ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ນິລະໂທດກຳສາກົນ ປະນາມ ການບຽດບຽນ ສິດທິມະນຸດ ໃນທົ່ວໂລກ


Amnesty International Decries Global Indifference to Human Rights
please wait

No media source currently available

0:00 0:01:54 0:00

ອົງການນິລະໂທດກຳສາກົນ ​ກ່າວວ່າ ບັນດາຜູ້ນຳການເມືອງໃນທົ່ວໂລກ, ລວມທັງປະ ທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ແມ່ນກຳລັງສ້າງໂລກໃຫ້ມີການແບ່ງແຍກ ແລະ ​ເປັນອັນຕະລາຍຂຶ້ນກວ່າເກົ່າດ້ວຍ “ຄຳເວົ້າທີ່ເປັນພິດຢ່າງຮຸນແຮງ.” ໃນບົດ ລາຍງານປະ ຈຳປີຂອງອົງການ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ລອນດອນ ກ່ຽວກັບ ສິດທິມະນຸດທົ່ວ ໂລກນັ້ນ, ບັນດານັກການເມືອງ ໃນ ສະຫະລັດ, ຢູໂຣບ ແລະ ບ່ອນອື່ນໆ ໄດ້ຖືກກ່າວຫາວ່າ ສ້າງສິ່ງແວດລ້ອມໃຫ້ “ພວກເຮົາປະເຊີນໜ້າກັບພວກເຂົາເຈົ້າ” ທີ່ເຮັດໃຫ້ການປົກປ້ອງ ສິດທິມະນຸດມີຄວາມອ່ອນແອລົງ. ນັກຂ່າວວີໂອເອ Greg Flakus ມີລາຍງານກ່ຽວ​ກັບ​ເລື່ອງ ​ນີ້ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີ ທ່ານ.

ລາຍງານປະຈຳປີຂອງອົງການນິລະໂທດກຳ ໄດ້​ເວົ້າເຖິງສະຖານະການຢູ່ໃນ 159 ປະເທດ, ​ໂດຍເພັ່ງເລັງໃສ່ບັນຫາຕ່າງໆ ເຊັ່ນສົງ ຄາມກາງເມືອງທີ່ກຳລັງດຳເນີນຢູ່ ໃນປະເທດ ຊີເຣຍ ແລະ ວິກິດການອົບພະຍົບທີ່ເປັນຜົນຕາມມາ. ຕະຫລອດ​ເຖິງການ ຈຳກັດ​ຮັດ​ແຄບສິດເສລີພາບຂອງປະຊາຊົນຢ່າງເປັນທາງການໃນບັນດາປະເທດນັບ ຈາກ ເທີກີ ຫາ ຄິວບາ ເຖິງປະເທດ ຟີລິບປິນ.ຫົວຂໍ້ບົດລາຍງານຊື່ວ່າ “ສະຖານະ ພາບດ້ານສິດທິມະນຸດຂອງໂລກ” ກ່າວວ່າ ບັນດານັກການເມືອງໃນຫຼາຍໆປະເທດ ໄດ້ຕອບຄຳຖາມ ກ່ຽວກັບ ຄວາມເປັນຫ່ວງທາງເສດຖະກິດທີ່ຖືກຕ້ອງຕາມກົດໝາຍ ແລະ ຄວາມປອດໄພດ້ວຍຄຳເວົ້າທີ່ເປັນພິດໄພ ແລະ ການເມືອງທີ່ສ້າງຄວາມແບ່ງແຍກ.

ທ່ານ Adotei Akwei ຈາກອົງການນິລະໂທດກຳສາກົນ ຢູ່ສະຫະລັດ ອາເມຣິກາ ກ່າວວ່າ ບັນດາປະເທດທີ່ນ້ອຍກວ່າ ມັກຈະຕິດຕາມຖ້ອຍຄຳເວົ້າ ແລະ ນະໂຍບາຍ ດ້ານການເມືອງຂອງບັນດາຜູ້ນຳໃນປະເທດທີ່ໃຫຍ່ໆເຊັ່ນ ສະຫະລັດ.

ທ່ານ Akwei ກ່າວວ່າ “ມັນບໍ່ແມ່ນພຽງແຕ່ຖ້ອຍຄຳເວົ້າເທົ່ານັ້ນທີ່ເປັນອັນຕະລາຍ, ແຕ່ການກະທຳ ຫຼື ການປະຕິບັດຂອງພວກນະໂຍບາຍກໍຍັງໄດ້ກາຍເປັນຕົວຢ່າງ ສຳລັບລັດຖະບານອື່ນໆໃຫ້ຕິດຕາມເຊັ່ນກັນ.”

ທ່ານ Akwei ກ່າວວ່າ ພວກອົບພະຍົບໄດ້ປະເຊີນໜ້າກັບຜົນສະທ້ອນຢ່າງຮຸນແຮງໃນ ຢູໂຣບ ພ້ອມກັບ ສະຫະລັດ, ມັນໄດ້ເກີດຂຶ້ນຍ້ອນຄວາມຢ້ານກົວລັດທິກໍ່ການຮ້າຍແບບ ບໍ່ມີເຫດຜົນ.

ນອກ​ນັ້ນ ທ່ານຍັງໄດ້ກ່າວວ່າ ຂໍ້ຈຳກັດ​ຮັດ​ແຄບ ແລະ ການຫ້າມທີ່ມີ​ຕໍ່ພວກຄົນເຂົ້າ ເມືອງຈາກແຕ່ລະປະເທດນັ້ນ ໄດ້ທຳລາຍລະບົບຂອງສາກົນ​ໃນການຊ່ວຍເຫຼືອພວກ ອົບພະຍົບທີ່ຖືກສ້າງຂຶ້ນໂດຍສັນຍາ ແລະ ສົນທິສັນຍາຕ່າງໆ.

ທ່ານ Akwei ກ່າວວ່າ “ມັນມີຄວາມສ່ຽງໃນການຖືກທຳລາຍຢ່າງຊິ້ນເຊີງ, ແລະ ເມື່ອສິ່ງນັ້ນຫາກເກີດຂຶ້ນ ພື້ນຖານຂອງການທີ່ປະຊາຊົນຄວນຖືກປະຕິບັດນຳຢ່າງ ນ້ອຍທີ່ສຸດ ແມ່ນຈະຫາຍໄປໃນທັນທີທັນໃດ."

ລາຍງານຂອງອົງການນິລະໂທດກຳສາກົນ ຍັງໄດ້ສະແດງຄວາມເປັນຫ່ວງວ່າ ປະເທດ ຕ່າງໆທີ່ມີຄວາມຊຳນິຊຳນານດ້ານສິດທິມະນຸດໃນເມື່ອກ່ອນ ກໍອາດ ຈະບໍ່​ເອົາຫົວຊາຕໍ່ ຄວາມໂຫດຮ້າຍ ແລະ ອາດປ່ຽນທ່າທີ ກ່ຽວກັບຄຳໝັ້ນສັນຍາຂອງພວກເຂົາເຈົ້າ ໃນຂະ ນະທີ່ພວກເຂົາ ເຈົ້າເອງຖືກຈຳກັດ​ຫຼາຍຂຶ້ນ.

XS
SM
MD
LG