ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການລ່ວງລະເມີດສິດທິພວກ ລີ້ໄພໃນເອເຊຍຕາເວັນອອກ


ເຄື່ອງໝາຍ ຂອງອົງການນິລະໂທດກຳສາກົນ
ເຄື່ອງໝາຍ ຂອງອົງການນິລະໂທດກຳສາກົນ

ອົງການນິລະໂທດກຳສາກົນ ກ່າວວ່າ ລັດຖະບານ ຂອງ ປະເທດຕ່າງໆໃນເຂດເອເຊຍ ຕາເວັນອອກ ແລະຍ່ານມະຫາ ສະມຸດປາຊີຟິກ ບໍ່ສາມາດ ໃຫ້ການປົກປ້ອງ ຄຸ້ມຄອງ ສິດທິຂອງພວກ ທີ່ຫຼົບໜີ ການກົດຂີ່ ທາງດ້ານການເມືອງ.

ກຸ່ມປົກປ້ອງ ສິດທິມະນຸດ ທີ່ມີສຳນັກງານ ຢູ່ກຸງລອນດອນ ກຸ່ມນີ້ ໄດ້ຕຳໜິຕິຕຽນຈີນ ທີ່ເອີ້ນ ຊາວເກົາຫຼີເໜືອ ຫຼົບໜີ ອອກຈາກປະເທດວ່າ ເປັນອົບພະຍົບ ເສດຖະກິດ ແທນທີ່ຈະເປັນ ອົບພະຍົບ ການເມືອງ. ພວກອົບພະຍົບ ເກົາຫຼີເໜືອ ໄດ້ຖືກບັງຄັບ ໃຫ້ກັບຄືນປະເທດ ບ່ອນທີ່ພວກເຂົາເຈົ້າ ປະເຊີນກັບ ການຖືກຄຸມຂັງ ບັງຄັບໃຫ້ອອກ ແຮງງານ ແລະ ຖືກທໍລະມານ. ອົງການນິລະໂທດກຳສາກົນ ເວົ້າວ່າ ປັກກິ່ງໄດ້ຂັດຂວາງ ບໍ່ໃຫ້ຜະແນກການ ຮັບຜິດຊອບ ກ່ຽວກັບ ພວກອົບພະຍົບ ຂອງສະຫະປະຊາຊາດ ມີໂອກາດ ໄດ້ຕິດຕໍ່ພົວພັນ ກັບພວກອົບພະຍົບ ເຫຼົ່ານີ້.

ອົງການນິລະໂທດກຳສາກົນ ຍັງເວົ້າຕື່ມວ່າ ທີ່ມຽນມາ ປະຊາຊົນ ຈຳນວນຫຼາຍພັນຄົນ ຕ້ອງໄດ້ຖືກຍົກຍ້າຍ ຍ້ອນການປະຕິບັດງານ ປາບປາມພວກຊົນກຸ່ມນ້ອຍ ທີ່ຄັດຄ້ານລັດຖະບານ ໂດຍອຳນາດ ການປົກຄອງທະຫານ ນຶ່ງໃນນັ້ນ ແມ່ນພວກຊົນເຜົ່າ ໂຣຮິງຢາ ຊາວມຸສະລິມກຸ່ມນ້ອຍ ທີ່ຖືກປະຫັດປະຫານ ໃນພາກຕາເວນຕົກ ຂອງມຽນມາ ທີ່ໄດ້ພາກັນ ຂີ່ເຮືອຂ້າມທະເລ ເຂົ້າໄປໃນໄທ ແລະມາເລເຊຍນັ້ນ.

ກຳລັງຮັກສາ ຄວາມສະງົບ ຂອງໄທ ໄດ້ຂັບໄລ່ ຊົນເຜົ່າໂຣຮິງຢາ ຈຳນວນຫຼາຍຮ້ອຍຄົນ ດ້ວຍການບັງຄັບ ໃຫ້ພວກເຂົາເຈົ້າ ກັບຄືນອອກສູ່ທະເລ ໂດຍປາສະຈາກ ຫລື ມີອາຫານ ການກິນແລະນໍ້າດື່ມ ແຕ່ພຽງເລັກນ້ອຍ ເທົ່ານັ້ນ.

ອົງການນິລະໂທດກຳສາກົນ ເວົ້າຕໍ່ໄປວ່າ ພວກອົບພະຍົບ ເສດຖະກິດ ຫຼືຄົນງານດ່າງດ້າວ ຢູ່ໃນຂົງເຂດ ໄດ້ປະເຊີນກັບ ການລ່ວງລະເມີດ ສິດທິພື້ນຖານ ຂອງພວກເຂົາເຈົ້າ ຄືໃນລະຫວ່າງ ປີ 2002 ຫາ 2008 ຜ່ານມານີ້ ມີພວກຄົນງານ ຕ່າງດ້າວ 35 ພັນຄົນ ໃນມາເລເຊຍ ຖືກຂ້ຽນຕີ ສ່ວນໃຫຍ່ ແມ່ນຍ້ອນຄວາມຜິດ ໃນການລັກລອບ ເຂົ້າເມືອງ. ນອກນັ້ນແລ້ວ ພວກຄົນງານ ຕ່າງດ້າວເຫຼົ່ານີ້ ຍັງໄດ້ຖືກຄຸມຂັງ ຢູ່ຕາມສູນກັກຂັງ ແຫ່ງ ຕ່າງໆ ທີ່ບໍ່ໄດ້ມາຕະຖານ ຂອງນາໆຊາດ.

ໃນທົ່ວຂົງເຂດ ເອເຊຍຕາເວັນອອກ ແລະປາຊີຟິກນັ້ນ ປະຊາຊົນ ຈຳນວນຫຼາຍໆພັນຄົນ ກໍໄດ້ຖືກບັງຄັບ ໃຫ້ອອກໜີໄປຈາກ ເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ ຍ້ອນຈຸດປະ ສົງທາງດ້ານເສດຖະກິດ ຂອງລັດຖະບານ.

XS
SM
MD
LG