ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ນິລະໂທດກຳສາກົນ ລາຍງານ ເຫດການຮ້າຍແຮງ ທີ່ເກີດຂຶ້ນໃນໂລກ


ເດັກນ້ອຍທີ່ໄດ້ຮັບບາດເຈັບສອງຄົນຮ້ອງໄຫ້ຢູ່ໂຮງໝໍກາງແຈ້ງ ຫຼັງຈາກການໂຈມຕີທາງອາກາດໃສ່ເຂດທີ່ຖືກຄວບຄຸມໂດຍພວກກະບົດຂອງເມືອງ ອາເລັບໂປ, ປະເທດ ຊີເຣຍ. 18 ພະຈິກ, 2016.
ເດັກນ້ອຍທີ່ໄດ້ຮັບບາດເຈັບສອງຄົນຮ້ອງໄຫ້ຢູ່ໂຮງໝໍກາງແຈ້ງ ຫຼັງຈາກການໂຈມຕີທາງອາກາດໃສ່ເຂດທີ່ຖືກຄວບຄຸມໂດຍພວກກະບົດຂອງເມືອງ ອາເລັບໂປ, ປະເທດ ຊີເຣຍ. 18 ພະຈິກ, 2016.

ປີ 2016 ​ແມ່ນ​ເປັນຂີດໝາຍ ​ໃນການເພີ່ມຂຶ້ນ ຂອງຄຳ​ເວົ້າ ທີ່​ເປັນ ພິດຢ່າງຮຸນແຮງ ແລະຖ້ອຍຄຳ ທາງການເມືອງທີ່ເປັນການແບ່ງແຍກ, ແລະ ຄວາມເສີຍຊາຂອງສາກົນ ຕໍ່ຄວາມໂຫດຮ້າຍທີ່ເກີດຂຶ້ນໃນສະ ຖານທີ່ຕ່າງໆເຊັ່ນ ຊີເຣຍ, ເຢເມນ ແລະ ຊູດານ ໃຕ້, ອີງຕາມກຸ່ມປົກ​ປ້ອງສິດທິມະນຸດ ນິລະໂທດກຳສາກົນທີ່ໄດ້ກ່າວ ໃນບົດລາຍງານໃໝ່ທີ່ ນຳອອກເຜີຍໃນວັນພຸດນີ້ ເຊິ່ງເພັ່ງເລັງໃສ່ປະເທດປະຕ່າງໆຄືປະເທດທີ່ຮັ່ງມີ ແລະ ທຸກ ຍາກ.

ເລຂາທິການໃຫຍ່ອົງການນິລະໂທດກຳ ທ່ານ Salil Shetty ໄດ້ກ່າວໃນກອງປະຊຸມ ຖະແຫຼງຂ່າວໃນນະຄອນຫຼວງ ປາຣີ ວ່າ “ຖ້າທ່ານຄິດ ກ່ຽວກັບ ປີ 2016, ມັນແມ່ນປີ ໃນການປະເມີນຜົນຂອງພວກເຮົາ ເຊິ່ງຖືກເຮັດໃຫ້ເສື່ອມເສຍໂດຍຄວາມບໍ່ຮູ້, ຖືກລືມ ແລະການໝິ່ນປະໝາດຕໍ່ສິດທິມະນຸດຂອງບັນດາແມ່ຍິງ, ຜູ້ຊາຍ ແລະເດັກນ້ອຍ.” “ມັນແມ່ນປີ ເຊິ່ງຖ້ອຍຄຳທີ່ເປັນພິດທາງການເມືອງຂອງພວກເຮົາ ກັບພວກເຂົາ ເຈົ້າ ໄດ້ເພີິ່ມຂຶ້ນຢ່າງໄວວາໃນທົ່ວໂລກ.”

ບົດລາຍງານ, ​ເຊິ່ງ​ເປັນສະຖານະພາບກ່ຽວ​ກັບສິດທະມະນຸດຂອງໂລກ ໄດ້ກ່າວເຖິງ ຈຸດສຳຄັນ ກ່ຽວກັບ ການລ່ວງລະເມີດຢ່າງແຮງຮຸນແຮງ ນັບຈາກຄວາມພະຍາຍາມ ຂອງລັດຖະບານທີ່ຈະຍັບຢັ້ງສິດເສລີພາບໃນການປາກ​ເວົ້າຢູ່ໃນປະເທດຕ່າງໆເຊັ່ນ ເອທິໂອເປຍ, ບັງກລາແດັສ ແລະ ຣັດເຊຍ ຕະຫລອດ​ເຖິງ​ການໂຈມຕີພວກພົນລະ ເຮືອນຢ່າງໂຫດຮ້າຍ ໃນສະຖານທີ່ຕ່າງໆເຊັ່ນ ຊີເຣຍ, ເຢເມນ ແລະ ຊູດານ.

ພວກເຂົາເຈົ້າກ່າວວ່າ ເຫດການບາງຄັ້ງທີ່ເປັນຕາຢ້ານທີ່ສຸດ ລວມມີ ການລະເບີດ ໂຮງຮຽນ ແລະ ໂຮງໝໍຕ່າງໆໃນ ຊີເຣຍ, ການລາຍງານ ກ່ຽວກັບ ການໃຊ້ອາວຸດ ເຄມີໃນເຂດ Darfur, ແລະ ການປາບປາມຢາເສບຕິດຢ່າງຮ້າຍແຮງໃນປະເທດ ຟີລິບປິນ ແມ່ນໄດ້ຮັບ “ຄວາມເສີຍຊາ.”

ທ່ານ Shetty ໄດ້ກ່າວໂດຍອະທິບາຍເຖິງຈຸດໜຶ່ງທີ່ນອກເໜືອ ເຊິ່ງໃຜຄົນໜຶ່ງບໍ່ຄວນ ຫຼຸດໄປໄດ້ໂດຍບໍ່ໄດ້ປະເຊີນກັບຄວາມຫາຍານະທີ່ຕາມມາວ່າ “ພວກເຮົາໄດ້ມາເຖິງ ຈຸດທີ່ວ່າບໍ່ມີເສັ້ນຂີດສີແດງອີກແລ້ວ.” “ເກືອບຈະບໍ່ມີການກະທຳໃດໆທີ່ໄດ້ກາຍ ເປັນສິ່ງເປັນຕາຢ້ານເກີດໄປ ຫຼື ໂຕ້ແຍ້ງບໍ່ໄດ້.”

ແຕ່ກຸ່ມປົກປ້ອງສິດທິມະນຸດ ຍັງໄດ້ປະທິບາຍເຖິງພື້ນຖານຂອງການ ເຄື່ອນໄຫວຕໍ່ ຕ້ານຄວາມບໍ່ຍຸດຕິທຳ, ຈາກຄວາມຮຽກຮ້ອງເພີ່ມຂຶ້ນສຳລັບການມີສິດທິຫຼາຍກວ່າ ເກົ່າໃນ ອາຟຣິກາ, ຫາຊຸມຊົນຕ່າງໆທີ່ຊ່ວຍເຫຼືອພວກຜູ້ຍົກຍ້າຍຖິ່ນຖານໃນ ຢູໂຣບ ຫຼື ປະທ້ວງຕໍ່ຄວາມໂຫດຮ້າຍຂອງຕຳຫຼວດໃນ ສະຫະລັດ.

ທ່ານ Shetty ໄດ້ກ່າວວ່າ "ຂໍ້ຄວາມຂອງບົດລາຍງານນີ້​ ກໍແມ່ນວ່າ ບ່ອນໃດກໍ​ຕາມທີ່ບັນດາຜູ້ນຳຫາກປະສົບຄວາມລົ້ມແຫຼວ, ປະຊາຊົນຕ້ອງລຸກຂຶ້ນສູ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Amnesty International Decries Global Indifference to Human Rights
please wait

No media source currently available

0:00 0:01:54 0:00

XS
SM
MD
LG