ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການ AI ວ່າ ການປະຫານຊີວິດ ຢູ່ທົ່ວໂລກ ຍັງມີຫຼາຍຢູ່ (ວີດິໂອ)


ແຜນທີ່ປະເທດ ທຳການລົງໂທດປະຫານຊີວິດຕາມກົດໝາຍ ຢູ່ທົ່ວໂລກ ໃນປີກາຍນີ້
ແຜນທີ່ປະເທດ ທຳການລົງໂທດປະຫານຊີວິດຕາມກົດໝາຍ ຢູ່ທົ່ວໂລກ ໃນປີກາຍນີ້
ອົງການນີລະໂທດກໍາສາກົນ ຫຼື AI ເວົ້າວ່າ ໃນປີກາຍນີ້ມີ 21
ປະເທດໄດ້ທຳການລົງໂທດປະຫານຊີວິດຕາມກົດໝາຍ ຊຶ່ງມີ
ຈຳນວນເທົ່າໆກັນ ກັບໃນປີ 2011 ແຕ່ກໍເປັນໂຕເລກທີ່ຫລຸດ
ລົງ 25 ເປີເຊັນ ຈາກເມື່ອສິບປີກ່ອນ.

ກຸ່ມດັ່ງກ່າວໄດ້ນໍາອອກເຜີຍແຜ່ລາຍງານປະຈໍາປີຂອງຕົນກ່ຽວ
ກັບການລົງໂທດປະຫານຊີວິດ ໃນວັນພຸດວານນີ້ ຊຶ່ງເວົ້າວ່າມີ
682 ຄົນ ຖືກລົງໂທດປະຫານຊີວິດຢູ່ໃນທົ່ວໂລກ ໃນປີ 2012.

ລາຍງານໄດ້ສະແດງໃຫ້ເຫັນວ່າ ອີຣັກແມ່ນປະເທດທີ່ມີການ
ລົງໂທດປະຫານ ຊີວິດເພີ້ມຂຶ້ນຫຼາຍທີ່ສຸດ ໂດຍມີ 129 ລາຍ
ໃນປີກາຍນີ້ ເມື່ອທຽບກັບ 68 ກໍ ລະນີ ໃນປີ 2011.

ເບິ່ງວີດິໂອກ່ຽວກັບຂ່າວນີ້:




ອົງການນີລະໂທດກໍາສາກົນກ່າວວ່າ ຈີນໄດ້ດໍາເນີນການລົງໂທດປະຫານຊີວິດຫລາຍ
ພັນກໍລະນີ ຊຶ່ງເປັນໂຕເລກທີ່ສູງກວ່າປະເທດໃດທັງໝົດ ແຕ່ວ່າຍ້ອນຂາດຂໍ້ມູນ ຈຶ່ງເຮັດ
ໃຫ້ການຢືນຢັນກ່ຽວກັບໂຕເລກການປະຫານຊີວິດເປັນໄປໄດ້ຍາກ. ອົງການດັ່ງກ່າວຮຽກ
ຮ້ອງໃຫ້ລັດຖະບານຈີນ ເປີດເຜີຍໂຕເລກການປະຫານຊີວິດ ໃຫ້ປະຊາຊົນຮູ້.

ອີຣ່ານເປັນປະເທດທີ່ຕິດອັນອັນດັບສອງ ຊຶ່ງມີຢ່າງໜ້ອຍ 314 ລາຍ ຖືກປະຫານຊີວິດ ລວມທັງຈຳນວນນຶ່ງແມ່ນພວກທີ່ມີຄວາມຜິດດ້ານຢາເສບຕິດ. ອົງການນີລະໂທດກໍາສາ
ກົນ ເວົ້າວ່າ ຕົນມີ “ລາຍງານທີ່ໜ້າເຊື່ອຖື” ວ່າມີການປະຫານຊີວິດຫລາຍກວ່ານັ້ນ
ຫລາຍຢູ່ໃນປະເທດດັ່ງກ່າວ ແລະວ່າ ກໍລະນີການ ປະຫານຊີວິດຢູ່ໃນອີ່ຣານ, ອີຣັກ ແລະ
ປະເທດອື່ນໆ ມັກຈະບໍ່ໄດ້ມາດຕະຖານ ໃນການດໍາເນີນຄະດີແບບຍຸຕິທໍາ.

ກຸ່ມດັ່ງກ່າວຄັດຄ້ານຕໍ່ການລົງໂທດປະຫານຊີວິດໃນທຸກຮູບແບບ ແລະສະໜັບ ສະໜຸນ ໃຫ້
ມີການຍົກເລີກການລົງໂທດປະຫານຊີວິດ.
XS
SM
MD
LG