ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ນິລະໂທດກຳ ສາກົນ ເປີດເຜີຍ ລະບົບ ​​ຄ້າຍ​ນັກ​ໂທດ ເກົາຫຼີເໜືອ (ວີດີໂອ)


Torture, Execution Rampant In Vast North Korea Prisons
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ

ການທາລຸນ​ ລ່ວງ​ລະ​ເມີດມີຢ່າງແຜ່ຫຼາຍ ໃນເກົາຫຼີເໜືອ

ພາບ​ໃໝ່​ທີ່​ເກັບ​ກໍາ​ຈາກ​ດາວ​ທຽມ ​ແລະ​ຄຳໃຫ້ການ​ ທີ່​ນຳອອກ
ເຜີຍ​ແຜ່ ​ໂດຍ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດທີ່​ສຳຄັນ​ກຸ່ມ​ນຶ່ງ ​ແມ່ນ​ໄດ້​
ສະ​ແດງໃຫ້​ເຫັນ​ເຖິງ​ຂອບເຂດອັນ​ກວ້າງຂວາງຂອງລະບົບຄ້າຍ
​ພວກ​ນັກ​ໂທດ ທີ່​ມີ​ຊື່​ສຽງ​ບໍ່​ຄ່ອຍ​ດີ ​ຂອງ​ເກົາຫຼີ​ເໜືອ​.

ລາຍ​ງານ​ຂອງ​ອົງການ​ນິລະ​ໂທດກໍາ​ນາໆ​ຊາດ ໃນ​ວັນ​ພະຫັດ​ມື້​ນີ້
​ໄດ້ໃຫ້​ລາຍ​ລະອຽດ​ເຖິງ​ການ​ຂົ່ມ​ຂືນ​ສໍາ​ເລົາ ຄາດ​ຕະກໍາແລະ​ບັງ
ຄັບ​ໃຊ້​ແຮງ​ງານ ນັ້ນ​ແມ່ນ​ຄໍາກ່າວ​ຫາ​ ທີ່ມີ​ຂຶ້ນ​ແທ້ ​ໃນ​ ​“gulags”
ຫລືຄ້າ​ຍສໍາ​ມະ​ນາ ບ່ອນ​ທີ່ມີ​ຫຼາຍ​ເຖິງ 200 ພັນ​ຄົນ​ ທີ່​ຖືກ​ກັກຂັງ​
ໄວ້.

ອະດີ​ດຄົນ​ຍາມຄຸກ ທີ່​ບອກ​ຊື່ແຕ່​ພຽງວ່າ Mr. Lee ນັ້ນ ​ໄດ້​ເຮັດ​ວຽກ​ໃນ​ຄ້າຍນໍ້າ​ເບີ 16
ທາງພາກ​ເໜືອ​ຂອງ​ປະ​ເທດ ​ເກືອບ​ວ່າ​ຕະຫລອດ​ຊຸມປີ 1980 ນັ້ນ ຊຶ່ງລາວ​ກ່າວ​ວ່າ:
“ຈຸດ​ປະສົງ​ຂອງ​ຄຸກສໍາ​ມະ​ນານີ້ ​ແມ່ນ​ເພື່ອກົດ​ຂີ່ ໝິ່ນປະໝາດ​ຢຽດ​ຢາມ ​ແລະທາລຸນ​
ລ່ວງ​ລະ​ເມີດ​ຕໍ່ພວກ​ນັກ​ໂທດ ​ໃຫ້​ເຖິງ​ທີ່​ສຸດ ​ຕາບ​ໃດທີ່​ພວກ​ເຂົາ​ຍັງມີ​ຊີວິດ​ຢູ່​.”


Mr. Lee ​ໄດ້​ບອກ​ກັບ ອົງການ​ນິລະ​ໂທດກໍາ ວ່າ ​ພວກ​ນັກ​ໂທດບາງ​ຄົນໄດ້​ຖືກ​ບັງຄັບ​ໃຫ້​
ຂຸດ​ຂຸມ​ຝັງ​ຕົວ​ເອງ ​ແລະ​ຕໍ່​ມາ​ພວກ​ເຂົາ​ເຈົ້າກໍ​ໄດ້​ຖືກ​ສັງຫານ ​ໂດຍ​ການ​ເອົາ​ຄ້ອນ​ຕີ​ຟາດ​ຄໍ​.

ຄ້າຍຄຸມ​ຂັງນໍ້າ​ເບີ 16 ​ແມ່ນ​ມີ​ເນື້ອ​ທີ່ ກວມ​ເອົາ 560 ກິ​ໂລ​ແມັດມົນທົນ ຊຶ່ງ​ເກືອບ​ວ່າ​ຈະ​ມີ​
ເນື້ອ​ທີ່​ຊໍ່າໆ​ກັບ​ກຸງໂຊ​ລ ນະຄອນ​ຫຼວງຂອງ​ເກົາຫຼີ​ໃຕ້.

ອົງການ​ນິລະ​ໂທດກໍາກ່າວວ່າ ພາບທີ່​ເກັບ​ກໍາ​ຈາກ​ດາວ​ທຽມທັງ​ໝົດ​ໃນ​ຮອບ 2 ປີຜ່ານ​ມານີ້
ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ສໍ່​ສ້າງ​ຕຶກ​ທີ່ຢູ່​ອາ​ໄສ​ໃໝ່ ​ໃນ​ຄ້າຍ​ດັ່ງກ່າວ​ນີ້. ພ້ອມ​ດຽວ​ກັນ​ຍັງມີ
ຫຼັກ​ຖານ​ກ່ຽວ​ກັບການຂຸດ​ບໍ່ແຮ່ແລະ​ຕັດ​ໄມ້ ຊຶ່ງນັ້ນສະ​ແດງ​ໃຫ້​ເຫັນ​ວ່າ​ ເປັນການ​ບັງຄັບໃຊ້​
ແຮງ​ງານ.

NORKOR AMNESTY
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG