ອົງການນິລະໂທດກຳສາກົນກ່າວວ່າ ພວກອາວຸດທີ່ນຳໃຊ້
ໂດຍກຸ່ມຫົວຮຸນແຮງ ລັດອິສລາມ ເພື່ອທຳ “ການກໍ່ກຳທຳ
ເຂັນ ທີ່ໂຫດຫຽ້ມ” ນັ້ນ ສ່ວນໃຫຍ່ແລ້ວ ແມ່ນມາຈາກຄັງ
ອາວຸດຂອງທະຫານອີຣັກ ທີ່ຢຶດເອົາມາໄດ້ນັ້ນ ຊຶ່ງສະແດງ
ໃຫ້ເຫັນເຖິງຄວາມຈຳເປັນ ທີ່ຈະຕ້ອງກວດສອບໃຫ້ຫຼາຍຂຶ້ນ
ໃນເວລາສົ່ງອາວຸດຕ່າງໆ ໄປຍັງຂົງເຂດທີ່ບໍ່ທຸ່ນທ່ຽງ.
ອົງການດັ່ງກ່າວ ໄດ້ຮັບໜ້າທີ່ອອກບົດລາຍງານສະບັບໜຶ່ງ
ໃນວັນອັງຄານວານນີ້ ໂດຍ ອົງການບໍລິການຄົ້ນຄວ້າດ້ານ
ຍຸດໂທປະກອນ ທີ່ມີຫ້ອງການຢູ່ປະເທດອອສເຕຣເລຍ ເພື່ອ
ວິເຄາະເບິ່ງວ່າ ປະເພດຂອງອາວຸດທີ່ຖືກນຳໃຊ້ ທົ່ວປະເທດ
ອີຣັກ ແລະ ຊີເຣຍ ແລະ ໄດ້ພົບເຫັນວ່າ ອາວຸດຕ່າງໆນັ້ນ ແມ່ນມາຈາກ ຢ່າງໜ້ອຍ 25
ປະເທດ. ສ່ວນໃຫຍ່ສຸດ ແມ່ນມາຈາກ ສະຫະລັດ ຣັດເຊຍ ແລະ ບັນດາປະເທດອະດີດ
ສະຫະພາບໂຊຫວຽດ.
ທ່ານ Patrick Wilcken ນັກຄົ້ນຄວ້າ ກ່ຽວກັບການຄວບຄຸມອາວຸດ ຄວາມໝັ້ນຄົງ
ການຄ້າ ແລະ ສິດທິມະນຸດ ຂອງອົງການນິລະໂທດກຳ ເວົ້າວ່າ “ສ່ວນໃຫຍ່ ແລະ ອາວຸດ
ຍຸດໂທປະກອນອັນຫຼາກຫຼາຍທີ່ນຳໃຊ້ໂດຍກຸ່ມຕິດອາວຸດ ທີ່ເອີ້ນຕົນເອງວ່າ ລັດ
ອິສລາມນັ້ນ ແມ່ນເປັນກໍລະນີ ຕາມຕຳລາ ຂອງຄວາມບໍ່ຄຳນຶງເຖິງຜົນກະທົບ ໃນການ
ຄ້າອາວຸດ ທີ່ເປັນເຊື້ອເພີງ ຕໍ່ການກໍ່ໂທດກຳ ໃນລະດັບທີ່ກວ້າງຂວາງ. ກົດລະບຽບ
ທີ່ຂີ້ຮ້າຍ ແລະ ການຂາດແຄນ ໃນການຕິດຕາມກວດກາ ການລັ່ງໄຫລອັນໃຫຍ່ຫຼວງ
ຂອງອາວຸດຕ່າງໆ ເຂົ້າໄປໃນອີຣັກ ແມ່ນມີມາໄດ້ຫຼາຍທົດສະວັດແລ້ວນັ້ນ ໄດ້ເຮັດໃຫ້
ກຸ່ມ IS ແລະ ກຸ່ມຕິດອາວຸດຕ່າງໆ ໄດ້ຮັບອາວຸດຮ້າຍແຮງ ຢ່າງມະຫາສານ ທີ່ບໍ່ເຄີຍມີ
ມາກ່ອນ.”
ອົງການນິລະໂທດກຳສາກົນ ພ້ອມທັງກຸ່ມປົກປ້ອງສິດທິມະນຸດອື່ນໆ ແລະ ອົງການສະ
ຫະປະຊາຊາດ ໄດ້ກ່າວຫາ ພວກນັກຕໍ່ສູ້ລັດອິສລາມຜູ້ທີ່ໄດ້ກໍ່ກຳທຳເຂັນຕ່າງໆ ທີ່ລວມ
ໄປເຖິງ ການຂົ່ມຂືນຊຳເລົາ ການທໍລະມານ ການລັກພາຕົວ ແລະ ການສັງຫານ. ຫຼາຍ
ແສນຄົນໄດ້ຫລົບໜີ ອອກຈາກບ້ານເກີດເມືອງນອນ ຂອງພວກເຂົາເຈົ້າ ຢູ່ທາງພາກຕາ
ເວັນອອກຂອງຊີເຣຍ ແລະ ຢູ່ທາງພາກເໜືອ ແລະ ພາກຕາເວັນຕົກ ຂອງອີຣັກ ນັບຕັ້ງ
ແຕ່ພວກຫົວຮຸນແຮງ ໄດ້ເຂົ້າຄວບຄຸມເນື້ອທີ່ອັນກວ້າງໃຫຍ່ ເມື່ອກາງປີແລ້ວນີ້.
ຄະນະສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ລາຍງານວ່າ ກຸ່ມດັ່ງກ່າວນີ້
ຢຶດໄດ້ອາວຸດສ່ວນໃຫຍ່ຂອງພວກເຂົາ ນັບຕັ້ງແຕ່ເດືອນມິຖຸນາ ປີ 2014 ເປັນຕົ້ນມາ.