ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການນິລະໂທດກຳສາກົນ ຈະປິດຫ້ອງການຢູ່ໃນ ຮົງກົງ ໂດຍ​ໃຫ້​ເຫດ​ຜົນ​ວ່າ ເປັນ​ຍ້ອນກົດໝາຍຄວາມໝັ້ນຄົງແຫ່ງຊາດ


ແມ່​ຍິງ​ກຳ​ລັງ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ການອົງການນິລະໂທດກຳສາກົນໃນ​ຮົງ​ກົງໃນ​ເດືອນຕຸ​ລາ, 2021 ຂະ​ນະ​ທີ່ອົງ​ການປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢູ່​ແຫ່ງນັ້ນ​ປະ​ກາດ​ວ່າ ຈະ​ປິດ​ຫ້ອງ​ການໃນ​ທ້າຍ​ປີ 2021 ນີ້.
ແມ່​ຍິງ​ກຳ​ລັງ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ການອົງການນິລະໂທດກຳສາກົນໃນ​ຮົງ​ກົງໃນ​ເດືອນຕຸ​ລາ, 2021 ຂະ​ນະ​ທີ່ອົງ​ການປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢູ່​ແຫ່ງນັ້ນ​ປະ​ກາດ​ວ່າ ຈະ​ປິດ​ຫ້ອງ​ການໃນ​ທ້າຍ​ປີ 2021 ນີ້.

ອົງການນິລະໂທດກຳສາກົນກ່າວໃນວັນຈັນມື້ນີ້ວ່າ ຕົນຈະປິດຫ້ອງການຂອງຕົນ ຢູ່ໃນຮົງກົງເນື່ອງຈາກວ່າມີການຂົ່ມຂູ່ຕໍ່ພະນັກງານໂດຍກົດໝາຍຄວາມໝັ້ນຄົງແຫ່ງຊາດທີ່ປັກກິ່ງໄດ້ກຳນົດໄວ້ໃນເມືອງດັ່ງ​ກ່າວ, ອີງ​ຕາມ​ອົງ​ການ​ຂ່າວ AFP.

ການຕັດສິນໃຈດັ່ງກ່າວໄດ້ເຮັ​ດ​ໃຫ້ການ​ໄປ​ປະ​ຈຳຂອງກຸ່ມສິດທິມະນຸດສາກົນ ທີ່ຮັກສາໄວ້ຢູ່ໃນຮົງກົງມາເປັນເວລາຫຼາຍກວ່າສີ່ທົດສະວັດນັ້ນ ສິ້ນສຸດລົງ ແລະມີຂຶ້ນໃນຂະນະທີ່ບັນ​ດາເຈົ້າໜ້າທີ່ປ່ຽນ​ແປງ​ເມືອງດັ່ງກ່າວໃຫ້​ຢູ່​ໃນພາບ ພົດຂອງອຳນາດຜະ​ເດັດການຈີນແຜ່ນດິນໃຫຍ່.

ຈີນໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດໃນເດືອນມິຖຸນາ ແລ້ວນີ້ເພື່ອຕອບໂຕ້ກັບການປະທ້ວງເພື່ອປະຊາທິປະໄຕທີ່ໃຫຍ່ ແລະມັກ​ຈະຮຸນແຮງຢູ່ເລື້ອຍໆ, ຊຶ່ງເປັນການເຄື່ອນ ໄຫວທີ່ໄດ້ປ່ຽນແປງພື້ນ​ຖານທາງ ດ້ານການເມືອງ, ວັດທະນະທຳ ແລະກົດໝາຍຂອງຮົງກົງແລະໄດ້ນຳສະ​ເໜີການຄວບຄຸມ​ສິດ​ໃນ​ປາກເວົ້າໃນເລື້ອງການເມືອງແບບຈີນແຜ່ນດິນໃຫຍ່.

ທ່ານນາງ​ອານ​ຈູ​ລາ ມີ​ຢາ ຊິງ ບາຍ​ອິ​ສ (Anjhula Mya Singh Bais), ປະທານສະພາບໍລິຫານຂອງອົງ​ການ​ນິ​ລະ​ໂທດ​ກຳກ່າວວ່າ ການຕັດສິນໃຈໃນ​ການປິດຫ້ອງ​ການລົງແມ່ນໄດ້ດຳເນີນໄປດ້ວຍ “ຄວາມໜັກໜ່ວງໃນ​ຫົວ​ໃຈ” ແລະ“ ຖືກຜັກ​ດັນໂດຍກົດໝາຍຄວາມ​ໝັ້ນຄົງແຫ່ງຊາດຂອງຮົງກົງ”.

ທ່ານນາງກ່າວຕື່ມອີກວ່າ: “(ມັນ) ເຮັດໃຫ້ເປັນໄປບໍ່ໄດ້ຢ່າງມີປະສິດທິພາບ ຫລາຍສຳລັບອົງການປົກ​ປ້ອງສິດທິມະນຸດໃນຮົງກົງທີ່ຈະເຮັດວຽກໄດ້ຢ່າງມີ ເສລີພາບ ແລະໂດຍບໍ່ມີຄວາມຢ້ານກົວຕໍ່ການແກ້ແຄ້ນຢ່າງຮ້າຍແຮງ ຈາກລັດຖະບານ."

ອົງ​ການ​ນິ​ລະ​ໂທດ​ກຳໄດ້ຮັກສາຫ້ອງການສອງ​ແຫ່ງຢູ່ໃນຮົງກົງ. ບ່ອນທໍາອິດແມ່ນສາຂາທ້ອງຖິ່ນທີ່ສຸມໃສ່ສິດທິມະນຸດ ແລະການປຸກ​ລະ​ດົມຢູ່ໃນຕົວເມືອງ.

ບ່ອນທີສອງແມ່ນຫ້ອງການປະ​ຈຳພາກພື້ນທີ່ປະຕິບັດວຽກງານຄົ້ນຄ້ວາ ແລະໂຄ ສະນາຢູ່ທົ່ວເອ​ເຊຍຕາເວັນອອກ ແລະເອ​ເຊຍຕາເວັນອອກສຽງໃຕ້ ແລະຂົງ​ເຂດ​ມະ​ຫາ​ສະ​ໝຸດປາຊີຟິກ.

ໃນການປະກາດຂອງຕົນນັ້ນອົງ​ການ​ນິ​ລະ​ໂທດ​ກຳກ່າວວ່າຫ້ອງການໃນທ້ອງຖິ່ນຂອງຕົນຈະປິດໃນວັນທີ 31 ຕຸລາ ໃນຂະນະທີ່ຫ້ອງການປະ​ຈຳພາກພື້ນຈະ ຍ້າຍອອກ “ພາຍໃນທ້າຍປີ 2021”.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG