ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການນິລະໂທດກຳສາກົນ ເປີດ​ເຜີຍລາຍງານ ການລະເມີດ ສິດທິມະນຸດ ປີ 2014


ຜູ້​ອຳ​ນວຍ​ການ ອົງການ​ນິລະໂທດ​ກຳສາກົນ ທ່ານ Sergei Nikitin ປະ​ຈຳຫ້ອງການຣັດເຊຍ ​ສະ​ແດງ​ລາຍ​ງານ​ໃຫ້​ເບິ່ງ ໃນ​ລະ​ຫວ່າງ​ຖະ​ແຫລງ​ຂ່າວ​ທີ່​ມົ​ສ​ກູ (24 ກຸມ​ພາ 2015)
ຜູ້​ອຳ​ນວຍ​ການ ອົງການ​ນິລະໂທດ​ກຳສາກົນ ທ່ານ Sergei Nikitin ປະ​ຈຳຫ້ອງການຣັດເຊຍ ​ສະ​ແດງ​ລາຍ​ງານ​ໃຫ້​ເບິ່ງ ໃນ​ລະ​ຫວ່າງ​ຖະ​ແຫລງ​ຂ່າວ​ທີ່​ມົ​ສ​ກູ (24 ກຸມ​ພາ 2015)

ກຸ່ມ​ປົກປ້ອງສິດທິ​ມະນຸດທີ່ສຳຄັນກຸ່ມນຶ່ງ ກ່າວ​ໃນ​ວັນ​ພຸດ​ມື້​ນີ້ວ່າ
ປີ 2014 ເປັນ​ປີ “​ແຫ່ງ​ຄວາມ​ຫາຍຍະນະ” ສຳຫລັບປະຊາຊົນ
​ຫລາຍ​ລ້ານ​ຄົນ​ຢູ່ໃນ​ທົ່ວ​ໂລກ.

ຢູ່​ໃນລາຍ​ງານ​ກ່ຽວ​ກັບ​ສິດທິມະນຸດ​ປະຈຳ​ປີຂອງຕົນນັ້ນ ອົງ
ການນິລະໂທດກຳ ສາກົນ ກ່າວ​ວ່າ ພົນລະ​ເຮືອນ​ຫລາຍ​ລ້ານ
​ຄົນ​ໄດ້​ຖືກ​ຂ້າຕາຍ ນັບແຕ່ ຢູ່ຊີ​ເຣຍ ​ໄປ​ຫາຢູ​ເຄຣນ ເຂດກາຊາ
​ຕະຫລອດຈົນ​ໄນ​ຈີ​ເຣຍ ​ໃນ​ຂະນະ​ທີ່​ຈຳນວນຜູ້ຕ້ອງ ໄດ້ຫລົບ
ໜີຈາກບ່ອນພັກພາອາໄສ ຢູ່ໃນ​ທົ່ວ​ໂລກ​ ເພີ້ມຂຶ້ນກາຍ 50
ລ້ານ​ຄົນ​ໃນ​ປີແລ້ວ​ນີ້ ຊຶ່ງ​ເປັນ​ເທຶ່ອທຳອິດ​ ນັບ​ແຕ່​ສົງຄາມ​ໂລກ
ຄັ້ງທີສອງ ​ໄດ້​ສີ້​ນສຸດ​ລົງ.

ລາຍງານ​ໄດ້​ກ່າວ​ຫາ ​ລັດຖະບານ​ຂອງ​ປະເທດຕ່າງໆໃນໂລກ ທີ່​ບໍ່ສາມາດ​ໃຫ້ການ​ປົກ​
ປ້ອງ​ຄຸ້ມຄອງພົນລະ​ເຮືອນ ຈາກການກໍ່​ຄວາມຮຸນ​ແຮງ​ຂອງລັດຖະບານ ​ແລະ​ບັນດາ​ກຸ່ມ
ປະກອບ​ອາວຸດ.

ທ່ານ Salil Shetty ​ເລຂາທິການ​ໃຫຍ່​ ອົງການນິລະໂທດກຳສາກົນ ກ່າວ​ວ່າ “ຈຸດ​ສຳ​ຄັນ
​ທີ່​ພວກ​ເຮົາ​ຢາກເວົ້າ ຢູ່​ໃນ​ລາຍ​ງານ​ຂອງ​ພວກ​ເຮົາ​ກໍ​ຄື ການ​ຕອບ​ໂຕ້​ຈາກປະຊາ​ຄົມນາໆ
​ຊາດ ​ແລະ​ຈາກ​ບັນດາ​ຜູ້​ທີ່​ອາດສາມາດຢຸດ​ເລື້ອງ​ດັ່ງກ່າວບໍ່ ໃຫ້ດຳ​ເນີນຕໍ່​ໄປໄດ້ນັ້ນ ແມ່ນ
ບໍ່ຄ່ອຍແຈ່ມໃສປານໃດ ຄວາມ​ຈິງ​ແລ້ວ ມັນ​ເປັນ​ເລື້ອງ​ທີ່ໜ້າອັບອາຍ. ​ແລະ​ພວກ​ເຮົາ​ກຳ
ລັງ​ຮຽກຮ້ອງໃຫ້​ເປັນ​ທີ່​ແຈ້ງ​ຂາ​ວຈຳນວນ​ນຶ່ງ ທີ່​ໂລກ​ສາມາດ​ເຮັດໄດ້ ​ເພື່ອຕ່າວ​ປີ້ນ​ສະຖາ
ນະ​ການຄືນແລະ​ປັບ​ປຸງ​ການປົກ​ ​ປ້ອງຄຸ້ມຄອງ​ໃຫ້​ດີ​ຂື້ນ ທີ່​ບັນດາ​ພົນລະ​ເຮືອນ​ສົມຄວນ
ຈະ​ໄດ້​ຮັບນັ້ນ.

ອົງການ​ນິລະ​ໂທດກຳ​ສາກົນ ກ່າວ​ວ່າ ບັນດາກຸ່ມປະກອບ​ອາວຸດ ໄດ້ກໍ່ກຳທຳ ເຂັນຂຶ້ນຢູ່
ໃນຢ່າງ​ນ້ອຍ​ 35 ປະ​ເທດ ໃນ​ປີ 2014 ​ແລະ​ຮ້ອງ​ການ​ມີອິດທິພົນ ເພີ້ມ​ຂື້ນ​ຂອງກຸ່ມ​ຫົວ
ຮຸນ​ແຮງ​ລັດ​ອິສລາມນັ້ນວ່າ ມີ​ຄວາມ​ເປັນ​ຫ່ວງເປັນພິເສດ.

ລາຍ​ງານ​ໄດ້​ກ່າວ​ຫາກຸ່ມລັດ​ອິສລາມວ່າ ກຳລັງ​ກໍ່ອາຊາຍາກຳ​ສົງຄາມ​ຢ່າງແຜ່​ກວ້າ​ງຮວມ
ທັງ​ການ​ສັງຫານແບບຮວບຮັດຕັດຕອນ ​ແລະການ​ລັກພາ​ໂຕ ທີ່​ແນເປົ້າໝາຍໃສ່​ພວກ​ຊົນ
ກຸ່ມ​ນ້ອຍ ​ແລະ​ໄດ້ລ່ວງລະເມີດ​ທາງ​ເພດ​ຕໍ່ພວກ​ຜູ້ຍິງ ​ແລະເດັກ​ຍິງ​ຫລາຍໆ​ຮ້ອຍ​ຄົນ.

AMNESTY REPORT VOSOT
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG