ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິຊາການຈາກກະຊວງກະສິກໍາສະຫະລັດ ໄດ້ມີສ່ວນຊ່ວຍສົ່ງເສີມດ້ານເຕັກນິກ ໃນການ​ປັບ​ປຸງຄຸນນະພາບຂອງກາເຟປາກຊ່ອງ


ຮູບປະກອບ-ເມັດກາເຟຢູ່ໃນເຄື່ອງບົດ ຢູ່ທີ່ Vigilante Coffee, ໃນເມືອງ College Park, ລັດເມລີແລນ, ວັນທີ 1 ກັນຍາ 2021.
ຮູບປະກອບ-ເມັດກາເຟຢູ່ໃນເຄື່ອງບົດ ຢູ່ທີ່ Vigilante Coffee, ໃນເມືອງ College Park, ລັດເມລີແລນ, ວັນທີ 1 ກັນຍາ 2021.

ເນື່ອງຈາກການພົວພັນ ແລະຮ່ວມມືກັນລະຫວ່າງລັດຖະບານສະຫະລັດ ແລະລັດຖະບານສປປ ລາວ ໃນຫຼາຍໆດ້ານທີ່ຜ່ານມາ ໄດ້ເຮັດໃຫ້ເຫັນຫຼາຍຢ່າງພົ້ນເດັ່ນຂຶ້ນໃນທິດທາງທີ່ດີ ໂດຍສະເພາະເລື້ອງການພັດທະນາທາງດ້ານເຕັກນິກ ແລະວິຊາການທາງດ້ານກະສິກໍາ, ເຊິ່ງຜູ້ປະກອບສວນກາເຟທ່ານນຶ່ງ ໄດ້ກ່າວໃຫ້ຟັງວ່າ ທີ່ຜ່ານມາ ຊາວສວນກາເຟລາວຢູ່ແຂວງຈໍາປາສັກໄດ້ຮັບການຊ່ວຍເຫຼືອ ທາງດ້ານເຕັກນິກ ແລະວິຊາການ ຈາກຊ່ຽວຊານ ເພື່ອເຮັດໃຫ້ລະດັບ ແລະຄຸນນະພາບຂອງກາເຟທຽບເທົ່າກັບສາກົນ, ເຊິ່ງທ່ານສີສຸກ ຜູ້ປະກອບການສວນກາເຟຢູ່ປາກຊ່ອງ ໄດ້ກ່າວໃຫ້ຟັງກ່ຽວກັບການດໍາເນີນງານຂອງຊາວສວນກາເຟ ທີ່ໄດ້ຮັບການຝຶກອົບຮົມມາວ່າ:

“ພະຍາຍາມນໍາໃຊ້ເຕັກນິກແນວໃດ ແຕ່ລະສິ່ງແຕ່ລະຢ່າງ, ຖອດຖອນບົດຮຽນຈາກຕ່າງປະເທດ ທີ່ເຂົ້າມາພັດທະນາສາຍພັນກາເຟຮ່ວມກັນ ເພື່ອໃຫ້ທຽບເທົ່າສາກົນ, ການພັດທະນາຄຸນນະພາບ, ການເຮັດ processing. ຈາກແຕ່ກ່ອນເຮັດແບບຕິດພັນກັບທໍາມະຊາດ ບັນດາໂຮງງານກໍມີການຕັ້ງໂຮງອົບ, ຄັດຄຸນນະພາບ ຈົນເຖິງມາດຕະຖານຢູໂຣບ.”

ສໍາລັບວິຊາການ ທີ່ໄດ້ເຂົ້າໄປຊ່ວຍເຫຼືອນັ້ນ ແມ່ນນັກວິຊາການເຕັກນິກທາງດ້ານກະສິກໍາ ໂດຍໄດ້ຮັບທຶນສົ່ງເສີມຈາກສະຊວງກະສິກໍາຂອງສະຫະລັດ, ໂດຍເລີ້ມມີການອົບຮົມມາເລື້ອຍໆເປັນໄລຍະ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ. ເຊິ່ງກໍຫວັງວ່າ ກະຊວງກະສິກໍາຂອງສະຫະລັດ ຈະມີສ່ວນສົ່ງເສີມ ໃຫ້ຄວາມຮູ້ ແລະຊຸກຍູ້ດ້ານເຕັກນິກຕ່າງໆໃຫ້ແກ່ການກະສິກໍາ ແລະການກະເສດຢູ່ ສປປ ລາວ ໃນທຸກໆດ້ານອີກດ້ວຍ.

XS
SM
MD
LG