັດເຊຍ ໄດ້ສ້າງຄວາມເສຍຫາຍຢ່າງຍິ່ງຕໍ່ຊີວິດຂອງປະຊາຊົນ ຢູເຄຣນ, ຄວາມອຸດົມຮັ່ງມີ ແລະ ພື້ນຖານໂຄງລ່າງກໍຕາມ.

ທ່ານ ມີໄຄໂລ ໂປໂດລຽກ, ທີ່ປຶກສາຂອງຫ້ອງການປະທານາທິບໍດີ ຢູເຄຣນ, ໄດ້ປະຕິເສດສັນຍານຄວາມພ້ອມຂອງ ຣັດເຊຍ ສຳລັບການເຈລະຈາຕ່າງໆ ໂດຍ​ຖື​ວ່າ​ເປັນພາກສ່ວນນຶ່ງ ຂອງການພະຍາຍາມສ້າງອິດທິພົນເພື່ອທຳລາຍການສະໜັບສະໜູນ ຢູເຄຣນ ໃນບັນດາຄູ່ຮ່ວມຂອງເຂົາເຈົ້າ.

ທ່ານ ໂປໂດລຽກ ໄດ້ກ່າວໃນການສຳພາດກັບວີໂອເອໃນວັນສຸກທີ່ຜ່ານມາຈາກນະຄອນຫຼວງ ກີຢິບ ວ່າ “ພວກເຮົາຫວັງວ່າຄູ່ຮ່ວມຂອງພວກເຮົາຈະຢຸດໃຫ້ຄວາມສົນໃຈຕໍ່ຄຳເວົ້າຍຸແຍ່ຂອງ ຣັດເຊຍ ກ່ຽວກັບ ຂັ້ນຕອນການເຈລະຈາ.”

ຮອດປັດຈຸບັນນີ້, ບັນດາເຈົ້າໜ້າທີ່ລັດຖະບານ ສະຫະລັດ ໄດ້ເຫັນພ້ອມກັນ. ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 11 ພະຈິກ ທີ່ຜ່ານມາໃນລະຫວ່າງການເດີນທາງໄປ ກຳປູເຈຍ ນັ້ນ, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ເຈກ ຊຸລລີວານ ໄດ້ກ່າວວ່າຂໍ້ຄິດເຫັນຂອງ ຣັດເຊຍ ບໍ່ຄວນຖືກນຳມາພິຈາລະນາຢ່າງຈິງຈັງຕາບໃດທີ່ ມົສກູ ຍັງພະຍາຍາມທີ່ຈະຄອບຄອງເຂດແດນ ຢູເຄຣນ ຢ່າງຜິດກົດໝາຍ.

ໃນການເຜີຍໃຫ້ເຫັນສິ່ງທີ່ທ່ານອະທິບາຍວ່າເປັນ “ອົງປະກອບທີ່ສຳຄັນສີ່ຢ່າງ ຂອງການຕົກລົງກັນ” ໃນລັດຖະບານ ສະຫະລັດ ນັ້ນ, ທ່ານ ຊຸລລີວານ ໄດ້ ກ່າວຢໍ້າວ່າມີແຕ່ ຢູເຄຣນ ເທົ່ານັ້ນທີ່ສາມາດຕັດສິນເວລາ ແລະ ກ່ຽວກັບ ເງື່ອນໄຂຫຍັງເພື່ອເຈລະຈາ. ທ່ານໄດ້ກ່າວວ່າສັນຕິພາບທີ່ເປັນທຳໃດໆຕ້ອງຖືກ ອີງໃສ່ກົດເກນຕ່າງໆຂອງອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ແລະວ່າ ສະຫະລັດ ຈະເຮັດທຸກຢ່າງທີ່ເຂົາເຈົ້າສາມາດເຮັດໄດ້ເພື່ອຮັບປະກັນວ່າການເຈລະຈາໃດໆໃນອະນາຄົດ, ຢູເຄຣນ ຈະສາມາດທຳການເຈລະຈາ ຈາກຖານະທີ່ມີຄວາມແຂງແກ່ນ.

ແນວໃດກໍ່ຕາມ, ທູດຂອງ ມົສກູ ໄດ້ອອກມາເວົ້າຫຼາຍຂຶ້ນ ກ່ຽວກັບ ຄວາມເປີດກວ້າງຂອງເຂົາເຈົ້າຕໍ່ການເຈລະຈາ ຫຼັງຈາກການຖອນຕົວຂອງ ຣັດເຊຍ ອອກຈາກເມືອງ ເຄີສັນ, ເຊິ່ງແມ່ນການຕ່າວປີ້ນຄັ້ງໃຫຍ່ ອັນດັບສາມ ໃນສົງຄາມ ຂອງປະເທດຂອງເຂົາເຈົ້າ.

ຮອງລັດລັດຖະມົນຕີການຕ່າງປະເທດ ທ່ານ ເຊີເກ ຣຽບກອຟ ໄດ້ກ່າວໃນເດືອນນີ້ວ່າລັດຖະບານຂອງທ່ານແມ່ນ “ເປີດກວ້າງຕໍ່ການເຈລະຈາ, ໂດຍປາສະຈາກເງື່ອນໄຂລ່ວງ​ໜ້າ,” ອີງຕາມການລາຍງານຂອງສື່ມວນຊົນ ຣັດເຊຍ. ທ່ານໄດ້ກ່າວຢໍ້າວ່າ ມົສກູ ແມ່ນໄດ້ກຽມພ້ອມທີ່ຈະພົວພັນໃນການເຈລະຈາ ກ່ອນໜ້ານີ້, ແຕ່ ກີຢິບ ໄດ້ລົບກວນການເຈລະຈາດັ່ງກ່າວ” ຕາມຄຳສັ່ງຂອງຜູ້ເບິ່ງແຍງຈາກປະເທດຕາເວັນຕົກຂອງເຂົາເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG