ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະສິດທິພາບ ການກວດສອບ ການໃຊ້ງົບປະມານ ໃນໂຄງການລົງທຶນ ຂອງລັດຖະບານລາວ ຍັງຕໍ່າ


ເຈົ້າໜ້າທີ່ລາວ ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ວຽກງານກວດກາພັກ-ລັດ.
ເຈົ້າໜ້າທີ່ລາວ ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ວຽກງານກວດກາພັກ-ລັດ.

ຮອງປະທານຄະນະກວດກາສູນກາງພັກຍອມຮັບວ່າ ປະສິດທິພາບການກວດສອບການໃຊ້ງົບປະມານໃນໂຄງການລົງທຶນຂອງລັດຖະບານລາວ ຍັງຕໍ່າທັງບໍ່ປະຕິບັດຕາມລະບຽບກົດໝາຍອີກດ້ວຍ.

ທ່ານ ສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ໃຫ້ການເປີດເຜີຍວ່າໃນປີ 2020 ທີ່ຜ່ານມາໄດ້ກວດພົບການເສຍຫາຍຈາກການໃຊ້ຈ່າຍງົບປະມານຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍໃນໂຄງການລົງທຶນຂອງລັດຖະບານລາວ ຈຳນວນ 191 ໂຄງການ ທີ່ຄິດເປັນມູນຄ່າເສຍຫາຍ ລວມຫຼາຍກວ່າ 498 ຕື້ກີບກັບ 395,554 ບາດ ແລະເກີນກວ່າ 1 ລ້ານໂດລາ ຫາກແຕ່ຈາກການດຳເນີນມາດຕະການກວດກາດັ່ງກ່າວ ກໍສາມາດເກັບກູ້ງົບປະມານກັບຄືນມາໄດ້ 244 ກວ່າຕື້ກີບ ແລະເກືອບ 40,000 ໂດລາຈາກ 141 ໂຄງການ ຈຶ່ງຍັງອີກ 50 ໂຄງການທີ່ຈະຕ້ອງດຳເນີນການທວງຖາມ ແລະຕິດຕາມເອົາງົບປະມານກັບຄືນມາໃຫ້ໄດ້ຕໍ່ໄປ ຊຶ່ງສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວນີ້ກໍແມ່ນປະສິດທິພາບທີ່ຕໍ່າໃນການປະຕິບັດໜ້າທີ່ຂອງພະນັກງານກວດກາທີ່ບໍ່ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງ ດັ່ງທີ່ທ່ານ ສີໄນ ໄດ້ໃຫ້ການຢືນຢັນວ່າ

“ຄະນະພັກອົງການປົກຄອງຈຳນວນນຶ່ງບໍ່ທັນເຂົ້າໃຈແຈ້ງ ແລະເອົາໃຈໃສ່ນຳພາຊີ້ນໍາຂະແໜງການທີ່ກ່ຽວຂ້ອງໃນການຕິດຕາມ, ຊຸກຍູ້ ແລະແກ້ໄຂຜົນການກວດກາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຍັງປ່ອຍປະໃຫ້ຊັກຊ້າ ແກ່ຍາວ ແລະບໍ່ແກ້ໄຂ, ຍັງບໍ່ທັນປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ການຈັດຕັ້ງ ແລະບຸກຄົນເປົ້າໝາຍຖືກກວດກາຕາມກົດໝາຍວ່າດ້ວຍການກວດກາລັດ ກົດໝາຍວ່າດ້ວຍຂໍ້ຜູ້ພັນໃນສັນຍາ-ນອກສັນຍາ,​ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະກົດໝາຍອື່ນໆທີ່ກ່ຽວຂ້ອງ.“

ທາງດ້ານທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫຼງຢືນຢັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 10 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ເມື່ອບໍ່ນານມານີ້ວ່າ ໃນປີ 2021 ຈະກວດສອບການຈັດຕັ້ງປະຕິບັດໂຄງການທີ່ລົງທຶນໂດຍລັດຖະບານລາວ ໃຫ້ໄດ້ 137 ໂຄງການ ຊຶ່ງໃນນີ້ແບ່ງເປັນ 90 ໂຄງການທີ່ຢູ່ໃນສ່ວນກາງ ແລະ 47 ໂຄງການຢູ່ໃນທ້ອງຖິ່ນ ໂດຍການກວດສອບຈະເນັ້ນໜັກ ໃນ 5 ດ້ານດ້ວຍກັນ ດັ່ງທີ່ທ່ານນາງ ວຽງທອງ ໄດ້ໃຫ້ການຢືນຢັນວ່າ

“ໃນປີ 2021 ໄດ້ກຳນົດແຜນການກວດສອບຈຳນວນ 137 ເປົ້າໝາຍເນື້ອໃນການກວດສອບນີ້ຈະລົງເລິກການກວດສອບການລົງທຶນຂອງລັດ ເປັນຕົ້ນອັນທີນຶ່ງແມ່ນໂຄງການກໍ່ສ້າງເສັ້ນທາງ. ສອງ, ໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມແມ່ນໍ້າງື່ມ.​ ສາມ, ໂຄງການເຊົ່າສຳປະທານທີ່ດິນລັດ. ສີ່, ທຸລະກິດຂະໜາດນ້ອຍຂະໜາດກາງ ແລະ ຫ້າ, ການກວດສອບຕົວຊີ້ວັດການພັດທະນາແບບຍືນຍົງ.”

ສ່ວນທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຄິດເຫັນໃນໂອກາດດຽວກັນນີ້ວ່າ ການປະຕິບັດໜ້າທີ່ຂອງອົງການກວດສອບແຫ່ງລັດ ໃນໄລຍະທີ່ຜ່ານມານັ້ນ ຍັງບໍ່ສາມາດຮັບປະກັນໄດ້ວ່າ ຈະປ້ອງກັນທຸລະກິດໃນການນຳໃຊ້ງົບປະມານໃນບັນດາໂຄງການລົງທຶນຂອງລັດໄດ້ຢ່າງມີປະສິດທິພາບ ສ່ວນໃນແຜນການປີ 2021 ກໍບໍ່ໄດ້ມີການກຳນົດເປົ້າໝາຍທີ່ຈະກວດສອບໃນແຕ່ລະພາກຢ່າງເໝາະສົມອີກດ້ວຍ ຄືໄດ້ກຳນົດເປົ້າໝາຍກວດກາໃນພາກໃຕ້ ພຽງ 10 ໂຄງການ, ພາກເໜືອ 23 ໂຄງການ ແລະພາກກາງ 14 ໂຄງການ.

ຍິ່ງໄປກວ່ານັ້ນ ການກວດສອບດັ່ງກ່າວຍັງພົບດ້ວຍວ່າມີ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກ ຕ້ອງຕາມກົດໝາຍ ກໍຄືບໍ່ໄດ້ຈັດການປະມູນ ຫຼືຈັດການປະມູນໂຄງການທີ່ບໍ່ຖືກຕ້ອງຕາມກົດໝາຍ ຈຶ່ງເຮັດໃຫ້ການໃຊ້ຈ່າຍງົບປະມານບໍ່ມີປະສິດທິພາບ ຄິດເປັນມູນຄ່າ 5,331 ຕື້ກີບ ທັງຍັງໄດ້ກວດພົບການທຸຈະລິດທີ່ຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດຈຳນວນເຖິງ 1,285 ຄົນ ຊຶ່ງເຮັດໃຫ້ລັດຖະບານ ລາວ ເສຍຫາຍໄປກວ່າ 999 ຕື້ກີບ ແລະ ກວ່າ 67 ລ້ານໂດລາ ໂດຍມີຜູ້ກະ ທຳຜິດເປັນພະນັກງານລັດ 970 ຄົນກັບນັກທຸລະກິດ 315 ຄົນທີ່ຮ່ວມມືກັນທຸຈະລິດໃນ 209 ໂຄງ ການລົງທຶນຂອງລັດຖະບານລາວ ດ້ວຍການໃຊ້ອຳນາດໜ້າທີ່ສະແຫວງຫາຜົນປະໂຫຍດ ການຮັບສິນບົນ ການຍັກຍອກເອົາຊັບສິນຂອງລັດ ແລະ ການປອມແປງເອກະສານສຳຄັນຕ່າງໆຂອງລັດຖະບານລາວ ເປັນຕົ້ນ.

XS
SM
MD
LG