ປີ 2010 ໄດ້ສິ້ນສຸດລົງດ້ວຍການລຸກຮືຂື້ນຂອງມະຫາຊົນໃນປະເທດຕູນີເຊຍ ທີ່ໄດ້ບີບບັງຄັບໃຫ້ຜູ້ນໍາທີ່ປົກຄອງປະເທດມາເປັນເວລາດົນນານ ຕ້ອງຕົກຈາກຕໍາແໜ່ງໄປ. ຕໍ່ມາ ໃນປີໃໝ່ ການປະທ້ວງຂອງມະຫາຊົນໃນທໍານອງດຽວກັນ ກໍໄດ້ຍັງຜົນໃຫ້ປະທານາທິບໍດີຜະເດັດການ ຂອງອີຈິບ ທ່ານໂຮສນີ ມູບາຣັກ (Hosni Mubarak) ຕົກຈາກຕໍາແໜ່ງໄປເຊັ່ນດຽວກັນ.
ອົງການນິລະໂທດກໍາສາກົນກ່າວ ໃນລາຍງານປະຈໍາປີຂອງຕົນວ່າ ເສລີພາບໃນການສະແດງຄວາມຄິດຄວາມເຫັນນັ້ນ ຖືວ່າເປັນເຄຶ່ອງມືທີ່ມີພະລັງອໍານາດ ໄປສູ່ການປ່ຽນແປງ.
ທ່ານຟີລິບ ລູເທີ (Phillip Luther) ຜູ້ຊ່ຽວຊານຂອງອົງ
ການນິລະໂທດກໍາສາກົນ ກ່ຽວກັບພາກຕາເວັນອອກກາງ
ກ່າວວ່າ ເຫດການຕ່າງໆທີ່ເກີດຂຶ້ນໃນປະເທດຕູນີເຊຍແລະ
ອີຈິບນັ້ນ ສະແດງໃຫ້ເຫັນເຖິງພະລັງອໍານາດຂອງປະຊາຊົນ
ບໍ່ວ່າພວກເຂົາເຈົ້າຈະມີພື້ນຖານແນວໃດກໍຕາມ. ທ່ານລູເທີ ກ່າວວ່າ:
“ປະຊາຊົນພວກທີ່ພາກັນຫລັ່ງໄຫລ ລົງສູ່ຖະໜົນນັ້ນ ແມ່ນມາພວກຄົນທຸກຊັ້ນວັນນະ
ມາຈາກທົ່ວຄວາມແບ່ງແຍກທີ່ແຕກຕ່າງກັນ ກໍຄືໂຮມທັງພວກທີ່ບໍ່ມີຄວາມສໍາຄັນ ດ້ອຍ
ຖານະທີ່ສຸດໃນສັງຄົມ ໂຮມທັງພວກແມ່ຍິງ ແລະພວກປະຊາຊົນທີ່ມີທັດສະນະດ້ານການ
ເມືອງ ທີ່ແຕກຕ່າງກັນຫລາຍ.”
ໄດ້ມີການລຸກຮືຂຶ້ນຫລາຍໆບັ້ນຕິດຕາມມາ ຫລັງຈາກການລຸກຮືໃນອີຈິບແລະຕູນີເຊຍ ແຕ່ຜົນທີ່ອອກມານັ້ນບໍ່ຄືກັນ.
ເຊັ່ນການລຸກຮືຂຶ້ນໃນລີເບຍນັ້ນ ປາກົດວ່າ ທ່ານ ມວມມາ ກາດດາຟີ ກໍຍັງກໍາອໍານາດຢູ່
ເຖິງແມ່ນຈະມີການກະບົດກັນຢ່າງເປີດແປນ ໃນຫລາຍພາກສ່ວນຂອງປະເທດ ພ້ອມທັງ
ການໂຈມຕີທາງອາກາດຂອງເນໂຕ້ ຕໍ່ຕ້ານກໍາລັງຂອງກາດດາຟີ ກໍຕາມ.
ສ່ວນຢູ່ໃນປະເທດຈີນ ພວກເຈົ້າໜ້າທີ່ຈີນໄດ້ກວດລ້າງຢ່າງໜັກໜ່ວງ ຕໍ່ຕ້ານການກໍ່ຄວາມ
ບໍ່ສະຫງົບ ທີ່ອາດເກີດຂຶ້ນໄດ້ ໂດຍໄດ້ຮັບການດົນໃຈຈາກການລຸກຮືຂຶ້ນໃນຂົງເຂດຕາເວັນ ອອກກາງນັ້ນ.
ທ່ານຕາວັນດາ ຮອນໂດຣາ (Tawanda Hondora) ແຫ່ງອົງການນິລະໂທດກໍາສາກົນ
ກ່າວວ່າ ເລຶ່ອງທໍານອງດຽວກັນນີ້ກໍໄດ້ເກີດຂຶ້ນ ຢູ່ໃນພວກປະເທດໃນຂົງເຂດໃຕ້ທະເລຊາຍ
ຊາຮາຣາ ທະວີບອາຟຣິການັ້ນ. ທ່ານຮອນໂດຣາ ກ່າວວ່າ:
“ດັ່ງຕົວຢ່າງ ພວກເຮົາໄດ້ເຫັນສະຖານະການ
ໃນປະເທດຢູກັນດາ ບ່ອນທີ່ຝ່າຍຄ້ານພະຍາ
ຍາມເດີນຂະບວນປະທ້ວງ ແລະລວມຕົວກັນ
ລຸກຮືຂຶ້ນໃນທໍານອງດຽວກັນກັບທີ່ກໍາລັງເກີດ
ຂຶ້ນຢູ່ໃນອາຟຣິກາເໜືອ. ນອກນີ້ແລ້ວ ພວກ
ເຮົາຍັງເຫັນສະຖານະການແບບດຽວກັບທີ່ກໍາ
ລັງເກີດຂຶ້ນຢູ່ໃນປະເທດຕ່າງໆ ເຊັ່ນປະເທດ
ສະວາຊີແລນດ໌(Swaziland) ບ່ອນທີ່ໄດ້ມີ
ການເດີນຂະບວນປະທ້ວງ ແລະປະເທດຊິມ
ບາບເວ ບ່ອນທີ່ໄດ້ມີການເດີນປະທ້ວງ ເຊ່ນ
ດຽວກັນແຕ່ກໍໄດ້ຖືກປາບປາມຢ່າງໂຫດຮ້າຍ ປ່າເຖຶ່ອນຄືກັນກັບຢູ່ໃນປະເທດຢູກັນດານັ້ນ.”
ທ່ານ ຮອນໂດຣາ ກ່າວຕໍ່ໄປວ່າ ສິດທິພົນລະເຮືອນແລະສິດທິທາງການເມືອງ ກໍຕົກຢູ່ພາຍ
ໃຕ້ການຂົ່ມຂູ່ ຢູ່ຕະຫລອດມາ
ໃນປະເທດໄອວໍຣີ ໂຄສຕ໌ (Ivory Coast) ການກໍ່ຄວາມຮຸນແຮງຫລັງຈາກການເລືອກຕັ້ງ
ປະທານາທິບໍດີໃນເດືອນພະຈິກປີກາຍ ທີ່ໄດ້ກາຍເປັນເລື້ອງຂັດແຍ້ງກັນນັ້ນ ໄດ້ຍັງຜົນໃຫ້
ມີຜູ້ເສຍຊີວິດຫລາຍຮ້ອຍຄົນ ແລະປະຊາຊົນຖືກພັດພາກຈາກຖິ່ນຢູ່ອາໃສ ປະມານນຶ່ງລ້ານ
ຄົນ. ການກໍ່ຄວາມຮຸນແຮງເກີດຂຶ້ນຍ້ອນວ່າອະດີດປະທານາທິບໍດີລໍຣັນ ແບກໂບ(Laurent
Gbagbo) ປະຕິເສດບໍ່ຍອມສະລະອໍານາດໃຫ້ແກ່ຜູ້ຊະນະການເລືອກຕັ້ງ ທ່ານອາລັສສານ ອວັດຕາຣາ(Alassane Ouattara) ນັ້ນ.
ໃນແຫ່ງອື່ນໆໃນຂົງເຂດອາຟຣິກາ ກຸ່ມສິດທິພົນລະເຮືອນກຸ່ມນຶ່ງໃນປະເທດໄນຈີເຣຍກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 500 ຄົນຍ້ອນການກໍ່ຄວາມຮຸນແຮງລະຫວ່າງຊາວມູສລິມແລະຄຣີສ
ຕຽນ ໃນການເລືອກຕັ້ງເມື່ອເດືອນຜ່ານມາ. ທ່ານ ຮອນໂດຣາ ກ່າວວ່າ ພວກນັກການເມືອງ
ບໍ່ໄດ້ພາກັນດໍາເນີນການຢ່າງພຽງພໍ ເພື່ອຄວບຄຸມພວກທີ່ສະໜັບສະໜຸນເຂົາເຈົ້າໄວ້. ທ່ານ
ກ່າວຕໍ່ໄປວ່າ:
“ບັນຫາໃຫຍ່ຢູ່ໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິການັ້ນ ກໍແມ່ນວ່າຫລາຍໆລັດ
ຖະບານກໍາລັງທໍາການປາບປາມຢ່າງໂຫດຮ້າຍປ່າເຖຶ່ອນ ການປະທ້ວງທີ່ດໍາເນີນການ
ໂດຍປະຊາຊົນນັ້ນ ຊຶ່ງນີ້ຖືວ່າເປັນການຝ່າຝືນກົດລັດຖະທໍາມະນູນ. ນອກນີ້ແລ້ວ ຍັງເປັນ
ການຝ່າຝືນກົດບັດຂອງອາຟຣິກາວ່າດ້ວຍສິດທິມະນຸດແລະສິດທິຂອງປະຊາຊົນ ຊຶ່ງພວກ
ປະຊາຊົນມີສິດໃນການເດີນຂະບວນປະທ້ວງ ມີສິດທີ່ຈະສະແດງຄວາມຄິດຄວາມເຫັນ
ສະແດງທັດສະນະຂອງພວກເຂົາເຈົ້າອອກມາ.”
ແຕ່ແນວໃດກໍດີ ອົງການນິລະໂທດກໍາສາກົນກ່າວວ່າ ລາຍງານປີ 2010 ບໍ່ໄດ້ມີແຕ່ຂ່າວ
ຮ້າຍ ໄປເສຍທັງໝົດ.
ອົງການນີລະໂທດກໍາສາກົນກ່າວວ່າ ພວກເຈົ້າໜ້າທີ່ໃນປະເທດການາ ໄນຈີເຣຍແລະເຄນ
ຢາ ໄດ້ຢຸດເຊົາທໍາການບັງຄັບຂັບໄລ່ປະຊາຊົນອອກຈາກບ່ອນຢູ່ອາໃສ ຫລັງຈາກພວກປະ
ຊາຊົນພາກັນໂວຍວາຍຕໍ່ຕ້ານຂຶ້ນມາ ແລະໃນພາກພື້ນຢຸໂຣບ ອົງການນິລະໂທດກໍາສາກົນ
ກໍໄດ້ອ້າງເຖິງຄວາມກ້າວໜ້າໃນການນໍາຕົວມາດໍາເນີນຄະດີຮັບໂທດກໍາພວກທີ່ຮັບຜິດຊອບ
ໃນການກໍ່ອາຊະຍາກໍາໃນອະດີດປະເທດຢູໂກສະລາເວຍ ໃນຊຸມປີ 1990 ນັ້ນ.
ນອກນີ້ແລ້ວ ອົງການນິລະໂທດກໍາສາກົນຍັງໃຫ້ຂໍ້ສັງເກດກ່ຽວກັນການປ່ອຍຕົວທ່ານນາງ
ອອງ ຊານ ຊູຈີ ໃນມຽນມາ ຜູ້ໄດ້ຮັບລາງວັນໂນເເບລຂະແໜງສັນຕິພາບ ທີ່ໄດ້ຖືກກັກບໍລິ
ເວນເປັນເວລາສິບຫ້າປີ ໃນໄລຍະ 21 ປີຜ່ານມາ ແຕ່ອົງການນີລະໂທດກໍາສາກົນກໍກ່າວວ່າ
ມີພວກນັກໂທດການເມືອງຫລາຍພັນຄົນ ຍັງຖືກຈໍາຄຸກຢູ່ໃນມຽນມາ ໃນເວລານີ້.
ທ່ານ ລູເທີ ກ່າວວ່າ ເສລີພາບໃນການສະແດງຄວາມຄິດຄວາມເຫັນ ຄືລູກກະແຈໄປສູ່ການ
ແກ້ໄຂບັນຫາຄວາມບໍ່ຍຸຕິທໍາ ຊຶ່ງທ່ານກ່າວຕໍ່ໄປວ່າ:
“ບໍ່ໄດ້ມີຮ່ອງຮອຍ ທີ່ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງເສລີພາບໃນການສະແດງ
ຄວາມຄິດຄວາມເຫັນ ຢ່າງແຈ່ມແຈ້ງ ຫລາຍໄປກວ່າໃນຂົງເຂດຕາເວັນອອກກາງແລະ
ອາຟຣິກາເໜືອ ບ່ອນທີ່ພວກປະຊາຊົນໄດ້ພາກັນລຸກຮືຂຶ້ນໃນທ້າຍປີ 2010 ແລະການ
ລຸກຮືຂຶ້ນນັ້ນ ກໍໄດ້ລຸກລາມຕໍ່ເນື່ອງມາຈົນຮອດຕົ້ນປີ 2011 ເພື່ອຮຽກຮ້ອງເອົາສິດທິ
ໃນການຊົມໃຊ້ເສລີພາບໃນການສະແດງຄວາມຄິດຄວາມເຫັນ ຊຶ່ງຖືວ່າເປັນສິດທິພື້ນ
ຖານ ທີ່ສໍາຄັນອັນນຶ່ງທີ່ອໍານວຍໃຫ້ປະຊາຊົນໄດ້ຊົມໃຊ້ສິດທິດ້ານອື່ນໆທັງໝົດ ເນຶ່ອງ
ຈາກວ່າມັນອໍານວຍໃຫ້ພວກເຂົາເຈົ້າຮຽກຮ້ອງ ເອົາສິດທິເຫລົ່ານັ້ນໄດ້.”
ທ່ານ ລູເທີ ກ່າວຕໍ່ໄປວ່າ ເວລາໃດທີ່ສິດທິໃນການປາກເວົ້າຢ່າງເສລີ ໄດ້ຮັບການເຄົາລົບ
ນັບຖືແລ້ວ ພວກປະຊາຊົນກໍສາມາດທໍາການປ່ຽນແປງ ທາງສັງຄົມ ແລະເສດຖະກິດໄດ້
ພ້ອມທັງການປະຕິວັດດ້ານການເມືອງ ໄປພ້ອມໆກັນ.
ລາຍງານປະຈໍາປີຂອງອົງການນິລະໂທດກໍາສາກົນເວົ້າວ່າ ເວລານີ້ ມີການຈໍາກັດຮັດແຄບ
ທີ່ບໍ່ຖືກຕ້ອງຕາມກົດໝາຍຕໍ່ເສລີພາບໃນການສະແດງຄວາມຄິດຄວາມເຫັນ ຢູ່ໃນ 89 ປະ
ເທດ ໃນທົ່ວໂລກ.
ລາຍງານເວົ້າອີກວ່າ ໄດ້ມີການນໍາໃຊ້ວິທີການທໍລະມານ ແລະການປະຕິບັດຕໍ່ຢ່າງຮຸນແຮງ
ແບບອື່ນໆອີກຢູ່ໃນ 98 ປະເທດໃນປີ 2010 ນັ້ນ ແລະທາງອົງການໄດ້ສືບສວນສອບສວນ
ກ່ຽວກັບການດໍາເນີນຄແບບະດີທີ່ບໍ່ຍຸຕິທໍາ ຢູ່ໃນ 54 ປະເທດ.