ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ນິລະໂທດກຳ ຮຽກຮ້ອງໃຫ້ ສືບສວນ ການໂຈມຕີ ຂອງກອງທັບ ອິສຣາແອລ


ຊາວປາແລສໄຕນ໌ ໄວ້ທຸກແກ່ສົບຂອງເດັກນ້ອຍສີ່ຄົນ ຈາກຄອບ ຄົວດຽວກັນ ທີ່ເຂດກາຊາ
ຊາວປາແລສໄຕນ໌ ໄວ້ທຸກແກ່ສົບຂອງເດັກນ້ອຍສີ່ຄົນ ຈາກຄອບ ຄົວດຽວກັນ ທີ່ເຂດກາຊາ

ອົງການນິລະໂທດກຳສາກົນ ຮຽກຮ້ອງ​ໃຫ້ທຳການ​ສືບສວນ
ກ່ຽວ​ກັບການ​ປະ ຕິບັດ​ງານ​ທາງທະຫານຂອງ​ອິສຣາ​ແອລ ​
ໃນ​ລະ​ຫວ່າງ​ສົງຄາມ 50 ມື້ ຕໍ່ກຸ່ມ Hamas ຢູ່​ເຂດ Gaza.

ຢູ່​ໃນ​ລາຍ​ງານ​ໃໝ່​ໃນ​ວັນ​ພຸດ​ມື້​ນີ້ ອົງການນິລະໂທດກຳສາ
ກົນ ກ່າວ​ວ່່າ ອິສຣາ​ ແອລ ​ໄດ້​ທຳການ​ໂຈມ​ຕີ​ ແບບທີ່ບໍ່ເຄີຍ​
ມີ​ມາ​ກ່ອນ ​ໃສ່​ບ້ານ​ເຮືອນ​ທີ່​ມີຄົນ​ຢູ່ອາ​ໄສ ໂດຍໄດ້ພາໃຫ້ມີ
ການເສຍຊີວິດແລະສ້າງຄວາມເສຍຫາຍ ໃນຂອບເຂດ ທີ່
ໜ້າຕື່ນຕົກໃຈ.

ການ​ສູ້​ລົບ​ໃນເດືອນ​ກໍລະ​ກົດ ຫາ​ເດືອນ​ສິງຫາຜ່ານມາ ​ໄດ້
ເຮັດ​ໃຫ້ຊາວ​ປາ​ແລ​ສ​ໄຕ​ນ໌ເສຍ​ຊີວິດ​ຫລາຍ​ກວ່າ 2,100 ຄົນ ໃນເຂດກາຊາ ​ສ່ວນ​ໃຫຍ່
​ເປັນ​ພົນລະ​ເຮືອນ ພ້ອມດ້ວຍ​ທະຫານອິສຣາ​ແອ​ລ 67 ຄົນ ​ແລະ​ພົນລະ​ເຮືອນ​ອີກຫົກ​ຄົນ.

ລາຍງານຂອງອົງການນິລະໂທດກຳສາກົນ ກ່າວອ້າງ​ວ່າ ທັງ​ສອງ​ຝ່າຍ​ໄດ້​ທຳ ການລະ
ເມີດສິດ ທິ​ມະນຸດ​ຢ່າງ​ຮ້​າຍ​ແຮງ ​ແຕ່​ໄດ້​ເນັ້ນ​ໜັກໃສ່ການ​ຖີ້ມລະ​ເບີດ​ຂອງອິສຣາ​ແອ​ລ
ໃສ່​ຕຶກ​ທີ່​ມີ​ຄົນ​ອາ​ໄສ​ຢູ່​ໃນ​ເຂດ Gaza. ລາຍ​ງານ​ກ່າວ​ວ່າ ອິສຣາ​ແອ​ລ ບໍ່​ໄດ້ເອົາ​ບາດ
ກ້າວ​ຢ່າງລະມັດລະວັງ ທີ່​ມີ​ຄວາ​ມຈຳ​ເປັນ ​ເພື່ອ​ຄໍ້າປະກັນວ່າ ​ການ​ໂຈມ​ຕີ​ບໍ່​ເປັນ​ໄພ​ຕໍ່​ພົນ
ລ​ະ​ເຮືອນ.

ທ່ານ Philip Luther ຫົວໜ້າ​ຮັບຜິດຊອບກ່ຽວກັບພາກຕາເວັນອອກກາງ ແລະ​ອາ​ຟຣິກາ​
ເໜືອ ຂອງອົງການນິລະໂທດສາກົນ ກ່າວ​ວ່າ ກຳລັງ​ທະຫານ​ອິສຣາ​ແອ​ລ​ໄດ້​ສະ​ແດງໃຫ້
​ເຫັນເຖິງ "ຄວາມເມີນເສີຍ ​ບໍ່​ເ​ຫັນ​ອົກ​ເຫັນ​ໃຈ” ​ໃນ​ການ​ທໍາລາ​ຍ ທີ່​ເຂົາ​ເຈົ້າ​ໄດ້​ກະທຳ ພ້ອມ​
ດ້ວຍ “ການ​ຕຶ່ນຕົກ​ໃຈທີ່​ບໍ່​ຫົວຊາ” ຕໍ່​ຊາວ​ປາ​ແລ​ສ​ໄຕ​ນ໌ ຜູ້​ທີ່​ບໍ່​ພົວພັນ​ກັບ​ການ​ສູ້​ລົບ.

ອິສຣາ​ແອລ ຍັງ​ບໍ່​ໄດ້​ໃຫ້ຄວາມເຫັນຕອບໃດໆ ​ຕໍ່​ລາຍ​ງານ​ດັ່ງ​ກ່າວ.

ISRAEL PALESTINIANS VO
please wait

No media source currently available

0:00 0:00:51 0:00

XS
SM
MD
LG