ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​​​​ອົງການ​ນິລະ​ໂທດ​ກຳ​ສາກົນ ລາຍງານວ່າ ຈຳນວນພວກທີ່ຖືກສັງຫານ ໂດຍກຸ່ມ Boko Haram ມີເພີ່ມຂຶ້ນເປັນຫ້າເທົ່າ


ບັນດາສະມາຊິກຄອບຄົວ ລໍຖ້າ ເພື່ອຮັບສົບຍາດຂອງພວກ
ເຄາະຮ້າຍ ໃນໂຮງພະຍາບານ ທີ່ Konduga ຂ້າງນອກ Maiduguri, Nigeria, 16 ສິງຫາ, 2017. ພວກໂຈມຕີ ແມ່ນ
Boko Haram.
ບັນດາສະມາຊິກຄອບຄົວ ລໍຖ້າ ເພື່ອຮັບສົບຍາດຂອງພວກ ເຄາະຮ້າຍ ໃນໂຮງພະຍາບານ ທີ່ Konduga ຂ້າງນອກ Maiduguri, Nigeria, 16 ສິງຫາ, 2017. ພວກໂຈມຕີ ແມ່ນ Boko Haram.

ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ພົນລະ​ເຮືອນເກືອບ​ 400 ຄົນ ​ໃນ Cameroon
ແລະ Nigeria ​ໄດ້ຖືກ​ສັງຫານ ​ຈາກ​ການ​ໂຈມ​ຕີ​ສະລະ​ຊີບ ​ໂດຍ​ກຸ່ມຫົວ​ຮຸນ​ແຮງ​ອິສລາມ
Boko Haram ນັບ​ຕັ້ງ​ແຕ່​ເດືອນ​ເມສາປີ​ນີ້ ​ເປັນ​ຕົ້ນ​ມາ ເປັນ​ຫຼາຍເພິ່ມຂຶ້ນກວ່າ ສອງ​ເທົ່າ
​ໃນ​ຮອບຫ້າ​ເດືອນ​ທີ່​ຜ່ານ​ມາ.

ລາຍ​ງານ​ທີ່​ນຳ​ອອກມາ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ກຸ່ມ​ອົງການ​ເພື່ອ​ສິດທິ​ມະນຸ​ດ
ກ່າວ​ວ່າ ມີ​ພົນລະ​ເຮືອນ ຢ່າງ​ນ້ອຍ 223 ຄົນ ຖືກ​ສັງຫານ ​ດ້ວຍ​ກຳ​ມື​ຂອງ ​ກຸ່ມ Boko
Haram
ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ຜ່ານ​ມາ​ນີ້​ ຊຶ່ງ​ຮວມທັງ​ພົນລະ​ເຮືອນ 100 ຄົນທີ່​ຖືກ
​ສັງຫານ​ພຽງ​ສະ​ເພາະ​ເດືອນ​ສິງຫາ​ເທົ່າ​ນັ້ນ. ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ສຸດ ​ທີ່​ເກີດ​ຂຶ້ນ​
ໃນ​ວັນ​ທີ 25 ກໍ​ລະ​ກົດ ຕອນ​ທີ່ມີ 40 ຄົນ ​ໄດ້​ຖືກ​ຍິງ​ຕາຍ ​ໃນ​ການ​ລອບ​ສັງຫານຂອງ
​ຄະນະ​ອອກ​ສຳ​ຫຼວດນ້ຳມັນ ​ໃນ​ລັດ Borno. ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ
“ຈຳນວນ​ຕົວ​ຈິງຂອງ​ພວກ​ທີ່​ບາດ​ເຈັບ​ລົ້ມ​ຕາຍ​ນັ້ນ ອາດ​ຈະ​ສູງ​ກວ່າ​ນີ້ ຍ້ອນ​ວ່າ
ການ​ໂຈມ​ຕີ​ບາງ​ຄັ້ງ ບໍ່​ໄດ້​ຖືກ​ບັນທຶກ​ໄວ້.”

​ໃນ​ Cameroon ປະ​ເທດ​ເພື່ອນ​ບ້ານ ​ ມີ​ພົນລະ​ເຮືອນ ຢ່າງ​ນ້ອຍ 158 ຄົນ ຖືກ​ສັງຫານ​ໃນການໂຈມ​ຕີ​ສະລະ​ຊີບ 30 ຄັ້ງ ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ຜ່ານ​ມາ​ນີ້​ ຊຶ່ງຮວມທັງ​ການ
ລະ​ເບີດ​ໃນ​ຮ້ານ​ຫຼິ້ນເກ​ມ ​ໃນ​ເມືອງ Waza ​ໃນ​ວັນ​ທີ 12 ເດືອນ​ກໍລະກົດ ທີ່​ຍັງ​ຜົນ​ໃຫ້
16 ຄົນ​ເສຍ​ຊີ​ວິດ. ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ​ໄດ້​ມີ​ການ​ໂຈມ​ຕີ​ເພີ່ມ​ຂຶ້ນ ​
ໃນ​ Cameroon ​ຊຶ່ງເບິ່ງ​ຄື​ວ່າ ​ເປັນ​ຍ້ອນ ການຍົກຍ້າຍ​ຂອງພວກ​ນັກ​ຕໍ່ສູ້​ຂອງ​ກຸ່ມ
Boko Haram ຈາກປ່າ Sambisa ​ໃນ Nigeria ​ໂດຍ​ພວກ​ທະຫານ Nigeria ​ໄປ​ຍັງ
ພູ Mandera ຂອງ Cameroon.

ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງພົນລະ​ເຮືອນ​ ​ແມ່ນມີ​ເພີ່ມ​ຂຶ້ນ
​ຢ່າງ​ສູງ ​ໃນ​ສອງ​ປະ​ເທດ​ຕາ​ເວັນ​ອອກ​ຂອງ​ອາຟຣິກາ​ນັ້ນ ຍ້ອນ​ການ “ເພີ່ມ​ຂຶ້ນ​ຂອງ​ການ​
ໂຈມຕີ​ສະລະ​ຊີບ ຊຶ່ງສ່ວນ​ໃຫຍ່​ແມ່ນ​ໃຊ້​ພວກ​ແມ່ຍິງ ​ແລະ​ພວກ​ເດັກນ້ອຍ​ຜູ້ຍິງ ທີ່​ຖືກ
ບັງຄັບ​ໃຫ້​ທຳ​ການວາງ​ລະ​ເບີດ​ດັ່ງກ່າວ​ໃນ​ຝູງ​ຊົນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG