ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການນິລະໂທດກຳສາກົນ ກ່າວວ່າ ພວກສະໜັບສະໜຸນ ປະທ້ວງ ຢູ່ຮົງກົງ ຖືກທໍລະມານ


Hong Kong Protesters VO
please wait

No media source currently available

0:00 0:00:35 0:00

ອົງການ​ນິລະ​ໂທດ​ກຳ​ສາກົນກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ຈີນ​ແຜ່ນດິນ​
ໃຫຍ່​ໄດ້​ທໍລະ​ມານ​ ຢ່າງ​ນ້ອຍ 2 ຄົນ​ ຂອງພວກ​ທີ່ຖືກກັກ​ຂັງ
ຍ້ອນ​ສະໜັບສະໜຸນ​ການ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ​ໃນ​ຮົງ​
ກົງທີ່​ໄດ້​ເຮັດ​ໃຫ້​ສ່ວນ​ໃຫຍ່ຂອງ​ເກາະ​ຮົງ​ກົງ ​ທີ່ເປັນ​ເຂດເຄິ່ງ
ປົກຄອງຕົນ​ເອງນັ້ນ ​ເປັນ​ອຳມະ​ພາດ​ໄປ ​ໃນ​ປີກາຍ​ນີ້.

ກຸ່ມ​ປົກປ້ອງ​ສິດທິ​ມະ​ນຸດ​ທີ່​ມີ​ສຳນັກງານ​ຢູ່ລອນ​ດອນກຸ່ມນີ້ ​
ໄດ້​ກ່າວໃນ​ຖະ​ແຫລງການ​ສະບັບ​ນຶ່ງ ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ
ມີ​ຢ່າງ​ນ້ອຍ 27 ຄົນ ຂອງພວກ​ທີ່​ສະໜັບສະໜຸນ ​ໃນອັນ​ທີ່​
ເອີ້ນ​ວ່າຂະບວນການ​ເຄື່ອນ​ໄຫວ​ຄັນ​ຮົ່ມນັ້ນ ຍັງ​ຖືກ​ກັກ​ຂັງ​
ຢູ່ ​ໃນ​ຈີນ.

ອົງການ​ນິລະ​ໂທດ​ກຳ​ສາກົນກ່າວ​ວ່າ ນຶ່ງ​ໃນ​ພວກ​ທີ່​ສະໜັບສະໜຸນ​ນັ້ນ ​ໄດ້​ຖືກ​ທັງ​ເຕະ​
ແລະ​ທຸບ​ຕີ ​ໃນ​ຂະນະ​ທີ່​ທຳ​ການ​ສອບ​ປາກຄຳ ທີ່ໃຊ້ເວລາ ​5 ມື້​ລຽນຕິດ.

ຈີນ ບໍ່​ໄດ້​ໃຫ້ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ລາຍ​ງານ​ຂອງອົງການ​ນິລະ​ໂທດ​ກຳ​ສາກົນ.

ພວກ​ປະ​ທ້ວງ​ຕ້ອງການ​ໃຫ້​ຫົວໜ້າ​ຜູ້​ປົກຄອງຮົງ​ກົງ ທ່ານ Leung Chun-ying ລາ​ອອກ​
ຈາກ​ຕຳແໜ່​ງ ​ແລະ​ໃຫ້​ປັກ​ກິ່ງ​ ຕ່າວປີ້ນການ​ຕັດສິນໃຈຂອງຕົນ ທີ່ຈະຄັ​ດ​ເລືອກ​ເອົາ​ຜູ້​ສະ
ໝັກໃນການແຂ່ງຂັນ​ເລືອກ​ຕັ້ງ​ ຢູ່ໃນດິນແດນດັ່ງກ່າວ ໃນ​ປີ 2017.​

XS
SM
MD
LG