ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊີເຣຍ ​​ຮ່ວມ​ມື​ ​ກັບ​ຄະນະ ປະຕິບັດ​ງານຮ່ວມ ນາໆ​ຊາດ ​


ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳສະຫະ​ປະຊາ​ຊາດ ກ່າວ​
ວ່າ ລັດຖະບານ ຊີ​ເຣຍໃຫ້​ຄວາມ​ຮ່ວມ​ມື​ກັບມ້ຽນອາວຸດ​​ເຄມີ ຢູ່​ໃນ​ຊີ​ເຣຍ.
ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳສະຫະ​ປະຊາ​ຊາດ ກ່າວ​ ວ່າ ລັດຖະບານ ຊີ​ເຣຍໃຫ້​ຄວາມ​ຮ່ວມ​ມື​ກັບມ້ຽນອາວຸດ​​ເຄມີ ຢູ່​ໃນ​ຊີ​ເຣຍ.
ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳສະຫະ​ປະຊາ​ຊາດກ່າວ​
ວ່າ ລັດຖະບານ ຂອງປະທານາທິບໍດີຊີ​ເຣຍ ທ່ານ Bashar
al-Assad ​ໄດ້​ໃຫ້​ຄວາມ​ຮ່ວມ​ມື​ກັບ​ຕໍ່​ຄະນະປະຕິບັດ​ງານຮ່ວມ
​ຂອງ​ນາໆ​ຊາດ ​ໃນ​ການກວດກາ​ເບິ່ງສະຖານຕ່າງໆ​ທີ່​ເກັບມ້ຽນ
ອາວຸດເຄມີ ຢູ່​ໃນ​ຊີ​ເຣຍ.

​ແຕ່​ເອກ​ອັກຄະ​ລັດຖະທູດ Samantha Power ກ່າວ​ໃນ​ຕອນ
​ແລງ​ວັນ​ອັງຄານ​ວານ​ນີ້​ວ່າ ນັກວິເຄາະຕາ​ເວັນ​ຕົກ ​ກໍາລັງ​ທົບ
ທວນ​ເບິ່ງ ການແຈ້ງກ່ຽວ​ກັບອາວຸດ​ເຄມີ​ຂອງລັດຖະບານ
Damascus ຫວ່າງ​ມໍ່​ໆ​ມາ​ນີ້ ດ້ວຍ​ຄວາມ​ສົງ​ໄສ ​ແລະ​ກໍາລັງ​
ກວດສອບ​ເບິ່ງ​ຄວາມ​ແນ່ນອນ.

ຊີ​ເຣຍ ​ໄດ້​ສະ​ເໜີ​ລາຍ​ລະອຽດ​ຢ່າງຍືດຍາວ​ກ່ຽວກັບອາວຸດ​
ເຄມີຂອງ​ຕົນ​ໃນ​ທ້າຍ​ເດືອນ​ແລ້ວນີ້ ​ແລະ​ໃນ​ບໍ່​ຊ້ານີ້ ​ຕ້ອງ​ເຫັນ
​ດີ​ກັບຄະນະປະຕິບັດ​ງານ​ກວດກາວ່າ ຈະ​ທໍາ​ລາຍອາວຸດ​ທີ່​ສະ​
ສົມ​ໄວ້​ນັ້ນຢ່າງ​ໃດ ​ແລະຢູ່ໃສ.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານ​ວານ​ນີ້ ທູດພິ​ເສດສະຫະ​ປະຊາ
​ຊາດ ທ່ານນາງ Sigrid Kaagຜູ້​ຄວບ​ຄຸມ​ປະສານ​ງານ​ໃນ​ການທໍາ​ລາຍ​ອາວຸດ​ດັ່ງກ່າວ
​ເວົ້າວ່າ ທ່ານນາງ​ຄາດ​ວ່າ ຈະ​ມີການ​ຕັດສິນ​ໃຈກັນ​ໃນວັນ​ທີ 15 ​ເດືອນ​ພະຈິກ ກ່ຽວ​ກັບ ວ່າ​ອາວຸດ​ເຫຼົ່ານີ້ ຈະຖືກ​ທໍາລາຍ​ຢູ່​ໃສ.

​ໃນ​ຂະນະ​ດຽວ​ກັນ ທີ່​ນະຄອນ​ເຈ​ນີວາ ທູດ​ພິ​ເສດ ສັນ​ນິບາດ​ອາຣັບ​ແລະສະຫະ​ປະຊາ ຊາດທ່ານ Lakhdar Brahimiກ່າວ​ວ່າ ທ່ານ​ຫວັງ​ວ່າ ການ​ເຈລະຈາ ສັນຕິພາບ ລະ
ຫວ່າງລັດຖະບານ​ຊີ​ເຣຍ ​ແລະ​ພວກ​ກະບົດ ທີ່​ຢາກ​ໂຄ່ນ​ລົ້ມທ່ານນັ້ນ ຈະ​ມີ​ຂື້ນກ່ອນ
​ທ້າຍ​ປີ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG