ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຄົນ​ອາ​ເມ​ຣິ​ກັນ ​ເຊື້ອ​ສາຍ​ລາວ ໃນລັດເພັນຊີລວາເນຍ ໃຫ້​ຄວາມ​ເຫັນກ່ຽວກັບການໄປລົງຄະແນນສຽງເລືອກຕັ້ງກາງສະໄໝ


ແຟ້ມຮູບ-ພະນັກງານການເລືອກຕັ້ງ ກໍາລັງດໍາເນີນຂັ້ນຕອນກວດກາເບິ່ງບັດລົງຄະແນນສຽງທີ່ສົ່ງເຂົ້າມາ ແລະບັດລົງຄະແນນສຽງທີ່ບໍ່ເໝາະສົມ ເພື່ອສະແກນສໍາລັບການເລືອກຕັ້ງທົ່ວໄປຂອງສະຫະລັດ ປະຈໍາປີ 2020 ຢູ່ທີ່ເມືອງເຊັສເຕີ້ ຕາເວັນຕົກ, ລັດເພັນຊີລວາເນຍ, ເມື່ອວັນທີ 4 ພະຈິກ 2020.
ແຟ້ມຮູບ-ພະນັກງານການເລືອກຕັ້ງ ກໍາລັງດໍາເນີນຂັ້ນຕອນກວດກາເບິ່ງບັດລົງຄະແນນສຽງທີ່ສົ່ງເຂົ້າມາ ແລະບັດລົງຄະແນນສຽງທີ່ບໍ່ເໝາະສົມ ເພື່ອສະແກນສໍາລັບການເລືອກຕັ້ງທົ່ວໄປຂອງສະຫະລັດ ປະຈໍາປີ 2020 ຢູ່ທີ່ເມືອງເຊັສເຕີ້ ຕາເວັນຕົກ, ລັດເພັນຊີລວາເນຍ, ເມື່ອວັນທີ 4 ພະຈິກ 2020.

ການລົງຄະແນນສຽງເລືອກຕັ້ງກາງສະໄໝແມ່ນຈະມີຂຶ້ນໃນໄວໆນີ້ ເຊິ່ງແຕ່ລະຂົງເຂດກໍເປີດໃຫ້ປະຊາຊົນຂອງຕົນໄປລົງ​ທະບຽນເພື່ອເລືອກຕັ້ງຕາມເງື່ອນໄຂ ແລະຄວາມສະດວກຂອງໃຜລາວ.

ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນນະ​ຄ​ອນຟິລາເດລເຟຍ ລັດເພັນຊີລວາເນຍ ໄດ້ກ່າວເຖິງຄວາມຮູ້ສຶກຂອງເພິ່ນ ກ່ຽວ​ກັບການໄປເລືອກຕັ້ງກາງສະໄໝ ທີ່ກໍາລັງຈະມາຮອດນີ້ ແລະເຫດຜົນທີ່ເພິ່ນເລືອກເອົາພັກທີ່ເພິ່ນເອງມັກວ່າ:

“ກ່ຽວກັບການເລືອກຕັ້ງນີ້ ມັນກໍສໍາຄັນນະ, ຄັນເຮົາເວົ້າຕາມສິດເສລີພາບ ຕາມລັດຖະທໍາມະນູນຂອງສະຫະລັດອາເມຣິກາ ກໍຄືເຮົາໄດ້ໃຊ້ສິດພື້ນຖານຂອງເຮົາ. ເພາະສະນັ້ນແລ້ວ ເລື້ອງການເມືອງການບ້ານການຫຍັງອື່ນໆນີ້ມັນກໍຢູ່ກັບຜູ້ນໍາ, ໃນເມື່ອເຮົາເລືອກຕັ້ງເອົາຜູ້ນໍາທີ່ເຮົາມັກເຮົາຊອບ ພັກທີ່ເຮົາມັກເຮົາຊອບແລ້ວ ກໍສະແດງວ່າເຮົາໄດ້ໃຊ້ສິດເສລີພາບ ແລ້ວມັນກໍອຸ່ນໃຈ ໃນສິ່ງທີ່ເຮົາມັກ ສິ່ງທີ່ເຮົາຕ້ອງການ ເຖິງເຫດການມັນຊິເປັນແນວໃດກໍຕາມ.”

ທີ່ຜ່ານມາ ລັດເພັນຊີລວາເນຍແມ່ນລັດທີ່ມີຄະແນນສຽງສະໜັບສະໜຸນພັກຣີພັບ ບຣິກັນ ແລະພັກເດໂມແຄຣັດແບບໃກ້ຄຽງກັນ ໂດຍຈະເຫັນໄດ້ຈາກການເລືອກຕັ້ງປະທານາທິບໍດີໃນປີ 2016 ທ່ານດໍໂນລ ທຣໍາ ມີຄະແນນນໍາ ທ່ານນາງຮິລແລຣີ ຄລິນຕັນ 48.6 ເປີເຊັນ ຕໍ່ 47.9 ເປີເຊັນ, ແລະໃນປີ 2020 ທ່ານ ໄບເດັນ ມີຄະແນນນໍາທ່ານທຣໍາ ຢູ່ລັດດັ່ງກ່າວ 50 ເປີເຊັນ ຕໍ່ 48.8 ເປີເຊັນ.

ສໍາລັບກໍານົດການທີ່ທຸກຄົນສາມາດລົງທະບຽນ ໃນມື້ສຸດທ້າຍຄືວັນທີ 24 ຕຸລາ. ຢ່າງໃດກໍຕາມ, ບໍ່ວ່າພັກໃດ ຈະຖືກລົງຄະແນນຫຼາຍກວ່າ ຫຼື ເປັນທີ່ນິຍົມຫຼາຍກວ່າ, ກໍຍັງຄົງມີຄວາມຫວັງເປັນຢ່າງຍິ່ງວ່າ ພວກເພິ່ນຈະເຮັດໃຫ້ເສດຖະກິດຢູ່ໃນປະເທດ ແລະໃນຂົງເຂດຕ່າງໆມີທ່າອ່ຽງທີ່ດີຂຶ້ນແລະກ້າວຜ່ານບັນຫາຂໍ້ຫຍຸ້ງ ຍາກຕ່າງໆໃນໄວໆນີ້.

XS
SM
MD
LG