ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ວ່າ ການບັງຄັບໄລ່ໜີ​ຈາກ ​ບ້ານ​​ເຮືອນ ຢູ່ຈີນ ມີທ່າອ່ຽງ ເພີ້ມຂຶ້ນ


ນາງ Huang Sufang (ເຄິ່ງກາງ) ພະຍາຍາມຂັດຂວາງ ພວກຄົນງານ ທີ່ຈະເຂົ້າໄປທັບມ້າງເຮືອນຂອງລາວຕາມ ຄໍາສັ່ງຂອງລັດຖະບານທ້ອງຖິ່ນ ເພື່ອ​ເອົາ​ດິນ ​ແລະ​ຂາຍ​ທອດ​ໃຫ້​ບໍລິສັດ​ຈັດ​ສັນ​ທີ່​ດິນ ທີ່ບ້ານ Yangji: ເມືອງ Guangzhou, ຢູ່ແຂວງ Guangdong ທາງພາກໃຕ້ຂອງຈີນໃນວັນທີ 21 ມີນາ, 2012.
ນາງ Huang Sufang (ເຄິ່ງກາງ) ພະຍາຍາມຂັດຂວາງ ພວກຄົນງານ ທີ່ຈະເຂົ້າໄປທັບມ້າງເຮືອນຂອງລາວຕາມ ຄໍາສັ່ງຂອງລັດຖະບານທ້ອງຖິ່ນ ເພື່ອ​ເອົາ​ດິນ ​ແລະ​ຂາຍ​ທອດ​ໃຫ້​ບໍລິສັດ​ຈັດ​ສັນ​ທີ່​ດິນ ທີ່ບ້ານ Yangji: ເມືອງ Guangzhou, ຢູ່ແຂວງ Guangdong ທາງພາກໃຕ້ຂອງຈີນໃນວັນທີ 21 ມີນາ, 2012.
ອົງການ​ນີລະ​ໂທດ​ກໍາ​ສາກົນ​ກ່າວ​ວ່າ ກໍລະນີ​ຜູ້​ຄົນຖືກ​ບັງຄັບ
​ໄລ່​ໜີ​ອອກຈາກ​ບ່ອນ​ຢູ່​ອາໄສ​ຢ່າງ​ຮຸນ​ແຮງ ​ແມ່ນ​ໄດ້​ຖີບ​ຕົວ​ສູງ​
ຂຶ້ນຢ່າງ​ຫຼວງຫຼາຍ​ໃນ​ໄລຍະ​ສອງ​ປີຜ່ານມາ​ຢູ່​ຈີນ ​ໃນ​ຂະນະ​ທີ່​
ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ ພະຍາຍາມ​ຫາ​ທາງຊໍາລະ​ໜີ້ ໂດຍ
​ການ​ຢຶດ​ເອົາ​ດິນ ​ແລະ​ຂາຍ​ທອດ​ໃຫ້​ບໍລິສັດ​ຈັດ​ສັນ​ທີ່​ດິນ.

ລາຍ​ງານ​ສະ​ບັບນຶ່ງ ​ທີ່​ພິມ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ພະຫັດ​ມື້​ນີ້ ​
ເວົ້າ​ວ່າ ຊາວ​ຈີນ​ໃນ​ຈຳນວນ​ເພີ້​ມຂຶ້ນ​ໄດ້ຖືກ​ບັງຄັບ​ໃຫ້​ໜີ​ອອກ​ຈາກ​ບ້ານເຮືອນຂອງ​ພວກ​ເຂົາເຈົ້າ​ ທັງ​ໃນ​ເຂດ​ຊົນນະ​ບົດ​ແລະ​ໃນ​ຕົວເມືອງ ຊຶ່ງ​ຍັງ​ຜົນ​ໃຫ້​ປະຊາຊົນ ເສຍ​ຊີວິດ ຖືກ​ທຸບ​ຕີ ນາບ​ຂູ່​ຮາວີ ​ແລະ​ຈໍາ​ຄຸກ.

ການ​ບັງຄັບ​ໃຫ້​ໜີ​ອອກ​ຈາກ​ບ້ານເຮືອນ ​ໄດ້​ສ້າງ​ຄວາ​ມບໍ່ພໍ​ໃຈ​ມາ​ດົນ​ນານ​ແລ້ວ​ໃນ​ຈີນ ບ່ອນ​ທີ່​ປະຊາຊົນ​ທໍາ​ມະ​ດາ ບໍ່​ມີ​ສິດ​ເປັນ​ເຈົ້າຂອງ​ທີ່​ດິນ ​ແຕ່​ລາຍ​ງານ​ເວົ້າ​ວ່າ ບັດ​ນີ້​ມັນ​ໄດ້​ກາຍ​ເປັນ​ແຫຼ່ງທີ່​ມາສໍາຄັນ​ສຸດທີ່​ສ້າງຄວາມບໍ່​ໃຈ​ໃຫ້​ແກ່​ປະຊາຊົນ ​ພ້ອມ​ທັງ​ເປັນ​ໄພ​ຂົ່ມຂູ່​ຕໍ່ສັງຄົມ ​ແລະສະຖຽນ​ລະ​ພາບດ້ານການ​ເມືອງນຳ​ດ້ວຍ.

ອົງການ​ນີລະ​ໂທດ​ກໍາ​ສາກົນ ​ກໍາລັງ​ຮຽກຮ້ອງ​ໃຫ້​ລັດຖະບານຈີນ​ຈົ່ງ​ຢຸດ​ການບັງຄັບ​ຂັບ​ໄລ່​ປະຊາຊົນ​ອອກ​ຈາກ​ບ່ອນ​ຢູ່​ອາໄສ​ຂອງ​ພວກ​ເຂົາ​ເຈົ້າ​ໂດຍ​ທັນທີ.

ທາງ​ຝ່າຍ​ລັດຖະບານ​ຈີນ​ກໍ​ຮັບ​ຮູ້​ຢູ່​ວ່າ ການ​ຂັບ​ໄລ່​ປະຊາຊົນ ​ອອກ​ຈາກ​ບ່ອນຢູ່​ນັ້ນ ​ແມ່ນ​ເປັນ​ບັນຫາ ​ໂດຍ​ໄດ້​ມີການ​ຮັບ​ຜ່ານ​ກົດໝາຍ​ສະບັບ​ນຶ່ງ​ເມື່ອ​ປີ​ກາຍ​ນີ້ວ່າ ການ​ໃຊ້ຄວາມ​ຮຸນ​ແຮງ​ໃນ​ລະຫວ່າງ​ການ​ຂັບ​ໄລ່​ນັ້ນ​ຖື​ວ່າ​ຜິດ​ກົດໝາຍ ​ແລະຕ້ອງ​ໃຫ້​ລັດ​ຈ່າຍ​ເງິນ​ຊົດ​ເຊີຍແກ່​ເຈົ້າຂອງເຮືອນ​ຢ່າງ​ເປັນ​ທໍາ.
XS
SM
MD
LG