ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຄົນເອເຊຍ ຢູ່ນະຄອນແຊນແຟຣນຊິສໂກ ຈາກມູມມອງ ຂອງຄົນລາວອາເມຣິກັນຜູ້ນຶ່ງ


ຮູບພາບຂອງນະຄອນແຊນແຟຣນຊິສໂກ ທີ່ມອງຈາກຂົວ Golden Gate.
ຮູບພາບຂອງນະຄອນແຊນແຟຣນຊິສໂກ ທີ່ມອງຈາກຂົວ Golden Gate.

ການໂຈມຕີຊາວເອເຊຍ ຢູ່ໃນສະຫະລັດ ກຳລັງເປັນຫົວຂໍ້ຂ່າວທີ່ສຳຄັນ ໂດຍສະເພາະ
ຢູ່ໃນລັດຄາລິຟໍເນຍ ທີ່ຕັ້ງຢູ່ທາງພາກຕາເວັນຕົກ ຂອງປະເທດ ໂດຍສະ ເພາະຢູ່ທີ່ນະ
ຄອນແຊນແຟຣນຊິສໂກບ່ອນທີ່ມີປະຊາຊົນອາເມຣິກັນເຊື້ອສາຍຈີນ ທີ່ໄດ້ເຂົ້າມາຕັ້ງຖິ່ນ
ຖານເປັນເວລາຍາວນານກ່ອນຊາວເອເຊຍກຸ່ມອື່ນໆ ຮວມທັງ ຊາວອາເມຣິກັນເຊື້ອ
ສາຍລາວນຳດ້ວຍ.

ໃນສາຍຕາຂອງຜູ້ໂຈມຕີຊາວເອເຊຍແລ້ວ ເຂົາເຈົ້າພຽງແຕ່ເບິ່ງຜີວພັນຄົນເອເຊຍ ໂດຍ
ບໍ່ມີການໄຈ້ແຍກວ່າໃຜເປັນໃຜແລະດ້ວຍເຫດຜົນອັນໃດ. ຜູ້ໂຈມຕີບໍ່ໄດ້ໝາຍ ເຖິງປະຊາ
ຄົມອາເມຣິກັນໂດຍທົ່ວໄປ ແຕ່ເປັນຊົນກຸ່ມນ້ອຍທີ່ບໍ່ມັກຄົນເອເຊຍແລະ ຄິດວ່າ ເຂົາເຈົ້າ
ໄດ້ນຳເອົາ ພະຍາດໂຄວິດ-19 ເຂົ້າມາແຜ່ຜາຍ ຢູ່ໃນສະຫະລັດ. ທ່ານສົມດີ ໄຊຍະສານ
ຄົນອາເມຣິກັນເຊື້ອສາຍລາວຄົນນຶ່ງທີ່ຕັ້ງຖິ່ນຖານຢູ່ໃນນະ ຄອນແຊນແຟຣນຊິສໂກ ໃກ້
ກັບບ່ອນເກີດເຫດ ກ່າວວ່າ ມີຜູ້ຊາຍຄົນນຶ່ງ ບໍ່ຮູ້ວ່າ ແມ່ນໃຜ ໄດ້ແລ່ນກະໂດດຖີບ ຜູ້ຊາຍ
ເຖົ້າເອເຊຍຄົນນຶ່ງ ທີ່ກຳລັງອອກມາຍ່າງຢູ່ ໜ້າບ້ານເພື່ອເອົາອາກາດສົດ ແລະຫັດກາຍຍະບໍລິຫານ. ຜູ້ເຖົ້າເອເຊຍອາຍຸ 90 ປີ ໄດ້ລົ້ມຟາດລົງໃສ່ພື້ນດິນຈົນເສຍຊີວິດຄາທີ່ ແລະ
ເຫດການດັ່ງກ່າວໄດ້ຖືກບັນ ທຶກ ໂດຍກ້ອງວົງຈອນປິດ ທີ່ໄດ້ຖືກນຳອອກເຜີຍແຜ່ ໃນສື່
ສັງຄົມ. ນີ້ແມ່ນເຫດ ການນຶ່ງ ທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຂອງການໂຈມຕີຊາວເອເຊຍໂດຍ
ບໍ່ເລືອກເພດ ແລະເຍົາໄວ ຢູ່ຕາມຖະໜົນຫົນທາງ ແລະຢູ່ໃນລົດໃຕ້ດິນຊຶ່ງ ທ່ານສົມດີ ໄດ້ໃຫ້ ຂໍ້ສັງເກດຕໍ່ ວີໂອເອດັ່ງນີ້:

ລິງໂດຍກົງ

ກ່ອນໜ້າການລະບາດຂອງໂຄວິດ-19 ຂ່າວການໂຈມຕີຄົນເອເຊຍ ແມ່ນບໍ່ຄ່ອຍໄດ້ຍິນ
ປານໃດ ແຕ່ໄດ້ເກີດຂຶ້ນຫຼັງຈາກມີລາຍງານວ່າ ພະຍາດໂຄວິດ-19 ເລີ້ມ ມາຈາກເມືອງວູ
ຫານໃນປະເທດຈີນ. ນັບແຕ່ນັ້ນມາໄດ້ເຮັດໃຫ້ພາບພົດຂອງຊາວເອເຊຍກໍໄດ້ກາຍມາ
ເປັນເປົ້າໝາຍຂອງຄວາມກຽດຊັງ. ໂດຍທົ່ວໄປແລ້ວຜູ້ໂຈມ ຕີປາກົດວ່າເປັນພວກຄົນທີ່ໄດ້ຮັບຄວາມກົດດັນດ້ານເສດຖະກິດ ຫວ່າງງານ ທຸກຈົນທີ່ບໍ່ມີທາງອອກ ແລະໄດ້ສະແດງ
ອອກດ້ວຍການສ້າງບັນຫາໃຫ້ແກ່ສັງຄົມ.

XS
SM
MD
LG