ອົງການນິລະໂທດກຳສາກົນ ລາຍງານວ່າ ຈຳນວນການປະຫານຊີວິດຢູ່ໃນທົ່ວໂລກ
ຍັງສືບຕໍ່ຫລຸດລົງໃນປີກາຍນີ້ ຄືຫລຸດລົງ 4 ເປີເຊັນ ໃນການປະຫານຊີ ວິດ ແລະເປັນ
ການຫລຸດລົງທີ່ສຳຄັນ ໃນໂຕເລກໃໝ່ຂອງການລົງໂທດປະຫານຊີວິດ.
ຢູ່ໃນລາຍງານປະຈຳປີ ກ່ຽວກັບການປະຫານຊີວິດ ແລະການຕັດສິນລົງໂທດປະຫານ
ຊີວິດ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ ອົງການນິລະໂທດກຳ ສາກົນກ່າວວ່າ
ມີການປະຫານຊີວິດຢ່າງໜ້ອຍ 993 ຄົນ ຢູ່ໃນ 23 ປະເທດໃນປີກາຍນີ້ ຫລຸດລົງມາ
4 ເປີເຊັນຈາກຈຳນວນ 1,032 ຄົນ ໃນປີ 2016 ແລະຫລຸດລົງ 39 ເປີເຊັນ ຈາກຈຳ
ນວນ 1,634 ໃນປີ 2015.
ສ່ວນໃຫຍ່ຂອງການປະຫານຊີວິດຢູ່ໃນທົ່ວໂລກ ທີ່ມີຂຶ້ນໃນປີກາຍນີ້ ເກີດຂຶ້ນຢູ່ປະ
ເທດຈີນ ອີຣ່ານ ຊາອຸດີ ອາຣາເບຍ ອີຣັກ ແລະປາກິສຖານ ອີງຕາມລາຍງານຂອງອົງ
ການນິລະໂທດກຳ.
ຈີນຍັງສືບຕໍ່ ເປັນປະເທດທີ່ມີການປະຫານຊີວິດຫຼາຍທີ່ສຸດຂອງໂລກ ອີງຕາມອົງການ
ນິລະໂທດກຳສາກົນ. ເຖິງແມ່ນວ່າໂຕເລກການປະຫານຊີວິດທີ່ແນ່ນອນໃນປະເທດຈີນ
ຍັງບໍ່ເປັນທີ່ຊາບໄດ້ ແຕ່ອົງການນິລະໂທດກຳສາກົນ ກໍກ່າວວ່າ “ການປະຫານຊີວິດ
ຫຼາຍພັນຄົນ ເປັນທີ່ເຊື່ອກັນວ່າ ໄດ້ມີຂຶ້ນ” ຢູ່ໃນປະເທດຈີນໃນປີກາຍນີ້.
ສີ່ປະເທດປະກອບມີ ອີຣ່ານ ຊາອຸດີ ອາເຣເບຍ ອີຣັກ ແລະປາກິສຖານ ແມ່ນປະກອບ
ເປັນ 84 ເປີເຊັນຂອງລາຍງານການປະຫານຊີວິດທັງໝົດ. ອີຣ່ານໄດ້ມີການປະຫານ
ຊີວິດ ຢ່າງໜ້ອຍ 507 ຄົນ ຊາອຸດີ ອາເຣເບຍຢ່າງໜ້ອຍ 146 ຄົນ ອີຣັກຢ່າງໜ້ອຍ
125 ຄົນ ແລະປາກິສຖານຢ່າງໜ້ອຍ 60 ຄົນ ອີງຕາມ ອົງການນິລະໂທດກຳສາກົນ.
ອີກຫ້າປະເທດຄື ບອສວານາ ອິນໂດເນເຊຍ ໄນຈີເຣຍ ຊູດານ ແລະໄຕ້ຫວັນ ມີລາຍ
ງານວ່າ ບໍ່ມີການປະຫານຊີວິດເລີຍໃນປີກາຍນີ້.