ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູດານໃຕ້ ຂັດຂວາງ ບໍ່ໃຫ້ປະຊາຊົນ ເດີນທາງ ອອກຈາກ ປະເທດ


ຊາວອິນເດຍ ພວມຂຶ້ນເຮືອບິນກອງທັບ ກັບຄືນປະເທດ ຈາກສະໜາມບິນ Entebbe ໃນປະເທດອູການດາ​ (ວັນທີ 14 ກໍລະກົດ 2016)​ ຫຼັງຈາກໄດ້ເດີນທາງມາແຕ່ຊູດານໃຕ້.
ຊາວອິນເດຍ ພວມຂຶ້ນເຮືອບິນກອງທັບ ກັບຄືນປະເທດ ຈາກສະໜາມບິນ Entebbe ໃນປະເທດອູການດາ​ (ວັນທີ 14 ກໍລະກົດ 2016)​ ຫຼັງຈາກໄດ້ເດີນທາງມາແຕ່ຊູດານໃຕ້.

ອົງການ​ນິລະ​ໂທ​ກຳ​ສາກົນ ກ່າວ​ວ່າ ​ເຈົ້າໜ້າ​ທີ່​ພະ​ແນ​ກຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ຊູ​ດານ​ໃຕ້ ​ໄດ້​ທຳ​ການ​ຂັດຂວາງ​ປະຊາຊົນ ​ດ້ວຍ​ຄວາມ​ຕັ້ງ​ໃຈ​ບໍ່ໃຫ້​ເດີນທາງ​ອອກ​ຈາກ​ປະ​ເທດ.

ທ່ານ​ນາງ Elizabeth Deng ນັກຄົ້ນຄວ້າ​ ຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ພວກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໄດ້​ມີ​ຄຳ​ສັ່ງ​ໄປ​ຫາ​ສາຍ​ການບິນ​ຕ່າງໆ ບໍ່ອະນຸຍາດ​ໃຫ້​ພວກ​ຜູ້​ຊາຍ​ຊູ​ດານ​ໃຕ້ ​ເດີນທາງ​ໄປ​ຕ່າງ​ປະເທດ​ຈາກ​ສະໜາມ​ບິນ​ນາໆ​ຊາດ​ນະຄອນ​ຈູ​ບາ. ທ່ານ​ນາງ Deng ກ່າວ​ວ່າ ອົງການ​ນິລະ​ໂທດ​ກຳ​ສາກົນ ​ຍັງ​ໄດ້​ຮັບ​ລາຍ​ງານ​ຈາກ​ຊູ​ດານ​ໃຕ້​ວ່າ ພວກ​ຜູ້​ຊາຍ​ຍັງຖືກ​ຂັດຂວາງ​ບໍ່​ໃຫ້​ເດີນທາງ​ເຂົ້າ​ໄປ​ອູ​ການ​ດາ ໂດຍ​ທາງ​ລົດ ທີ່​ເມືອງ​ຊາຍ​ແດນ Nimule.

ທ່ານ​ນາງ Deng ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ລາຍ​ງານ​ເປັນ​ລຳດັບ​ມາ​ວ່າ ຜູ້​ຄົນແມ່ນ​ໄດ້​ຮັບ​ຄຳ​ສັ່ງ​ບໍ່​ອະນຸຍາດ ​ໃຫ້​ພວກ​ຜູ້​ຊາຍ​ຊູ​ດານ​ໃຕ້​ ເດີນທາງ​ອອກ​ຈາກ​ປະ​ເທດ. ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ບອກ​ໃນ​ທຳນອງ​ທີ່​ວ່າ ​ເຈົ້າ​ເປັນ​ຄົນ​ຊູ​ດານ​ໃຕ້ ເປັນ​ຫຍັງ​ຈຶ່ງ​ເດີນທາງ​ອອກ​ຈາກ​ປະ​ເທດ. ພວກ​ເຈົ້າຕ້ອງ​ໄດ້​ຢູ່​ທີ່​ນີ້ ​ແລະ​ທຳ​ການ​ສູ້​ລົບ ດັ່ງນັ້ນຈຶ່ງ​ເບິ່ງ​ຄື​ວ່າ ມັນ​ຂ້ອນ​ຂ້າງ​ຈະ​ເປັນ​ລະບົບ​.” ທ່ານ​ນາງ Deng ຍັງ​ກ່າວ​ວ່າ ກິດຈະການ​ໃນ​ທຳນອງ​ນີ້ ​ຈະ​ແຈ້ງ​ແມ່ນ​ເປັນ​ການລະ​ເ​ມີດ​ຕໍ່​ສິດທິ​ຕາມ​ລັດຖະທຳມະນູນ​ຂອງ​ປະຊາຊົນ ນັ້ນກໍ​ຄື​ສິດ​ເສລີພາບ​ໃນ​ການ​ເດີນທາງ​ໄປມາ.

ອົງການ​ນິລະ​ໂທດ​ກຳ​ສາກົນ ​ຮຽກຮ້ອງ​ໃຫ້​ລັດຖະບານ ຮັບປະກັນ​ວ່າ ​ຜູ້​ຄົນ​ສາມາດເດີນ ທາງ​ອອກຈາກ​ປະ​ເທດ​ໂດຍ​ຄ້ຳປະກັນ​ຄວາມ​ປອດ​ໄພ​ໃຫ້​ພວກ​ພົນລະ​ເຮືອນ ​ທີ່​ຫລົບໜີ​ຄວາມ​ຮຸນ​ແຮງ ​ແລະ​ອະນຸຍາດ​ໃຫ້​ພວກ​ເຂົ​າ​ເຈົ້າຊອກ​ຫາ​ບ່ອນ​ລີ້ໄພ​ ທັງ​ຢູ່​ໃນ​ແລະ​ນອກ ຊູດານ​ໃຕ້​ໄດ້.

ທ່ານ​ນາງ Deng ກ່າວ​ວ່າ ກຸ່ມ​ຂອງ​ທ່ານ​ນາງ​ແມ່ນຍັງ​ບໍ່​ສາມາດທີ່​ຈະ​ລົງ​ຄວາມ​ເຫັນ​ໄດ້​ກ່ຽວ​ກັບ​ທີ່​ມາ​ຂອງ​ຄຳ​ສັ່ງ​ບໍ່​ໃຫ້​ປະຊາຊົນ​ມີ​ສິດ​ເດີນທາງ​ອອກ​ຈາກ​ປະ​ເທດ ​ແຕ່​ກໍ​ກ່າວ​ວ່າ ລັກສະນະ​ໃນ​ການ​ກະທຳ​ຢ່າງ​ເປັນ​ລະບົບ​ດັ່ງກ່າວ​ ສະ​ແດງ​ໃຫ້​ເຫັນວ່າ ​ຄຳ​ສັ່ງ​ນີ້ອາດ​ມາ​ຈາກ​ເຈົ້າໜ້າ​ທີ່​ລະດັບ​ສູງ ຍ້ອນ​ວ່າ​ໄດ້​ມີ​ການຈັດຕັ້ງປະຕິບັດໂດຍ​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ​ແລະເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG